|
(ພາບປະກອບ: thethaovanhoa.vn) |
ຄູ່ຮ່ວມມືຂອງ VCCorp, ບໍລິສັດ Sky Garden ແລະ ຄູ່ຮ່ວມມືອື່ນໆກໍ່ໄດ້ສະໜັບສະໜູນຈຳນວນເງິນ 80 ລ້ານດົ່ງໃຫ້ແກ່ວຽກງານຕ້ານໂລກລະບາດນີ້. ຈຳນວນເງິນດັ່ງກ່າວໄດ້ມອບໃຫ້ໂຮງໝໍເຂດຮ້ອນສູນກາງສາຂາ 2 ດົງແອັງ, ຮ່າໂນ້ຍ, ສູນຄວບຄຸມ ແລະ ສະກັດກັ້ນໂລກລະບາດແຂວງຮ່າຕິ້ງ ແລະ ຮາກຖານສາທາລະນະສຸກແຂວງ ເງະອານ.
ໃນເຫດການທີ່ກ່ຽວຂ້ອງ, ສະຫະພັນບານເຕະອາຊີ (AFC) ໄດ້ຄັດເລືອກເອົານັກກິລາບານເຕະ ຫງວຽນກວາງຫາຍ ຂອງຫວຽດນາມ ໃຫ້ເປັນຜູ້ສ້າງແຫຼ່ງບັນດານໃຈໃນການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ທີ່ພວມແຜ່ລະບາດສູ່ວົງກວ້າງໃນໂລກໃນບັ້ນຕໍ່ສູ້ເຊິ່ງມີຊື່ວ່າ “Break The Chain”. ບັ້ນຕໍ່ສູ້ນີ້ໄດ້ດຶງດູດຜູ້ເຂົ້າຮ່ວມນັບລ້ານຄົນໃນໂລກ, ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ ແລະ ບັນດາມາດຕະການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ທີ່ພວມແຜ່ລະບາດ.







