ແນະນຳກ່ຽວກັບ ແອັບພຼີເຄຊັນ IATA Travel Pass
28/10/2021 10:33
(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍ, ອີແມວ 351 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງ ທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ ລາຍການກະຈາຍສຽງພາກພາສາ ລາວ ໄດ້ຮັບຈົດໝາຍ 13 ສະບັບ ດ້ວຍຫຼາຍເນື້ອໃນກ່ຽວຂ້ອງເຖິງຂະແໜງການທ່ອງທ່ຽວຂອງ ຫວຽດນາມ ໃນໄລຍະປົກກະຕິໃໝ່. ໃນລາຍການ “ໂອ້ລົມກັບເພື່ອນລາວ" ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາຍັງລາຍການ ກໍຄື VOV5 ໃນອາທິດຜ່ານມາ.

ທ່ານ Diego Echeverri ຊາວ ໂກລົມເບຍ ໄດ້ສົ່ງຈົດໝາຍມາຫາ VOV5 ດ້ວຍເນື້ອໃນດັ່ງນີ້: “ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ບັນດາລາຍການກະຈາຍສຽງມ່ວນໆຂອງ VOV5. ຂ້າພະເຈົ້າມັກຮັບຟັງລາຍການກະຈາຍສຽງຂອງ VOV5 ຜ່ານທາງອິນເຕີເນັດ. ບັນດາລາຍການເຫຼົ່ານັ້ນຈັບອົກຈັບໃຈຫຼາຍ. ຂ້າພະເຈົ້າຫວັງວ່າ ມື້ໃດມື້ໜຶ່ງ, ຂ້າພະເຈົ້າຈະມີໂອກາດໄປຢ້ຽມຢາມ ຫວຽດນາມ.” ທ່ານ Martin Estevez Pastor ຈາກ Madrid, ແອັດສະປາຍ ໄດ້ສົ່ງຈົດໝາຍມາຫາ VOV5 ແລະ ແບ່ງປັນສູ່ຟັງວ່າ : “ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ຂຽນຈົດໝາຍຝາກໄປໃຫ້ VOV5. ຂອບໃຈບັນນາທິການຂອງ VOV5 ທີ່ໄດ້ຜະລິດບັນດາລາຍການກະຈາຍສຽງທີ່ຈັບອົກຈັບໃຈ ແລະ ຂ້າພະເຈົ້າສາມາດຮັບຟັງໄດ້ບໍ່ວ່າຢູ່ແຫ່ງຫົນໃດ. ຂ້າພະເຈົ້າກໍໄດ້ຕິດຕາມເວັບໄຊ vovworld.vn ເປັນປະຈຳ” . ຕໍ່ໄປແມ່ນຈົດໝາຍຂອງທ່ານ ພິຈິດ ທອງພົມ. ຜ່ານບົດຂຽນ “ຊຸດອາພອນປະຈຳຊາດ ສະແດງຄຸນຄ່າວັດທະນະທຳຂອງຊາດ ຫວຽດນາມ” ທີ່ໄດ້ເອົາລົງໃນເວັບໄຊ vovworld.vn, ທ່ານ ພິຈິດ ທອງພົມ ແບ່ງປັນວ່າ: “ຂ້າພະເຈົ້າມີຄວາມປະທັບໃຈຕໍ່ການທັກແຊ່ວ, ຕຳຫູກທໍ່ໄໝຂອງຊາວ ຫວຽດນາມ. ສິລະປະໃນການຕຳຫູກທໍ່ໄໝຂອງ ຫວຽດນາມ ບໍ່ໜ້ອຍໜ້າໄປກວ່າປະເທດໃດໃນໂລກ”.
TAG
VOV/VOVworld/ລະບົບ IOS/Android/IATA Travel Pass/ທ່ອງທ່ຽວ
Related
More








