ແນະນຳເງື່ອນໄຂໄປທ່ອງທ່ຽວຢູ່ ລາວ ໃນໄລຍະຈະມາເຖິງ
30/12/2021 11:33
(VOVWORLD) - ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 406 ສະບັບຈາກທ່ານຜູ້ຟັງທີ່ມາຈາກ 35ປະເທດແລະເຂດແຄວ້ນ, ໃນນັ້ນ, ລາຍການກະຈາຍສຽງພາກພາສາ ລາວໄດ້ຮັບຈົດໝາຍ 10ສະບັບ.

ເນື້ອໃນຈົດໝາຍສະບັບທຳອິດທີ່ພວກຂ້າພະເຈົ້າຢາກແບ່ງປັນຕໍ່ທ່ານຜູ້ຟັງນັ້ນແມ່ນ ຄຳແບ່ງປັນຂອງເພື່ອນ ຄຳຕັນ ພາຍຫຼັງທີ່ເບິ່ງ ຄຼິບ ວີດີໂອແນະນຳກ່ຽວກັບ ເຝີໂສມງອກລິງ. ເພື່ອນໄດ້ຂຽນມາວ່າ “ນີ້ແມ່ນການປະສົມປະສານທີ່ແປກໃໝ່ອີຫຼີ, ເບິ່ງເປັນຕາແຊບຫຼາຍ ແລະ ດີຕໍ່ສຸຂະພາບ! ໃນການໄປປະຕິບັດງານຢູ່ ຮ່າໂນ້ຍ ຄັ້ງຈະມາເຖິງນີ້, ຂ້າພະເຈົ້າຈະລອງຊິມເບິ່ງວ່າ ມັນມີລົດຊາດແນວໃດ.” ຈົດໝາຍຕໍ່ໄປແມ່ນຄໍາແບ່ງປັນຂອງເພື່ອນ ບົວລະພາ ກ່ຽວກັບການສະແດງຂອງ 2 ອ້າຍນ້ອງນັກກາຍຍະສິນ ກວັກເກີ ແລະ ກວັກງຽບ ທີ່ເອົາຫົວຕໍ່ຫົວຍ່າງຂຶ້ນຄັນໄດ 100 ຂັ້ນ ຢູ່ ໂບດ Girona ປະເທດ ແອັດສະປາຍ ທີ່ຫາກໍທຳລາຍສະຖິຕິໂລກດ້ວຍເວລາ 53 ວິນາທີ ໃນຕອນແລງວັນທີ 23 ທັນວາ ຜ່ານມາ. ເພື່ອນແບ່ງປັນວ່າ “ໃນເວລາເບິ່ງຂ້າພະເຈົ້າທັງຕື່ນເຕັ້ນທັງເປັນຫ່ວງ, ເບິ່ງແລ້ວຫວາດສຽວທີ່ສຸດ. ແຕ່ສຸດທ້າຍເຂົາເຈົ້າກໍສຳເລັດການສະແດງຂອງຕົນຢ່າງດີເລີດ. ໜ້າເຄົາລົບ ແລະ ນັບຖືທີ່ສຸດ!”
TAG
VOV/VOVworld/ງານມະຫາກຳກິລາ ຊີເກມ 31/ທ່ອງທ່ຽວລາວ/ຈັບອົກຈັບໃຈ
Related
More








