VOV WorldVOV World
ບັນດາບົດເສັງທີ່ມີຄຳຕອບທີ່ສ້າງຄວາມປະທັບໃຈຕໍ່ຄະນະກຳມະການ ໃນການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2020
12/11/2020 10:43
(VOVWORLD) - ໃນອາທິດຜ່ານມາ, ພະແນກບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ (VOV5) ໄດ້ຮັບຈົດໝາຍ, ອີແມວ 391 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງຢູ່ 40 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ 10 ສະບັບ. ຜູ້ຟັງຫຼາຍທ່ານໄດ້ສະແດງຄວາມຮູ້ສຶກເມື່ອຕິດຕາມບັນດາຄໍລຳຂອງລາຍການ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບທີ່ທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.
ບັນດາບົດເສັງທີ່ມີຄຳຕອບທີ່ສ້າງຄວາມປະທັບໃຈຕໍ່ຄະນະກຳມະການ ໃນການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2020
      ພາຍຫຼັງຕິດຕາມຂ່າວ, ບົດໃນເວັບໄຊ vovworld.vn ແລະ ບັນດາຮູບພາບກ່ຽວກັບໄພນ້ຳຖ້ວມຢູ່ບັນດາແຂວງພາກກາງ ຫວຽດນາມ ໃນໄລຍະຜ່ານມາ ທີ່ໄດ້ລົງໃນ facebook ໃນໄລຍະຜ່ານມາ, ເພື່ອນ ຈັນສີດາ ຢູ່ນະຄອນຫຼວງ ວຽງຈັນ - ກ່ອນນີ້ມີໄລຍະເວລາຮຽນປະລິນຍາຕີຢູ່ຫວຽດນາມ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ມາຍັງລາຍການກະຈາຍສຽງພາກພາສາ ລາວ ດ້ວຍເນື້ອໃນດັ່ງນີ້: “ເມື່ອຕິດຕາມຂ່າວກ່ຽວກັບສະພາບພາຍຸ, ນ້ຳຖ້ວມ ແລະ ຜົນເສຍຫາຍຢ່າງໜັກກ່ຽວກັບຊີວິດອິນຊີ ແລະ ຊັບສິນ ເຊິ່ງປະຊາຊົນພາກກາງ ຫວຽດນາມ ຕ້ອງປະເຊີນໜ້າ, ຂ້າພະເຈົ້າຮູ້ສຶກອີດູຕົນ ແລະ ເຄົາລົບນັບຖືຕໍ່ນ້ຳໃຈອົງກາດກ້າແກ່ນໃນການຮັບມືກັບພາຍຸນ້ຳຖ້ວມຂອງປະຊາຊົນຢູ່ທີ່ນີ້. ຂ້າພະເຈົ້າກໍມີຄວາມປະທັບໃຈ ແລະ ຕື້ນຕັນໃຈຕໍ່ຮູບພາບ ກໍຄືເລື່ອງລາວຕ່າງໆຂອງປະຊາຊົນ ຫວຽດນາມ ຢູ່ທຸກແຖບຖິ່ນທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ຈັດຕັ້ງການສົ່ງເຄື່ອງບັນເທົາທຸກໄປຊ່ວຍເຫຼືອປະຊາຊົນຢູ່ພາກກາງ, ບັນດາພະນັກງານ, ນັກຮົບທີ່ເສຍສະຫຼະຊີວິດໃນຂະນະທີ່ປະຕິບັດວຽກງານກູ້ໄພກູ້ຊີບ ຫຼື ນັກຮ້ອງ, ນັກສະແດງຫຼາຍຄົນກໍບໍ່ຫວັ່ນໄຫວຕໍ່ຄວາມອັນຕະລາຍ, ບຸກໜ້າ, ລຸຍຕົມ, ແຂ່ງຝົນ ເພື່ອນຳເອົາເຄື່ອງບັນເທົາທຸກໄປຊ່ວຍປະຊາຊົນໂດຍກົງ. ຜ່ານນີ້ ສາມາດເຫັນໄດ້ເຖິງນ້ຳໃຈຄວາມສາມັກຄີ ແລະ ການອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນຂອງປະຊາຊົນຫວຽດນາມ”.         ຂອບໃຈເພື່ອນ ຈັນສີດາ ທີ່ໄດ້ສົ່ງຂໍ້ຄວາມມາຫາລາຍການ ແລະ ມີຄວາມເຫັນອົກເຫັນໃຈຕໍ່ບັນດາຜົນເສຍຫາຍຂອງປະຊາຊົນພາກກາງຫວຽດນາມ.         ເພື່ອນ ດາລາວັນ - ເຊິ່ງເປັນທ່ານຜູ້ຟັງປະຈຳຂອງລາຍການ ໄດ້ສົ່ງຂໍ້ຄວາມມາຫາລາຍການ ແລະ ແບ່ງປັນວ່າ: “ຂ້າພະເຈົ້າມັກຊົມລາຍການພາບສາລະຄະດີໃນເວັບໄຊ vovworld.vn ຫຼາຍ. ຫວ່າງມໍ່ໆມານີ້, ພວກເພື່ອນໄດ້ລົງພາບຖ່າຍເປັນຈຳນວນຫຼາຍ ເຊິ່ງແນະນຳກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ຫວຽດນາມ ເປັນຕົ້ນແມ່ນ ຟານຣາງ, ກາວບັ່ງ... ຫວຽດນາມ ມີທັດສະນີຍະພາບທີ່ສວຍງາມຫຼາຍບ່ອນ. ຂ້າພະເຈົ້າຍັງຈື່ໄດ້ດີບັນດາພາບຖ່າຍກ່ຽວກັບ ຈອມພູ ຟານຊີປັງ ທີ່ພວກເພື່ອນໄດ້ເອົາລົງໃນເວັບໄຊດັ່ງກ່າວໃນລະດູໜາວຂອງປີກາຍ. ຄາດວ່າ, ໃນລະດູໜາວປີນີ້ ຂ້າພະເຈົ້າ ຈະໄປທ່ຽວຊາປາ ເພື່ອພິຊິດຈອມພູ ຟານຊີປັງ ແຕ່ອາດຈະບໍ່ປະຕິບັດຕາມແຜນໄດ້ຍ້ອນໂລກລະບາດໂຄວິດ - 19.”
TAG
VOV/VOVworld/ຜູ້​ຟັງ/ຈົດ​ໝາຍ/ຮັກ​ສາ​ສັ​ນ​ຕິ​ພາບ