VOV WorldVOV World
ບັນດາບົດເພງກ່ຽວກັບຄວາມສາມັກຄີໃນການຕໍ່ສູ້ກູ້ຊາດລະຫວ່າງ ຫວຽດນາມ - ລາວ ຍັງຝັງເລິກຢູ່ໃນດວງໃຈຂອງທະຫານອາສາສະໝັກຫວຽດນາມ ຢູ່ ລາວ
23/07/2020 10:42
(VOVWORLD) -ທ່ານ ບຸ່ຍມິນເຊີນທະຫານອາສາສະໝັກ ຫວຽດນາມ ຢູ່ລາວ ໄດ້ສົ່ງຂໍ້ຄວາມມາຫາລາຍການຜ່ານທາງ facebook ໂດຍມີເນື້ອໃນດັ່ງນີ້: ລາຍການເພງກ່ຽວກັບຄວາມສາມັກຄີໃນການຕໍ່ສູ້ກູ້ຊາດ ລະຫວ່າງ ຫວຽນາມ - ລາວ ໂດຍນັກດົນຕີສອງປະເທດປະດິດແຕ່ງ. ມີບົດເພງຫຼາຍບົດຍັງຝັງເລິກຢູ່ໃນດວງໃຈຂອງພວກຂ້າພະເຈົ້າຈົນເຖິງມື້ນີ້. ພິເສດແມ່ນບັນດາບົດເພງທີ່ເຂັ້ມຂຸ້ນໄປດ້ວຍຈັງຫວະຂອງການຟ້ອນລໍາວົງທີ່ຄຸ້ນເຄີຍຂອງບັນດານັກດົນຕີ ລາວ ໃນສະໄໝນັ້ນ. ຜ່ານການເວລາ, ປັດຈຸບັນ, ບັນດາບົດເພງເຫຼົ່ານັ້ນ ສ່ວນຫຼາຍແມ່ນບໍ່ຄ່ອຍມີຜູ້ໃດຈື່ໄດ້ແລ້ວ ແຕ່ສໍາລັບພວກຂ້າພະເຈົ້າ ແມ່ນບໍ່ອາດຫຼົງລືມໄດ້ ...”
ບັນດາບົດເພງກ່ຽວກັບຄວາມສາມັກຄີໃນການຕໍ່ສູ້ກູ້ຊາດລະຫວ່າງ ຫວຽດນາມ - ລາວ ຍັງຝັງເລິກຢູ່ໃນດວງໃຈຂອງທະຫານອາສາສະໝັກຫວຽດນາມ ຢູ່ ລາວ
ໃນອາທິດຜ່ານມາ, ທ່ານ ບຸ່ຍມິນເຊີນ - ຄະນະຕິດຕໍ່ທົ່ວປະເທດ ທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຊ່ວຍເຫຼືອ ລາວ ໄດ້ສົ່ງຂໍ້ຄວາມມາຫາລາຍການຜ່ານທາງ facebook ໂດຍມີເນື້ອໃນດັ່ງນີ້: “ ພວກຂ້າພະເຈົ້າ - ທະຫານອາສາສະໝັກ ຫວຽດນາມ ຢູ່ ລາວໃນສະໄໝສົງຄາມ . ໃນຊຸມວັນທີ່ລໍາບາກກາກກໍານັ້ນ , ພວກຂ້າພະເຈົ້າກໍໄດ້ຮັບຟັງລາຍການກະຈາຍສຽງພາກພາສາລາວ ຂອງ ວິທະຍຸກະຈາຍສຽງ ຫວຽດນາມ ເປັນປະຈໍາ . ບໍ່ແມ່ນວ່າຜູ້ໃດຟັງແລ້ວກໍເຂົ້າໃຈເນື້ອໃນຂອງລາຍການໄດ້ທັງໝົດ ແຕ່ມີສິ່ງໜຶ່່ງທີ່ທຸກຄົນຮູ້ສຶກໄດ້ ແລະ ນິຍົມຊົມຊອບ , ນັ້ນແມ່ນລາຍການເພງກ່ຽວກັບຄວາມສາມັກຄີໃນການຕໍ່ສູ້ກູ້ຊາດ ລະຫວ່າງ ຫວຽນາມ - ລາວ ໂດຍນັກດົນຕີສອງປະເທດປະດິດແຕ່ງ . ມີບົດເພງຫຼາຍບົດຍັງຝັງເລິກຢູ່ໃນດວງໃຈຂອງພວກຂ້າພະເຈົ້າຈົນເຖິງມື້ນີ້ . ພິເສດແມ່ນບັນດາບົດເພງທີ່ເຂັ້ມຂຸ້ນໄປດ້ວຍຈັງຫວະຂອງການຟ້ອນລໍາວົງທີ່ຄຸ້ນເຄີຍຂອງບັນດານັກດົນຕີ ລາວ ໃນສະໄໝນັ້ນ . ຜ່ານການເວລາ , ປັດຈຸບັນ , ບັນດາບົດເພງເຫຼົ່ານັ້ນ ສ່ວນຫຼາຍແມ່ນບໍ່ຄ່ອຍມີຜູ້ໃດຈື່ໄດ້ແລ້ວ ແຕ່ສໍາລັບພວກຂ້າພະເຈົ້າ ແມ່ນບໍ່ອາດຫຼົງລືມໄດ້ ແລະ ມີຄວາມປາດຖະໜາຢາກຮັບຟັງບັນດາບົດເພງເຫຼົ່ານັ້ນອີກຄັ້ງໜຶ່ງ ເປັນຕົ້ນແມ່ນບົດເພງ “ ຊົມເຊີຍນັກຮົບປ້ອງກັນອາກາດ ”, “ ປະເທດຊາດຮັກແພງອ້າຍທະຫານ ລາວ ”, “ ຊົມເຊີຍທະຫານລາວສູ້ຮົບເກັ່ງ ”.... ບາງບົດເພງ ອາດຈະຄົ້ນຫາໄດ້ຜ່ານທາງອິນເຕີແນັດ ແຕ່ກໍມີບົດເພງຫຼາຍບົດແມ່ນຊອກບໍ່ໄດ້ເລີຍ , ນັບ ທັງຢູ່ລາວ ກໍບໍ່ມີໃຜຮູ້ຈັກເຖິງ . ພວກຂ້າພະເຈົ້າຫວັງຢ່າງຍິງວ່າ VOV  ຍັງຮັກສາບັນດາບົດເພງດັ່ງກ່າວນັ້ນໄວ້ຢູ່ ແລະ ເປີດໃຫ້ພວກຂ້າພະເຈົ້າຟັງຄືນແດ່ . ສໍາລັບພວກຂ້າພະເຈົ້າແລ້ວ , ປະເທດ ລາວ ຍາມໃດກໍແມ່ນບ້ານເກີດເມືອງນອນແຫ່ງທີ 2, ປະຊາຊົນລາວ ແມ່ນຄອບຄົວແຫ່ງທີ 2 ຂອງພວກຂ້າພະເຈົ້າຕະຫຼອດການ . ພວກຂ້າພະເຈົ້າຢາກຖ່າຍທອດໃຫ້ຄົນລຸ້ນຫຼັງບັນດາອາລົມຈິດຄວາມຮັກແພງຂອງຕົນ ເພື່ອຮັກສາ , ຖະໜຸຖະໜອມໄມຕີຈິດມິດຕະພາບແບບພິເສດລະຫວ່າງສອງຊາດໄວ້ໃຫ້ໝັ້ນແກ່ນ ”.
TAG
VOV/VOVworld/ທະຫານອາສາສະໝັກ/ວາລະສານກອມມູນິດ