
VCCI ແລະ EuroCham ເຊັນສັນຍາຮ່ວມມືປ່ຽນໃໝ່ເວທີປາໄສວິສາຫະກິດ ຫວຽດນາມ - ເອີລົບ
(ພາບ: enternews.vn)
(vovworld) – ວັນທີ 21/7, ສະຫະສະມາຄົມວິສາຫະກິດເອີລົບ ປະຈຳ ຫວຽດນາມ (EuroCham) ປະກາດໝາກຜົນແຫ່ງການສຳຫຼວດດັດຊະນີສະພາບແວດລ້ອມແຫ່ງການດຳເນີນທຸລະກິດໄຕມາດທີ 2 ປີ 2016. ຕາມນັ້ນແລ້ວ, ມີວິສາຫະກິດ 66,7% ຕີລາຄາ “ດີຫຼາຍ” ແລະ “ດີ”. ຕາມ EuroCham ແລ້ວ, ບັນດາຕົວເລກນີ້ໄດ້ສະແດງໃຫ້ເຫັນສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງບັນດາວິສາຫະກິດເອີລົບ ໃນໄຕມາດບັນລຸໝາກຜົນດີ, ພ້ອມກັນນັ້ນ, ປະຊາຄົມວິສາຫະກິດສະມາຊິກ EuroCham ມີການຕີລາຄາຕັ້ງໜ້າຫຼາຍຢ່າງ ກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານ Michael Behrens, ປະທານ EuroCham, ໃຫ້ຮູ້ວ່າບັນດາໝາກຜົນຂອງໄຕມາດທີ 2 ປີ 2016 ສະແດງໃຫ້ເຫັນວ່າວິສາຫະກິດ ເອີລົບ ຕັ້ງຄວາມຫວັງຢ່າງຕັ້ງໜ້າໃນອະນາຄົດໃກ້ໆ ແລະ ມີຄວາມເພິ່ງພໍໃຈສຳລັບສະພາບການດຳເນີນທຸລະກິດຢູ່ ຫວຽດນາມ ໃນປະຈຸບັນ. ວິສາຫະກິດສະມາຊິກ EuroCham ຮັກສາທັດສະນະຕັ້ງໜ້າສຳລັບຕະຫຼາດ ຫວຽດນາມ ແລະ ບັນດາການເຄື່ອນໄຫວດຳເນີນທຸລະກິດພາຍໃນປະເທດ, ພ້ອງທັງຕັ້ງຄວາມຫວັງເລື່ອງປະຕິບັດສັນຍາການຄ້າເສລີ ອີຢູ - ຫວຽດນາມ ຈະກະທົບເປັນຢ່າງດີ ແລະ ຊຸກຍູ້ການເຄື່ອນໄຫວດຳເນີນທຸລະກິດ ແລະ ລົງທຶນຂອງບັນດາວິສາຫະກິດ ເອີລົບຢ່າງແຮງ.





