70 ປີແຫ່ງການພົວພັນຕ່າງປະເທດລາວ ແລະ 55 ປີແຫ່ງການພົວພັນທາງການທູດລາວ - ຫວຽດນາມ
15/12/2017 04:03
(VOVWORLD) -ໃນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 258 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 50 ປະເທດ ແລະ ເຂດແຄ້ວນ.

ມີຜູ້ຟັງລາວ ໄດ້ໂທລະສັບ ແລະ ສົ່ງຂໍ້ຄວາມຜ່ານທາງ facebook ເຖິງລາຍການ ອວຍພອນວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22 ທັນວາ). ໃນນັ້ນ, ເພື່ອນ ເພັດມະລີ, ໄດ້ແບ່ງປັນວ່າ: ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ຂ້າພະເຈົ້າຂໍອວຍພອນໃຫ້ບັນດາພະນັກງານ, ນັກຮົບ ປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດຫວຽດນາມ ມອບໝາຍໃຫ້ເປັນຢ່າງດີ ແລະ ຍາດໄດ້ໄຊຊະນະຫຼາຍຢ່າງໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.
TAG
VOV/VOVworld/ຄຳຖາມ
Related








