VOV WorldVOV World
25 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກອາຊຽນ
30/07/2020 14:00
(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ໄດ້ຍົກອອກບັນດາຂໍ້ສັງເກດກ່ຽວກັບການເຄື່ອນໄຫວຕ່າງໆຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020
25 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກອາຊຽນ
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 333 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄ້ວນ. ໃນອາທິດຜ່ານມາ, ເພື່ອນ ເພັດສະໝອນ, ຢູ່ແຂວງ ຄຳມ່ວນ; ເພື່ອນ ສຸພາພອນ, ຢູ່ແຂວງວຽງຈັນ; ເພື່ອນແສງທອງ... ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຫາລາຍການດ້ວຍເນື້ອໃນ ຢາກໄດ້ຮັບຟັງການຕີລາຄາກ່ຽວກັບບັນດາການເຄື່ອນໄຫວຂອງຫວຽດນາມ ເມື່ອດຳລົງຕຳແໜ່ງປະທານອາຊຽນ ຖືກກັບຈຸດເວລາທີ່ທົ່ວໂລກພວມປະເຊີນໜ້າກັບໂລກລະບາດໂຄວິດ - 19. ທ່ານຜູ້ຟັງທີ່ເຄົາລົບ! ກ່ຽວກັບບັນດາການເຄື່ອນໄຫວຂອງປີຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ 2020 ມີຫຼາຍຂ່າວ, ຫຼາຍບົດໄດ້ຕີລາຄາ, ໃຫ້ຂໍ້ສັງເກດຈາກບັນດາເຈົ້າໜ້າທີ່, ນັກຊ່ຽວຊານຫວຽດນາມ ກໍຄືສາກົນທີ່ໄດ້ເອົາລົງໃນເວັບໄຊ vovworld.vn ແລ້ວ. ຫວ່າງມໍ່ໆມານີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ (28 ກໍລະກົດ 1995 – 28 ກໍລະກົດ 2020), ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ໄດ້ຍົກອອກບັນດາຂໍ້ສັງເກດກ່ຽວກັບການເຄື່ອນໄຫວຕ່າງໆຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020, ເມື່ອຕອບສຳພາດຕໍ່ນັກຂ່າວ VOV. ເຊີນທ່ານຕິດຕາມຮັບຟັງ.   ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ
TAG
VOV/VOVworld/ເຈົ້າໜ້າທີ່/ນັກຊ່ຽວຊານ/ອາຊຽນ/ສະໜິດຕິດພັນ