ແນະນຳໝູ່ບ້ານອາຊີບທີ່ເປັນມູນເຊື້ອຢູ່ຮ່າໂນ້ຍ
01/11/2018 09:00
(VOVWORLD) - ໃນອາທິດ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 222 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 11 ສະບັບ.

ທ່ານຜູ້ຟັງ, ຜູ້ອ່ານມີຄວາມສົນໃຈເຖິງບັນດາຄໍລຳຕ່າງໆທີ່ໄດ້ອອກອາກາດ ແລະ ເອົາລົງທາງອິນເຕີເນັດ ໃນອາທິດຜ່ານມາ, ຢາກຊອກຮູ້ບັນດາໝູ່ບ້ານອາຊີບມູນເຊື້ອຂອງ ຮ່າໂນ້ຍ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ. ໃນອາທິດ, ເພື່ອນຈັນທະໝອນ, ເພື່ອນ ຄຳເບັ່ງ ຢູ່ແຂວງຄຳມ່ວນ ໄດ້ສົ່ງ ອີແມວເຖິງລາຍການໂດຍສະແດງໃຫ້ເຫັນຄວາມນິຍົມຄໍລຳ “ຄົ້ນຫາ ຫວຽດນາມ”, ໃນນັ້ນ, ທ່ານ ຈັນທະໝອນ ໄດ້ຂຽນວ່າ: “ຂ້າພະເຈົ້າມັກອ່ານບົດໃນຄໍລຳຄົ້ນຫາ ຫວຽດນາມ ຫຼາຍ, ເພາະວ່າມັນຈັບອົບຈັບໃຈ ແລະ ຂ້າພະເຈົ້າຄິດວ່າ ແລະ ນີ້ຄືດັ່ງລາຍການແນະນຳ, ໂຄສະນາການທ່ອງທ່ຽວ. ພວກເພື່ອນໄດ້ພາຜູ້ອ່ານ, ຜູ້ຟັງໄປທ່ຽວຫຼາຍສະຖານທີ່ຢູ່ ຫວຽດນາມ ແລະ ຈາກນັ້ນ, ຂ້າພະເຈົ້າກໍ່ຮູ້ຈັກສະຖານທີ່ຫຼາຍແຫ່ງ, ຮູ້ຈັກຮີດຄອງປະເພນີຂອງພວກເພື່ອນຫຼາຍກ່ວາອີກ. ນີ້ກໍ່ແມ່ນແຫຼ່ງຂໍ້ມູນທີ່ມີປະໂຫຍດຫຼາຍຈາກນັ້ນ, ຂ້າພະເຈົ້າຈະເລືອກເອົາບັນດາສະຖານທີ່ທ່ອງທ່ຽວເມື່ອມີໂອກາດໄປຢ້ຽມຢາມ ຫວຽດນາມ.” ສ່ວນເພື່ອນ ເກດຕິສັກ, ຢູ່ແຂວງ ວຽງຈັນ ມັກຊົມພາບສາລະຄະດີ ກ່ຽວກັບແມ່ຍິງ ຫວຽດນາມ ທີ່ສຸດ, ເພື່ອນໄດ້ຂຽນວ່າ: “ເຖິງວ່າແມ່ຍິງເຂົາເຈົ້າກໍ່ເຮັດວຽກງານທີ່ໜັກໜາສາຮັດກໍ່ຕາມ ແຕ່ຍາມໃດກໍ່ຍັງງາມ, ມີຮອຍຍິ້ມສົດໃສ ແລະ ບັນດາຮອຍຍິ້ມນັ້ນໄດ້ສະແດງໃຫ້ເຫັນຮັກຕໍ່ຊີວິດ, ຕໍ່ມະນຸດຂອງເຂົາເຈົ້າ. ຂອບໃຈບັນດາແມ່ຍິງ, ບັນດາແມ່ ຫວຽດນາມ ທີ່ຍາມໃດກໍ່ອຸທິດສ່ວນຈົດສຸດຄວາມສາມາດຂອງຕົນເພື່ອສ້າງໃຫ້ຊີວິດຄອບຄົວ, ສັງຄົມສວຍງາມກ່ວາອີກ.” ຂໍຂອບໃຈເພື່ອນ ຈັນທະສອນ, ເພື່ອນ ຄຳເບັ່ງ, ເພື່ອນ ເກດຕິສັກ ທີ່ໄດ້ສົ່ງອີແມວເຖິງລາຍການ. ຫວັງວ່າ, ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະໄດ້ຮັບຈົດໝາຍ, ອີແມວຈາກພວກເພື່ອນຫຼາຍກ່ວາອີກ. ບັນດາຄຳເຫັນປະກອບຂອງພວກເພື່ອນຈະປະກອບສ່ວນເຮັດໃຫ້ລາຍການຂອງພວກຂ້າພະເຈົ້າມີຄວາມຈັບອົກຈັບໃຈກ່ວາ. ຂໍຂອບໃຈ.
TAG
VOV/VOVworld/ໝູ່ບ້ານອາຊີບ
Related








