VOV WorldVOV World
ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ WTA 2023
14/09/2023 09:12
(VOVWORLD) - ຫວຽດນາມ ມີຄວາມພິເສດດີເລີດລື່ນກາຍຫຼາຍປະເທດເພື່ອຄ້ວາໄດ້ລາງວັນ “ຈຸດນັດພົບແຖວໜ້າຢູ່ ອາຊີ” ຢູ່ World Travel Awards 2023. ຫວຽດນາມ ແມ່ນປະເທດມີຫຼາຍສະຖານທີ່, ທິວທັດທຳມະຊາດທີ່ຫຼາກຫຼາຍ, ປະຊາຊົນຮັກແພງແຂກຄົນ ແລະ ບັນດາການບໍລິການທ່ອງທ່ຽວລະດັບສາກົນ. ດ້ວຍຂໍ້ສັງເກດດັ່ງກ່າວ, ລາງວັນການທ່ອງທ່ຽວໂລກ (WTA) ໄດ້ເຊີດຊູ ຫວຽດນາມ ແມ່ນ “ຈຸດນັດພົບແຖວໜ້າຂອງ ອາຊີ” ປີ 2023. ຕໍ່ໄປນີ້, VOV5 ຂໍລວບລວມບາງສະຖານທີ່ທີ່ໄດ້ຮັບການເຊີດຊູຈາກ WTA 2023.
ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ WTA 2023
ປີນີ້, ນະຄອນຫຼວງ ຮ່າໂນ້ຍ ໄດ້ຮັບການເຊີດຊູ ເປັນ 3 ຄັ້ງ, ເຊິ່ງລວມມີລາງວັນ: “ນະຄອນແຖວໜ້າ ອາຊີ”, “ນະຄອນແຖວໜ້າ ອາຊີ ສຳລັບການພັກຜ່ອນໄລຍະສັ້ນ”. ນອກຈາກນັ້ນ, ພະແນກທ່ອງທ່ຽວ ຮ່າໂນ້ຍ ກໍ່ໄດ້ຮັບການເຊີດຊູ ແມ່ນ “ອົງການຄຸ້ມຄອງການທ່ອງທ່ຽວ ນະຄອນ ແຖວໜ້າ”.   (ພາບ: : haycafe.vn)
TAG
VOV/VOVworld/ລາງວັນ​ທ່ອງ​ທ່ຽວ/ການ​ທ່ອງ​ທ່ຽວ/ຈັດ​ອັນ​ດັບ