ແຂ່ງຂັນບານເຕະມິດຕະພາບລະຫວ່າງຄະນະຊາວໜຸ່ມອົງການສະຫະສະມາຄົມແລະບັນດາພະນັກງານລາວ
19/07/2018 14:55
(VOVWORLD) -ໃນອາທິດ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 245 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 40 ປະເທດ ແລະ ເຂດແຄ້ວນ.
ເພື່ອນ ສຸບິນ, ຢູ່ແຂວງຈຳປາສັກ ໃຫ້ຮູ້ວ່າ, ເພື່ອນມັກຕິດຕາມຄໍລຳເສດຖະກິດຜ່ານທາງເວັບໄຊ, ຜ່ານບັນດາບົດຂຽນນັ້ນ, ເພື່ອນເຫັນວ່າ ຊາວກະສິກອນຫວຽດນາມ ເກັ່ງທີ່ສຸດໃນວຽກງານປະດິດຄິດສ້າງ, ກໍຄືປັບປຸງເຕັກໂນໂລຊີຊ່ວຍໃຫ້ວຽກງານທຳການຜະລິດຂອງຕົນບັນລຸປະສິດທິຜົນເປັນຢ່າງດີກວ່າ. ສ່ວນເພື່ອນ ບົວລີ ແສງຄຳ, ໄດ້ໂທລະສັບມາລາຍການໂດຍແບ່ງປັນວ່າ: ນັບແຕ່ເມື່ອເວັບໄຊ vovworld ມີຄໍລຳການພົວພັນ “ຫວຽດນາມ - ລາວ” ແມ່ນສ້າງຄວາມສະດວກໃຫ້ແກ່ຂ້າພະເຈົ້າທີ່ສຸດໃນການຕິດຕາມຂ່າວ/ບົດທີ່ກ່ຽວຂ້ອງເຖິງການພົວພັນລະຫວ່າງ 2 ປະເທດ. ນີ້ແມ່ນໜຶ່ງໃນບັນດາຄໍລຳໃນເວັບໄຊ ເຊິ່ງຂ້າພະເຈົ້າໄດ້ຕິດຕາມເປັນປະຈຳ. ຂ້າພະເຈົ້າປາດຖະໜາວ່າ, ໃນໄລຍະຈະມາເຖິງ, ລາຍການພາກພາລາວ ຈະລົງຂ່າວ/ບົດ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ວັດທະນະທຳລະຫວ່າງ 2 ປະເທດໃຫ້ຫຼາຍກວ່າອີກ. ທາງລາຍການພາກພາສາລາວຂອບໃຈເພື່ອນ ສຸບິນ ແລະ ເພື່ອນ ບົວລີ ແສງຄຳທີ່ໄດ້ສົນໃຈແລະ ແບ່ງປັນຄວາມຄິດຂອງຕົນກ່ຽວກັບຄໍລຳເສດຖະກິດ ກໍຄື ຄໍລຳພົວພັນ ຫວຽດນາມ - ລາວ. ໃນໄລຍະຈະມາເຖິງ, ລາຍການພາກພາສາລາວຫວັງວ່າຈະໄດ້ຮັບຄຳເຫັນປະກອບຫຼາຍຈາກທ່ານຜູ້ຟັງກວ່າອີກ, ຊ່ວຍໃຫ້ລາຍການນັບມື້ນັບມີເນື້ອໃນສົມບູນກວ່າ ເພື່ອຮັບໃຊ້ໃຫ້ທ່ານຜູ້ຟັງ, ຜູ້ອ່ານຕິດຕາມຂ່າວ/ບົດຂອງລາຍການພາກພາລາວ.
TAG
VOV/VOVworld/ບຳລຸງສ້າງ
Related








