ໃນຂະນະນັ້ນ, ແຈ້ງການຈາກກະຊວງການຕ່າງປະເທດ ອິດສະຣາແອັນ ຊີ້ແຈ້ງວ່າ ສະຖານທູດ ອິດສະຣາແອັນ ປະຈຳ Abu Dahhi ໄດ້ເປີດປະຕູຢ່າງເປັນທາງການໃນວັນທີ 24 ມັງກອນ. ກະຊວງການຕ່າງປະເທດ ອິດສະຣາແອັນ ໃຫ້ຮູ້ວ່າ ໃນສະເພາະໜ້າ, ສະຖານທູດຈະສັບຊ້ອນປຽບເໝືອນຫ້ອງການເຮັດວຽກຊົ່ວຄາວໃນໄລຍະກະກຽມສ້າງຕັ້ງສຳນັກງານສະຖານທູດໃນໄລຍະຍາວ. ອິດສະຣາແອັນ ກໍບົ່ງຕົວອະດີດນັກທູດ Eitan Naeh ເປັນຜູ້ນຳໜ້າຄະນະນັກການທູດຂອງ ອິດສະຣາແອັນ ປະຈຳ UAE.

UAE ແມ່ນປະເທດທຳອິດໃນ 4 ປະເທດ ອາຣັບ ທີ່ສ້າງຕັ້ງ ແລະ ເຊື່ອມຕໍ່ການພົວພັນການຕ່າງປະເທດກັບ ອິດສະຣາແອັນ ຕາມຂໍ້ຕົກລົງຫຼາຍສະບັບ ໂດຍ ອາເມລິກາ ເປັນຄົນກາງ. ກ່ອນໜ້ານັ້ນ, ສອງປະເທດກໍເປີດສາຍການບິນໂດຍກົງ ແລະ ແລກປ່ຽນຄະນະຜູ້ແທນການຄ້າຫຼາຍຄະນະ.