VOV WorldVOV World
ແນ​ະ​ນຳ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ຢູ່​ຊາປາ
18/05/2023 10:46
(VOVWORLD) - ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 319 ສະບັບ, ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ 19 ສະບັບ.
ແນ​ະ​ນຳ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ຢູ່​ຊາປາ
ງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ 2023 (ຊີເກມ 32) ຢູ່ ກຳປູເຈຍ  ໄດ້ອັດລົງຢ່າງຈົບງາມ ແລະ ແມ່ນເຫດການກິລາທີ່ດຶງດູດຄວາມສົນໃຈຈາກຜູ້ຟັງ, ຜູ້ອ່ານຫຼາຍຄົນ, ໃນນັ້ນ ມີຊາວ ຫວຽດນາມ ຫຼາຍຄົນໄດ້ສະແດງຄວາມສົນໃຈ ແລະ ຄວາມຮັກແພງຕໍ່ຄະນະນັກກິລາ ລາວ ໃນ ຊີເກມ ຄັ້ງນີ້. ພາຍຫຼັງທີ່ຄະນະນັກກິລາ ລາວ ຄວ້າໄດ້ຫຼຽນຄຳທຳອິດໃນຊີເກມ 32, ມີຜູ້ຟັງ ຫວຽດນາມ ຫຼາຍຄົນ ໄດ້ສົ່ງຈົດໝາຍເຖິງລາຍການ ຢາກສະແດງຄວາມດີໃຈນຳນັກກິລາ ກຸນບົກກະຕໍ ກອງເງິນ ອິນທິສານ ເວົ້າສະເພາະ ແລະ ຄະນະນັກກິລາ ລາວ ເວົ້າລວມ. ຜູ້ຟັງ ຫວໍຫາຍນາມ - ອະດີດນັກສຶກສາ ຫວຽດນາມ ຢູ່ ລາວ ໄດ້ຂຽນມາວ່າ: “ ຂໍສະແດງຄວາມ ດີໃຈນຳຄະນະນັກກິລາ ລາວ ທີ່ຄວ້າ ໄດ້ ຫຼຽນຄຳໃນມື້ແຂ່ງຂັນທຳອິດ. ຂໍອວຍພອນໃຫ້ຄະນະນັກກິລາ ລາວ ຍາດໄດ້ ຫຼາຍ ຜົນງານ ທີ່ໂດດເດັ່ນ ກວ່າອີກ”. ມີອະດີດນັກສຶກສາ ຫວຽດນາມ ຢູ່ລາວ ອີກຜູ້ໜຶ່ງ - ເພື່ອນ ຮວ່າງຕວັນແອັງ ກໍໄດ້ສະແດງຄວາມປະຕິຊົມຊື່ນຕໍ່ການພັດທະນາຂອງຂະແໜງກິລາລາວ. ເພື່ອນຂຽນວ່າ: “ໃນຊີເກມ 32 ນີ້, ລາວ ໄດ້ຕັ້ງເປົ້າໝາຍຍາດໄດ້ຫຼຽນຄຳ 5 ຫຼຽນ. ແຕ່ສຸດທ້າຍ, ຄະນະນັກກິລາ ລາວ ຄວ້າຫຼຽນ ໄດ້ ລື່ນ ກາຍ ຄາດໝາຍແລ້ວ ດ້ວຍ ຫຼຽນຄຳ 6 ຫຼຽນ. ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ ເມື່ອເຫັນວ່າ ຂະແໜງກິລາ ລາວ ມີການພັດທະນາຢ່າງກະໂດດຂັ້ນ. ຈຳນວນຫຼຽນຄຳທີ່ຍາດໄດ້ໃນຊີເກມຄັ້ງນີ້ ແມ່ນຫຼາຍທົບ 3 ເທົ່າເມື່ອທຽບໃສ່ຄັ້ງກ່ອນ. ຂໍສະແດງຄວາມ ດີໃຈນຳ ເດີ້ !”
TAG
VOV/VOVworld/ທ່ອງ​ທ່ຽວ​ລາວ/ຊີ​ເກມ/ຊາ​ປາ