ແນະນຳບັນດາສະຖານທີ່ທ່ອງທ່ຽວຢູ່ແຂວງ ເງະອານ
25/05/2023 07:10
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 349 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 18 ສະບັບຈາກທ່ານຜູ້ຟັງ.

ພະລາດຊະວັງ ເຫວ້ ອາທິດຮ້ອນເອົ້າໄດ້ຜ່ານພົ້ນໄປແລ້ວ ແລະ ໃນອາທິດກ່ອນ, ພວກຂ້າພະເຈົ້າກໍ່ໄດ້ຮັບຈົດໝາຍ, ອີເມວຫຼາຍສະບັບຂອງທ່ານຜູ້ຟັງລາຍຝາກເຖິງລາຍການ. ໃນຈົດໝາຍ, ຜູ້ຟັງຫຼາຍທ່ານໄດ້ແບ່ງປັນຄວາມຮູ້ສຶກກ່ຽວກັບການພັກຜ່ອນຢ່ອມອາລົມຂອງຄອບຄົວຕົນໃນໂອກາດລະດູຮ້ອນ, ທ່ານຜູ້ຟັງບາງທ່ານກໍ່ໄດ້ຖາມກ່ຽວກັບສະຖານທີ່ທ່ອງທ່ຽວຊື່ດັງຂອງ ຫວຽດນາມ ໃນໄລຍະຈະມາເຖິງ. ຕໍ່ໄປນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບເຊິ່ງທ່ານຜູ້ຟັງຝາກເຖິງລາຍການ. ເພື່ອນ ລັດຕະນະວັນ, ແຂວງ ວຽງຈັນ ໄດ້ຝາກອີເມວເຖິງລາຍການ, ໃນນັ້ນເພື່ອນໄດ້ແບ່ງປັນກ່ຽວກັບການຢ້ຽມຢາມ ກຸງເກົ່າເຫວ້, ເພື່ອນໃຫ້ຮູ້ວ່າ: ຂ້າພະເຈົ້າພ້ອມດ້ວຍຄອບຄົວໄດ້ຂີ່ລົດໂດຍສານໄປຈາກແຂວງ ສະຫວັນນະເຂດ, ຜ່ານດ່ານຊາຍແດນສາກົນ ລາວບ໊າວ ແລ້ວໄປຮອດນະຄອນ ເທື່ອທຽນເຫວ້. ເວລາຂີ່ລົດທັງໝົດປະມານ 10 ຊົ່ວໂມງ. ອາກາດຢູ່ເຫວ້ ຄ້າຍຄືກັນກັບ ວຽງຈັນ, ຮ້ອນເອົ້າຫຼາຍ ແຕ່ຄອບຄົວຂ້າພະເຈົ້າກໍ່ ພະຍາຍາ ມຍາດ ເວລາ ໄປຢ້ຽມຊົມ ບັນດາສະຖານທີ່ທ່ອງທ່ຽວ, ທິວທັດທຳມະຊາດຢູ່ເຫວ້ ໃຫ້ໄດ້ ຫຼາຍ ທີ່ສຸດ . ເປັນໜ້າເສຍດາຍຫຼາຍ, ຍ້ອນໃນເຂດພະລາດຊະວັງ ເຫວ້ ພວມສ້ອມແປງຫຼາຍບ່ອນ, ດັ່ງນັ້ນຄອບຄົວຂ້າພະເຈົ້າບໍ່ສາມາດ ເຂົ້າ ຢ້ຽມຊົມໝົດໄດ້. ສິ່ງທີ່ຄອບຄົວຂ້າພະເຈົ້າມັກ, ດີໃຈທີ່ສຸດນັ້ນແມ່ນໄດ້ຢ້ຽມຊົມ, ອາບນ້ຳຢູ່ທະເລ ລັງໂກ, ນີ້ແມ່ນຫາດຊາຍທະເລ ທີ່ ສະອາດ, ໃສ ແລະ ສວຍງາມທີ່ສຸດ. ໄດ້ອາບນ້ຳທະເລ ສີ ຂຽວໃສ ແລະ ຊົມທິວທັດທຳມະຊາດທີ່ສວຍງາມ, ຄວາມຮ້ອນເອົ້າຂອງອາກາດຄືດັ່ງໄດ້ ຫາຍໄປ . ນີ້ແມ່ນຄວາມຮູ້ສຶກຂອງຂ້າພະເຈົ້າພ້ອມກັບຄອບຄົວ ກ່ຽວກັບການໄປທ່ອງທ່ຽວຢູ່ ຫວຽດນາມ, ປີໜ້າຄອບຄົວຂອງຂ້າພະເຈົ້າຈະ ໄປ ຢ້ຽມຢາມ ນະຄອນ ດານັ້ງ ແລະ ໂຮ້ຍອານ ນຳອີກ. ທົ່ງດອກຕາເວັນຂອງ ບໍລິສັດ TH True milk ສ່ວນເພື່ອນ ມາລາວັນ, ຄູສອນຢູ່ໂຮງຮຽນມັດທະຍົນຕອນປາຍ ໄຊສົມບູນ ໄດ້ແບ່ງປັນກ່ຽວກັບການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເງະອານ, ເພື່ອນໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເງະອານ ໃນຊຸມວັນຮ້ອນເອົ້າຕົ້ນເດືອນ ພຶດສະພາ, ແຕ່ກົງກັນຂ້າມກັບອາກາດຮ້ອນເອົ້ານັ້ນ ແມ່ນທົ່ງດອກຕາເວັນ ແລະ ທົ່ງ ຫຍ້າ ທີ່ປູກ ເປັນອາຫານໃຫ້ງົວພັນນົມທີ່ກ້ວາງໃຫຍ່ຂອງ ບໍລິສັດ TH True milk ໄດ້ ເຮັດໃຫ້ພວກຂ້າພະເຈົ້າ ມີຄວາມຕື່ນຕາຕື່ນ ໃຈ ທີ່ສຸດ . ຂ້າພະເຈົ້າຫວັງວ່າ ໃນອະນາຄົດ, ເມືອງລາວກໍ່ຈະມີບັນດາໂຄງການກະສິກຳເຕັກໂນໂລຊີສູງຄືວິທີ ທີ່ ບໍລິສັດ TH True milk ພວມປະຕິບັດຢູ່ ຫວຽດນາມ. ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈ ຕໍ່ບັນດາການແບ່ງປັນອັນລ້ຳຄ່າຂອງເພື່ອນ ລັດຕະນະວັນ ແລະ ເພື່ອນ ມາລາວັນ, ຫວັງວ່າ ຜູ້ຟັງທຸກໆທ່ານຈະສະຫງວນເວລາ ເພື່ອຄົ້ນຫາ ປະເທດ ຫວຽດນາມ ຫຼາຍກ່ວາອີກ ແລະ ຢ່າລືມຂຽນຈົດໝາຍມາໃຫ້ພວກຂ້າພະເຈົ້າຮັບຊາບນຳແດ່ເດີ. +++NC+++ ໃນອາທິດ, ເພື່ອນ ຈັນຕຽງ, ພະນັກງານວິທະຍຸກະຈາຍສຽງແຫ່ງຊາດ ລາວ ໄດ້ແຈ້ງໃຫ້ພວກຂ້າພະເຈົ້າຮູ້ວ່າ: ພະນັກງານຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ເຂົ້າຮ່ວມການມອບລາງວັນສື່ມວນຊົນຢູ່ ອິນໂດເນເຊຍ ແລະ ເຫັນນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ກໍ່ໄດ້ຮັບລາງວັນນີ້, ຊົມເຊີຍນັກຂ່າວ VOV. ຂອບໃຈເພື່ອນ ຈັນຕຽງ ໄດ້ແຈ້ງຂໍ້ມູນໃຫ້ຮູ້, ແນ່ນອນວ່າທາງວິທະຍຸກະຈາຍສຽງແຫ່ງຊາດລາວ ກໍ່ໄດ້ຮັບລາງວັນແມ່ນບໍ່, ເພື່ອນອາດສາມາດແຈ້ງຂໍ້ມູນກ່ຽວກັບລາງວັນທີ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວໄດ້ຮັບໃຫ້ພວກຂ້າພະເຈົ້າຮັບຊາບແດ່.
TAG
VOV/VOVworld/ຫາດຊາຍທະເລ/ເທດສະບານ/ເງະອານ
Related








