ໃນຂອບເຂດການໄປປະຕິບັດຢູ່ສະວິດ, ວັນທີ 27 ກໍລະກົດ, ທ່ານ ຫງວຽນວັນທັ້ງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການເຮັດວຽກກັບທ່ານນາງ Jennifer DJ Nordquist ຮອງຜູ້ອຳນວຍການໃຫຍ່ ອົງການການຄ້າ ໂລກ (WTO). ທີ່ການພົບປະ, ທ່ານ ຫງວຽນວັນທັ້ງ ຮອງນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ WTO ສືບຕໍ່ໜູນຊ່ວຍການຍົກສູງຄວາມສາມາດ, ເປັນຕົ້ນແມ່ນການບຳລຸງກໍ່ສ້າງລົງເລິກກ່ຽວກັບນະໂຍບາຍການຄ້າ, ໃຫ້ຄຳປຶກສາດ້ານກົດໝາຍ ໃນການແກ້ໄຂການຂັດແຍ້ງກັນສາກົນ, ສ້າງຄວາມສະດວກດ້ານການຄ້າ, ຜ່ານນັ້ນຊ່ວຍຫວຽດນາມໝູນໃຊ້ບັນດາສັນຍາ ແລະ ຄຳໝັ້ນສັນຍາສາກົນຢ່າງມີປະສິດທິຜົນ, ຊຸກຍູ້ການສົ່ງອອກ, ດຶງດູດບັນດາແຫຼ່ງລົງທຶນທີ່ມີຄຸນນະພາບສູງ ແລະ ຍົກສູງຄວາມສາມາດໃນການແກ້ງແຍ້ງທົ່ວໂລກ.
ແລະກໍ່ໃນວັນດຽວກັນ, ທີ່ການເຮັດວຽກກັບທ່ານ Andre Hoffmann ປະທານຮ່ວມສະພາບໍລິຫານເວທີປາໄສເສດຖະກິດໂລກ (WEF), ທ່ານ ຫງຽວນວັນແທັງ ຮອງນາຍົກລັດຖະມົນຕີ ສະເໜີ WEF ສືບຕໍ່ເສີມຂະຫຍາຍບົດບາດຊຸກຍູ້ການຮ່ວມມືພາກລັດ - ເອກະຊົນ, ເຊື່ອມຕໍ່ລະຫວ່າງ ລັດຖະບານຫວຽດນາມ ກັບປະຊາຄົມວິສາຫະກິດ, ນັກລົງທຶນແຖວໜ້າໂລກ; WEF ສືບຕໍ່ເປີດກວ້າງ ແລະ ຍົກລະດັບການພົວພັນຮ່ວມມືກັບ ຫວຽດນາມ.




