ແນະນຳກ່ຽວກັບດອກໄມ້ປະຈຳຊາດຂອງ ຫວຽດນາມ
01/04/2021 10:17
(VOVWORLD) - ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ກັບມາພົບປະກັບທ່ານຜູ້ຟັງໃນລາຍການ ໂອ້ລົມກັບເພື່ອນລາວ ອີກຕາມເຄີຍ. ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາກສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ (VOV5) ໄດ້ຮັບຈົດໝາຍ, ອີເມວຈາກທ່ານຜູ້ຟັງ 431 ທ່ານ ທີ່ມາຈາກ 41 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ 13 ສະບັບດ້ວຍຄຳເຫັນ ແລະ ຄຳຖາມທີ່ຈັບອົກຈັບໃຈຫຼາຍຢ່າງ ກ່ຽວກັບດອກໄມ້ຊະນິດຕ່າງໆຂອງ ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າ ຂໍຄັດສະເໜີເນື້ອໃນຈົດໝາຍແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

ໃນຈົດໝາຍຝາກເຖິງ VOV5 ກໍຄືລາຍການພາກພາສາລາວ ໃນອາທິດຜ່ານມາ, ມີທ່ານຜູ້ຟັງຫຼາຍທ່ານທີ່ໄດ້ສະແດງຄວາມຮູ້ສຶກຂອງຕົນເມື່ອຕິດຕາມບັນດາລາຍການກະຈາຍສຽງ ແລະ ຂ່າວ, ບົດທີ່ໄດ້ເອົາລົງໃນເວັບໄຊ vovworld.vn. ໃນນັ້ນ, ທ່ານຜູ້ຟັງ ຫວາງຈືຄ໊າງ ຢູ່ ຈີນ ແບ່ງປັນວ່າ: “ ຂ້າ ພະ ເຈົ້າ ແມ່ນ ນັກ ຮຽນ ຊັ້ນ ມ 4, ເຖິງວ່າ ເວ ລາ ຫວ່າງ ບໍ່ຫຼາຍ ແຕ່ ກໍ ມັກ ຟັງ ບັນ ດາ ລາຍ ການ ຂອງວິ ທະ ຍຸ ກະ ຈາຍ ສຽງ ຫວຽດ ນາມ ເປັນ ປະ ຈຳ . ຂ້າ ພະ ເຈົ້າ ກໍ ຍັງ ບໍ່ ທັນ ໄດ້ ໄປ ຫວຽດ ນາມ ຈັກ ເທື່ອ , ໂດຍ ສະ ເພາະ ແມ່ນ ໃນ ໄລ ຍະ ທີ່ ໂລກ ລະ ບາດ ໂຄວິດ - 19 ພວມ ຄຸກ ຄາມ ຄື ປັດ ຈຸ ບັນ , ແຕ່ ຜ່ານ ລາຍ ການ ກະ ຈາຍ ສຽງ ຂອງ VOV , ຂ້າ ພະ ເຈົ້າ ສາ ມາດ ຮັບຮູ້ ໄດ້ ເຖິງ ປະ ເທດຫວຽດ ນາມ ທີ່ ສວຍ ສົດ ງົດ ງາມ , ຄົນ ຫວຽດ ນາມ ສະຫຼາດ , ດຸ ໝັ່ນ , ຊື່ ຕົງ , ລຽບ ງ່າຍ ແລະ ອາດ ຫານ .” ຈົດໝາຍສະບັບຕໍ່ໄປ ແມ່ນຂອງເພື່ອນ ສີສົມພອນ - ທ່ານຜູ້ຟັງລາວ, ເພື່ອນຂຽນວ່າ: “ຂ້າພະເຈົ້າມັກລາຍການພາບສາລະຄະດີຫຼາຍ. ຜ່ານການຕິດຕາມ, ຂ້າພະເຈົ້າເຫັນວ່າ ດອກໄມ້ຢູ່ ຫວຽດນາມ ມີຫຼາກຫຼາຍຊະນິດ. ເບິ່ງຄືວ່າ ຢູ່ ຫວຽດນາມ ຈະມີດອກໄມ້ທີ່ເປັນເອກະລັກຂອງແຕ່ລະເດືອນແມ່ນບໍ? ເດືອນມັງກອນ ຂ້າພະເຈົ້າ ໄດ້ເບິ່ງພາບສະລະຄະດີກ່ຽວກັບດອກຄາຍດອກເໝີຍ, ເດືອນກຸມພາ ແມ່ນດອກບານ ແລະ ເດືອນມີນານີ້ ແມ່ນພາບສາລະຄະດີກ່ຽວກັບດອກງີ້ວ.” ກ່ອນອື່ນໝົດ, ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງທ່ານຜູ້ຟັງ ຫວາງຈືຄ໊າງ ແລະ ເພື່ອນ ສີສົມພອນ ພ້ອມດ້ວຍທ່ານຜູ້ຟັງ, ຜູ້ອ່ານທຸກໆທ່ານ ທີ່ໄດ້ຕິດຕາມ, ສະໜັບສະໜູນບັນດາລາຍການກະຈາຍສຽງ, ຂ່າວ, ບົດທີ່ໄດ້ເອົາລົງໃນເວັບໄຊ ແລະ ສົ່ງຈົດໝາຍມາຍັງລາຍການ ກໍຄື VOV5. ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຮ່ວມເດີນທາງພ້ອມກັບພວກຂ້າພະເຈົ້າ ແລະ ປະກອບຄຳເຫັນເພື່ອໃຫ້ບັນດາລາຍການນັບມື້ນັບ ມ່ວນ ແລະ ຈັບອົກຈັບໃຈກວ່າເກົ່າ. ກັບຄືນສູ່ກັບຄຳຖາມຂອງເພື່ອນ ສີສົມພອນ, ເພື່ອນ ສີສົມພອນ ພ້ອມດ້ວຍທ່ານຜູ້ຟັງທີ່ຮັກແພງ! ແມ່ນແລ້ວ ຢູ່ຫວຽດນາມ ມີດອກໄມ້ຫຼາກຫຼາຍຊະນິດ, ພິເສດແມ່ນຢູ່ ຮ່າໂນ້ຍ - 12 ເດືອນ ມີດອກໄມ້ 12 ຊະນິດເປັນເອກະລັກ. ເດືອນໜຶ່ງດອກເໝີຍດອກຄາຍພາກັນເບັ່ງບານ, ເດືອນສອງແມ່ນເຕັມໄປດ້ວຍດອກບານ, ຮອດເດືອນສາມດອກງີ້ວແຂ່ງກັນອວດສີ, ເດືອນສີ່, ເດືອນຫ້າພັດແມ່ນລະດູຂອງຕະກຸນດອກລິນລີ່, ດອກຝາງ… ຄວາມງາມ ແລະ ກິ່ນຫອມຂອງດອກໄມ້ຊະນິດຕ່າງໆນັ້ນ ປະສົມປະສານເຂົ້າກັບອາກາດຂອງ ຮ່າໂນ້ຍ ໄດ້ເຮັດໃຫ້ ຮ່າໂນ້ຍ ກາຍເປັນຮູບພາບທີ່ມີຫຼາກຫຼາຍສີສັນ ແລະ ມີເລື່ອງລາວຈັບອົກຈັບໃຈຫຼາຍຢ່າງ ອັນໄດ້ເຮັດໃຫ້ຜູ້ຢູ່ຫ່າງໄກຈາກບ້ານເກີດເມືອງນອນຍາມໃດກໍຄິດຮອດຄິດເຖິງ ແລະ ແຂກທ່ອງທ່ຽວບໍ່ຈັກວ່າເທົ່າໃດຄົນຕ້ອງຕິດໃຈອາໄລຫາ. ສ່ວນນັກດົນຕີ ຢ໊າງຊອນ ໄດ້ແຕ່ງເປັນບົດເພງທີ່ມີຊື່ວ່າ “ຮ່າໂນ້ຍ ກັບດອກໄມ້ 12 ລະດູ”.
TAG
VOV/VOVworld/ດອກໄມ້ປະຈຳຊາດ/ຜ້າອັດປາກ - ອັດດັງ Wakamono
Related








