ແນະນຳກ່ຽວກັບລາຍການທ່ຽວທິບຢູ່ ຫວຽດນາມ
20/04/2023 07:43
(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 437 ສະບັບ, ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ 28 ສະບັບ.

ພາບສາລະຄະດີກ່ຽວກັບການນຳໃຊ້ເຕັກໂນໂລຢີດີຈີຕອນຢູ່ບັນດາເຂດປູຊະນີຍະສະຖານປະຫວັດສາດນະຄອນ ຮ່າໂນ້ຍ ທີ່ເອົາລົງໃນເວັບໄຊ vovworld.vn ພາກພາສາລາວ ໃນທ້າຍອາທິດຜ່ານມາ ໄດ້ດຶງດູດຄວາມສົນໃຈຂອງຜູ້ຊົມຜູ້ອ່ານເປັນຈຳນວນຫຼາຍ. ໃນນັ້ນ, ເພື່ອ ດາລາວັນ ຢູ່ແຂວງ ໄຊສົມບູນ ໄດ້ແບ່ງປັນວ່າ: “ ຮູບ ແບບ ດັ່ງ ກ່າວ ຄັກແທ້ ແລະ ມີ ຄວາມ ໝາຍ ທີ່ ສຸດ . ຂ້າ ພະ ເຈົ້າ ເອງ ບາງ ເທື່ອ ອ່ານ ສະ ເພາະ ແຕ່ ຂໍ້ ມູນ ປະ ຫວັດ ສາດ ກໍ ຍາກ ທີ່ ຈະ ຈື່ ໝົດ ໄດ້ . ແຕ່ ຖ້າ ວ່າ ມີ ທັງ ສຽງ , ຄຼິບ ວີດ ີ ໂອ , ຮູບ 2D ແລະ ການ ທ່ຽວ ທິບ ນີ້ ແນ່ນອນ ວ່າ ຈະ ຈັບ ອົກ ຈັບ ໃຈ ແລະ ເຂົ້າ ໃຈໄດ້ ງ່າຍ ກວ່າ ກໍ ຄື ສ້າງ ຄວາມ ປະ ທັບ ໃຈ ໄດ້ ຢ່າງ ເລິກ ເຊິ່ງກວ່າ . ໄລ ຍະ ຈະ ມາ ເຖິງ , ເມື່ອ ມາ ຫວຽດ ນາມ , ຂ້າ ພະ ເຈົ້າ ຈະ ທ ົດ ລອງ ລາຍ ການ ທ່ອງ ທ່ຽວ ແບບນີ້ ”. ເພື່ອນ ທິບດາວອນ ຢູ່ນະຄອນຫຼວງ ວຽງຈັນ ໄດ້ comment ມາວ່າ: “ ຊາວ ໜຸ່ມ ນະ ຄອນຫຼວງ ຮ່າ ໂນ້ຍ ມີ ຫົວ ຄິດ ປະ ດິດ ສ້າງ ແທ້ໆ ແລະ ໂຄ ສະ ນາ ເຂດ ປູ ຊະ ນີ ຍະ ສະ ຖານ ປະ ຫວັດ ສາດ ຢ່າງສຸດ ຈິດ ສຸດ ໃຈ . ແຂກທ່ອງທ່ຽວສາ ມາດຄົ້ນຫາ ບໍ່ວ່າ ປູ ຊະ ນີ ຍະ ສະ ຖານ ໃດໆ ໄດ້ ເອງ ຢ່າງ ງ່າຍ ດາຍ ໂດຍ ບໍ່ ຕ້ອງ ການຄວາມຊ່ວຍເຫຼືອຈາກຜູ້ ນຳ ທ່ຽວ ” .
TAG
VOV/VOVworld/ປູຊະນີຍະສະຖານ/ທ່ຽວທິບ/ທ່ອງທ່ຽວ
Related








