ແນະນຳການຕອບຄຳຖາມກ່ຽວກັບທີ່ມາຂອງຊຸດເສື້ອຍາວ ຫວຽດນາມ
24/09/2020 12:33
(VOVWORLD) -ໃນອາທິດຜ່ານມາພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ ຫຼາຍສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ ດ້ວຍເນື້ອໃນທີ່ແຕກຕ່າງກັນ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ກໍຄືຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາກພາສາລາວ ແລະ ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ (VOV5) ໃນອາທິດຜ່ານມາ.

ນັບແຕ່ຕົ້ນເດືອນກັນຍາ, ລາຍການກະຈາຍສຽງ ພາກພາສາລາວ ແລະ VOV5 ໄດ້ຮັບຄໍາອວຍພອນອັນດີງາມ ແລະ ອາລົມຈິດຄວາມຮັກແພງຂອງທ່ານຜູ້ຟັງທີ່ມາຈາກທຸກແຖບຖິ່ນໃນທ່ົວໂລກ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີ ແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ. ໃນອາທິດຜ່ານມາ ຍັງມີບັນດາຄໍາອວຍພອນ ແລະ ອາລົມຈິດຂອງທ່ານຜູ້ຟັງວິທະຍຸຈາກແດນໄກ ສືບຕໍ່ໄດ້ຝາກມາ VOV5. ໃນນັ້ນ, ຜູ້ຟັງມາຈາກ ຈີເລ, ທ່ານ Luis Valderas ໄດ້ຂຽນມາວ່າ: “ຂ້າພະເຈົ້າໄດ້ຮັບຟັງລາຍການຂອງ VOV ແຕ່ດົນແລ້ວ. ສໍາລັບຂ້າພະເຈົ້າແລ້ວ, ການຟັງ ແລະ ຮັບຂ່າວຈາກປະເທດທີ່ຫ່າງໄກເຖິງເຄິ່ງໜ່ວຍໂລກນັ້ນ ແມ່ນສິ່ງທີ່ຈັບໃຈອີ່ຫຼີ. ເຖິງວ່າ ໃນສະໄໝນີ້, ພວກເຮົາສາມາດສໍາຜັດກັບ ອິນເຕີເນັດ ໄດ້ຢ່າງງ່າຍດາຍ ແຕ່ແນ່ນອນວ່າ ຂ້າພະເຈົ້າ ຍັງສືບຕໍ່ຮັບຟັງບັນດາລາຍການຜ່ານຄື້ນວິທະຍຸອີກຕໍ່ໄປ ເພາະວ່າ ສໍາລັບຂ້າພະເຈົ້າແລ້ວ ຄື້ນວິທະຍຸ ຍັງສວມບົດບາດສໍາຄັນ”. ໃນຈົດໝາຍຂອງທ່ານຜູ້ຟັງ Juan Diez ທີ່ມາຈາກ ແອັດສະປາຍ ມີເນື້ອໃນດັ່ງນີ້: “ຊົມເຊີຍ VOV - ເພື່ອນຂອງຂ້າພະເຈົ້າ. ການຟັງວິທະຍຸ ເຮັດໃຫ້ຂ້າພະເຈົ້າຮູ້ສຶກສຸກກາຍສະບາຍໃຈ. ເຖິງວ່າມີບັນດາເຫດການທີ່ຫຍໍ້ທໍ້ກໍຕາມ ແຕ່ລາຍການຂ່າວຕ່າງໆຂອງ VOV ເຮັດໃຫ້ຂ້າພະເຈົ້າມີຄວາມເຊື່ອໝັ້ນຕໍ່ບັນດາສິ່ງທີ່ສວຍງາມກວ່າ”. ຈົດໝາຍສະບັບຕ່າງໆ ເຊິ່ງບັນດາທ່ານໄດ້ຝາກມານັ້ນ ແມ່ນແຫຼ່ງກໍາລັງໃຈອັນໃຫຍ່ຫຼວງສໍາລັບບັນນາທິການພວກຂ້າພະເຈົ້າ. ຂໍຂອບໃຈທຸກໆທ່ານທີ່ໄດ້ຕິດຕາມຮັບຟັງບັນດາລາຍການ, ສະໜັບສະໜູນ ແລະ ສະຫງວນອາລົມຈິດຄວາມຮັກແພງເປັນພິເສດແກ່ VOV. ຊຸດເສື້ອ “ຢາວແຫຼງ” - ຊຸດອາພອນທີ່ເປັນຊົງພື້ນຖານ ຂອງຊຸດເສື້ອຍາວ ຫວຽດນາມ. ທ້າຍອາທິດຜ່ານມາ, ເມື່ອພາບສາລະຄະດີ ດ້ວຍຫົວຂໍ້ “ພະນັກງານເພດຊາຍຢູ່ ນະຄອນ ເຫວ້ ພາກກາງ ຫວຽດນາມ ນຸ່ງຊຸດເສື້ອຍາວໄປເຮັດວຽກ” ໄດ້ເອົາລົງໃນເວັບໄຊ vovworld.vn ນັ້ນ, ເພື່ອນ ບຸນໜັກ ຈາກ ວຽງຈັນ ໄດ້ຝາກຈົດໝາຍມາຫາລາຍການ ດ້ວຍເນື້ອໃນດັ່ງນີ້: “ຂ້າພະເຈົ້າເຫັນວ່າ ນີ້ແມ່ນໜຶ່ງໃນບັນດາການກະທໍາທີ່ແທດຈິງ ເພື່ອປະກອບສ່ວນອະນຸລັກຮັກສາບັນດາຈຸດຄວາມງາມທີ່ເປັນມູນເຊື້ອຂອງວັດທະນະທໍາໄວ້. ເສື້ອຍາວ ຫວຽດນາມ ງາມຫຼາຍ! ຂ້າພະເຈົ້າໄດ້ຮູ້ຈັກ ເສື້ອຍາວແມ່ນຊຸດອາພອນປະຈໍາຊາດຂອງ ຫວຽດນາມ ແຕ່ດົນນານແລ້ວ ແຕ່ຂ້າພະເຈົ້າ ຍັງບໍ່ຮູ້ວ່າ ເສື້ອຍາວຫວຽດນາມ ມີມາແຕ່ເມື່ອໃດ? ຫວັງວ່າ ບັນດາບັນນາທິການພາກພາສາລາວ ຈະແນະນໍາໃຫ້ຂ້າພະເຈົົ້າກ່ຽວກັບທີ່ມາຂອງຊຸດອາພອນທີ່ສວຍງາມນີ້ຕື່ມອີກແດ່. ຂໍຂອບໃຈ! ທີ່ຈິງແລ້ວ, ໄລ່ມາຮອດປັດຈຸບັນ ຍັງບໍ່ທັນຢັ້ງຢືນໄດ້ຢ່າງຊັດເຈນວ່າ ເສື້ອຍາວ ຫວຽດນາມ ມາແຕ່ໃສ ແລະ ແຕ່ເວລາໃດ. ແຕ່ອີງໃສ່ສະພາບການປະຫວັດສາດນັບພັນປີ, ບັນດານັກຄົ້ນຄວ້າ ໄດ້ຕົກລົງເຫັນດີ ແລະ ສະຫຼຸບວ່າ: ຊຸດອາພອນປະຈໍາຊາດຂອງຫວຽດນາມນີ້ ໄດ້ປະກົດມີແຕ່ຊຸມປີ 38 – 42 ຫຼັງ ຄສ. ຜູ້ຍິງຄົນທໍາອິດທີ່ນຸ່ງຊຸດອາພອນນີ້ ແມ່ນສອງພະນາງຈຶງ ໃນການຕໍ່ສູ້ຕ້ານການຮຸກຮານຂອງສັດຕູ ເພື່ອມີຊຸດເສື້ອຍາວທີ່ເຕັມໄປດ້ວຍຈຸດຄວາມງາມວັດທະນະທໍາທີ່ເປັນເອກະລັກ ຄືເພື່ອນໄດ້ເຫັນໃນຊຸມວັນນີ້ນັ້ນ, ຊຸດອາພອນດັ່ງກ່າວ ໄດ້ຜ່ານການປ່ຽນແປງໃນຫຼາຍໄລຍະທີ່ແຕກຕ່າງກັນ. ໃນສະໄໝເຈົ້າຊີວິດ ຫງວຽນຝຸກຄວ໊າດ ປົກຄອງພາກໃຕ້ ແລະ ເຈົ້າຊີວິດ ຈິ້ງ ປົກຄອງຢູ່ພາກເໜືອ, ປະຊາຊົນຫວຽດນາມ ສ່ວນຫຼາຍໄດ້ນຸ່ງຊຸດເສື້ອ “ຢາວແຫຼງ” ແລະ ນີ້ກໍແມ່ນຊຸດອາພອນທີ່ເປັນຊົງພື້ນຖານຂອງຊຸດເສື້ອຍາວ ຫວຽດນາມ.
TAG
VOV/VOVworld/ເສື້ອຍາວ/ໝູ່ກາງຈາຍ/ນາຂັ້ນໄດ
Related








