ທ່ານນາຍົກລັດຖະມົນຕີຫວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດກູບາ

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໄດ້ຢືນຢັນວ່າ, ພັກ, ລັດ, ປະຊາຊົນຫວຽດນາມຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມພູນຄູນສ້າງໃຫ້ແກ່ຄວາມສາມັກຄີທີ່ເປັນມູນເຊື້ອ, ສະໜັບສະໜູນ ແລະ ການຮ່ວມມືຮອບດ້ານຖານອ້າຍນ້ອງຫວຽດນາມ - ກູບາ, ນຳການພົວພັນໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. ແບ່ງປັນກັບຄວາມຫຍຸ້ງຍາກຂອງກູບາ ຍ້ອນຖືກຄຳສັ່ງຂວ້ຳບາດ ແລະ ໂລກລະບາດໂຄວິດ- 19, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດຂອງທັງ 2 ຝ່າຍ. ທ່ານນາຍົກລັດຖະມົນຕີ ກໍ່ແບ່ງປັນຂໍ້ມູນ ແລະ ບົດຮຽນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ- 19 ຂອງຫວຽດນາມ.

ໂດຍຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນກູບາ, ທ່ານນາງ Lianys Torres Rivera ໄດ້ຂອບໃຈພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ຕົກລົງໜູນຊ່ວຍເຂົ້າສານ 5.000 ໂຕນ ໃຫ້ແກ່ກູບາ, ພ້ອມກັນນັ້ນພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ໃນວຽກງານຄົ້ນຄວ້າຜະລິດຢາຊະນິດຕ່າງໆເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ- 19.