VOV WorldVOV World
ແນ​ະ​ນຳ​ກ່ຽວ​ກັບ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍາ​ກຳ​ ຝ​ລັ່ງ ຢູ່ ຮ່າ​ໂນ້ຍ
29/12/2022 07:28
(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 400 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ລາຍການກະຈາຍສຽງພາກພາສາ ລາວ ໄດ້ຮັບຈົດໝາຍ 23 ສະບັບ. ເນື້ອໃນຈົດໝາຍມີຫຍັງແດ່ນັ້ນ, ເຊີນບັນດາທ່ານໄປຮັບຟັງພ້ອມກັນເລີຍ.
ແນ​ະ​ນຳ​ກ່ຽວ​ກັບ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍາ​ກຳ​ ຝ​ລັ່ງ ຢູ່ ຮ່າ​ໂນ້ຍ
ຍັງອີກບໍ່ພໍເທົ່າໃດມື້ກໍໝົດປີ 2022 ແລ້ວ ແລະ ກຽມຕ້ອນຮັບບຸນປີໃໝ່ສາກົນ 2023. ເນື່ອງໃນໂອກາດນີ້, ມີຜູ້ຟັງຫຼາຍທ່ານຂອງ VOV5 ແລະ ລາຍການພາກພາສາ ລາວ ໄດ້ສົ່ງຄຳອວຍພອນປີໃໝ່ມາຫາລາຍການ, ເຊິ່ງລະອຽດຄືດັ່ງນີ້: ທ່ານ ທອງມີ ເຊິ່ງເຄີຍຮຽນປະລິນຍາໂທຂະແໜງການເມືອງຢູ່ ຫວຽດນາມ ໄດ້ຂຽນວ່າ: “ຂອບໃຈລາຍການພາກພາສາລາວທີ່ໄດ້ອັບເດດຂ່າວ, ບົດ, ການເຄື່ອນໄຫວເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ - ຫວຽດນາມ ໃນຕະຫຼອດປີຢ່າງ ເປັນ ຂະບວນຟົດຟື້ນ. ຂໍ ອວຍພອນໃຫ້ ໂຄສົກ, ບັນນາທິການ ວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ ແລະ ບັນນາທິການພາກພາສາ ລາວ ເວົ້າສະເພາະ ຈົ່ງ ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດຫຼາຍຢ່າງໃນປີໃໝ່ 2023.” ທ່ານ ຄຳປັນ ໄດ້ສົ່ງຄຳອວຍພອນມາຍັງລາຍການຄືດັ່ງນີ້: “ ຍັງອີກ ບໍ່ຮອດອາທິດ ກໍ ຈະ ຮອດບຸນປີໃໝ່ສາກົນແລ້ວ. ຂໍອວຍພອນໃຫ້ VOV ແລະ ປະຊາຊົນ ຫວຽດນາມ ປີໃໝ່ຈົ່ງບັນລຸ ໄດ້ ໄຊຊະນະໃໝ່”. ກ່ອນອື່ນໝົດ, ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງທ່ານຜູ້ຟັງທຸກໆທ່ານ ທີ່ໄດ້ສົ່ງຄຳອວຍພອນອັນດີງາມມາຍັງລາຍການໃນອາທິດຜ່ານມາ ແລະ ຂໍອວຍພອນໃຫ້ທ່ານຜູ້ຟັງທຸກໆທ່ານ ປີໃໝ່ຈົ່ງສົມດັ່ງຄວາມມັກຄວາມປາດຖະໜາທຸກປະການ.
TAG
VOV/VOVworld/ວັດ​ທະ​ນະ​ທຳ/ສະ​ຖາ​ປັດ​ຕະ​ຍາ​ກຳ ຝ​ລັ່ງ