VOV WorldVOV World
ພາບລະດົມກຳລັງໃຈໂຄສະນາເຫດການ75 ປີແຫ່ງວັນທະຫານເສຍອົງຄະນັກຮົບເສຍສະຫຼະຊີວິດເພື່ອຊາດ
16/07/2022 15:49
(VOVWORLD) -ກົມວັດທະນະທຳ ຮາກຖານ (ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ) ຫາກໍ່ປະກາດຊຸດ ພາບປຸກລະດົມຮັບໃຊ້ວຽກງານໂຄສະນາເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະນັກຮົບເສຍສະຫຼະຊີວິດເພື່ອຊາດ (ວັນທີ 27/7/1947 – 27/7/2022).
ພາບລະດົມກຳລັງໃຈໂຄສະນາເຫດການ75 ປີແຫ່ງວັນທະຫານເສຍອົງຄະນັກຮົບເສຍສະຫຼະຊີວິດເພື່ອຊາດ
ພາບຂອງຈິດຕະກອນເຈິ່ນແຄ໊ງຮ່ວຽນ (ແຂວງວິງຟຸກ) ທີ່ງານປະກວດ ຄະນະຈັດຕັ້ງໄດ້ຮັບເອົາພາບເກືອບ 500 ແຜ່ນຂອງຈິດຕະກອນຫຼາຍກ່ວາ 200 ຄົນໃນທົ່ວປະເທດທີໄດ້ຝາກມາຮ່ວມ. ບັນດາພາບແຕ້ມທີ່ເຂົ້າຮ່ວມການປະກວດ ໄດ້ຍ້ອງຍໍສັນລະເສີນບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ໄດ້ຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນ, ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການແຂ່ງຂັນ ຮັກຊາດ ພັດທະນາທະວີຄຸນບັນດາຕົວແບບທີ່ກ້າວໜ້າໃນບັນດາຂະບວນການຕອບບຸນແທນຄຸນຊ່ວຍເຫຼືອບັນດາຄອບຄົວເປົ້າໝາຍນະໂຍບາຍ.   ພາບຂອງຈິດຕະກອນຫງວຽນບ໊າຊຽວ (ແຂວງເງະອານ) ມີພາບແຕ້ມຫຼາຍແຜ່ນໄດ້ເນັ້ນໜັກເຖິງໝາກຜົນທີ່ພົ້ນເດັ່ນໃນການສ້າງ ແລະປະຕິບັດນະໂຍບາຍລະບອບບຸລິມະສິດຕໍ່ຜູ້ມີ ຄຸນງາມຄວາມດີ ກ່ຽວກັບໝາກຜົນການປະຕິບັດ ການເບິ່ງແຍງທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວທະຫານເສຍສະຫຼະຊີວິດເພື່ອຊາດ ແລະ ການເບິ່ງແຍງດູແລແມ່ຫວຽດນາມ ວິລະຊົນ ກ່ຽວກັບວຽກງານຊອກຫາທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ... ພາບຂອງຈິດຕະກອນຫງວຽນຢຸຍແທັງ (ນະຄອນຫຼວງຮ່າໂນ້ຍ) ຄະນະຈັດຕັ້ງ ສະພາສິລະປະກຳໄດ້ໃຫ້ຄະແນນເລືອກເອົາພາບແຕ້ມ 16 ແຜ່ນໄດ້ຮັບລາງວັນ ແລະ ພາບແຕ້ມ 75 ແຜ່ນທີ່ດີເດັ່ນເພື່ອ ນຳມາວາງສະແດງທີ່ງານວາງສະແດງລະດົມກຳລັງໃຈ ແລະ ຮັບໃຊ້ວຽກງານໂຄສະນາ. ມີບາງພາບແຕ້ມໃນຊຸດພາບລະດົມກຳລັງໃຈຮັບໃຊ້ວຽກງານໂຄສະນາເນື່ອງໃນໂອກາດສະເຫຼີມສະຫຼອງ75 ປີແຫ່ງວັນທະຫານເສຍອົງຄະນັກຮົບເສຍສະຫຼະຊີວິດເພື່ອຊາດ: ພາບຂອງຈິດຕະກອນ ຫງວຽນແມັງຕຽນ (ນະຄອນຫຼວງຮ່າໂນ້ຍ) ພາບຂອງຈິດຕະກອນ ຮ່າຮຸຍເຈື່ອງ(ແຂວງຫ໋າຍເຢືອງ) ພາບຂອງຈິດຕະກອນ ຫງວຽນຈຸງກຽນ(ນະຄອນຫຼວງຮ່າໂນ້ຍ) ພາບຂອງຈິດຕະກອນ ເລງອກເທ໊(ແຂວງເງະອານ) ພາບຂອງຈິດຕະກອນ ກາວຕວັນວຽດ(ແຂວງທ໊າຍບິ່ງ) ພາບຂອງຈິດຕະກອນ ຫງວຽນຮຶກລົກ ( ແຂວງກາເມົາ) ພາບຂອງຮ່າກວັກມິງ (ແຂວງຮ່ວາບິ່ງ) ພາບຂອງຈິດຕະກອນ ຈິ້ງບ໊າກວາດ (ນະຄອນຫຼວງຮ່າໂນ້ຍ) ພາບຂອງຈິດຕະກອນ ຫງວຽນເຈິ່ນຫວູ (ແຂວງບັກຢາງ) ພາບຂອງຈິດຕະກອນ ຫງວຽນຈຸງກຽນ (ນະຄອນຫຼວງຮ່າໂນ້ຍ) ພາບຂອງຈິດຕະກອນ ຟ້າມງອກແມ້ງ (ນະຄອນຫຼວງຮ່າໂນ້ຍ) ພາບຂອງຈິດຕະກອນ ເຈິ່ນຢຸຍຈຸກ (ນະຄອນຫຼວງຮ່າໂນ້ຍ)
TAG
VOV/VOVworld/