VOV WorldVOV World
ແນະ​ນຳ​ກ່ຽວ​ກັບ​ເລື່ອງ​ລາວ​ຂອງ​ນັກ​ກິ​ລາ​ຄົນ​ພິ​ການ ຈິ້ງ​ທິ​ບິກ​ຍື
15/06/2023 09:43
(VOVWORLD) - ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ຍາມໃດກໍໄດ້ຮັບອາລົມຈິດຄວາມຮັກແພງ, ຄວາມສົນໃຈ ແລະ ໄດ້ຮັບຈົດໝາຍນັບຮ້ອຍໆສະບັບຈາກທ່ານຜູ້ຟັງທີ່ມາຈາກຫຼາຍປະເທດ ແລະ ເຂດແຄວ້ນໃນໂລກ ສົ່ງມາ VOV5 ໃນອາທິດຜ່ານມາ ດ້ວຍຄຳຄິດຄຳເຫັນ, comment ແລະ ຄຳຕິຊົມທີ່ຕັ້ງໜ້າ. ຕໍ່ໄປນີ້ຂໍເຊີນທ່ານຜູ້ຟັງ, ຜູ້ອ່່ານພ້ອມກັບບັນນາທິການລາຍການກະຈາຍສຽງພາກພາສາລາວ ເບິ່ງຄືນບັນດາເນື້ອໃນ, ຄຳເຫັນຂອງຈົດໝາຍບາງສະບັບໃນຈຳນວນ 387 ສະບັບທີ່ໄດ້ສົ່ງມາ VOV5 ໃນອາທິດຜ່ານມາ, ເຊິ່ງໃນນັ້ນ ມີຈົດໝາຍ 22 ສະບັບແມ່ນຂອງທ່ານຜູ້ຟັງລາວ ຝາກມາລາຍການກະຈາຍສຽງພາກພາສາລາວ.
ແນະ​ນຳ​ກ່ຽວ​ກັບ​ເລື່ອງ​ລາວ​ຂອງ​ນັກ​ກິ​ລາ​ຄົນ​ພິ​ການ ຈິ້ງ​ທິ​ບິກ​ຍື
ພາຍຫຼັງຕິດຕາມພາບສາລະຄະດີໃນເວັບໄຊ vovworld.vn, ເພື່ອນ ທິບດາວອນ ຢູ່ນະຄອນຫຼວງ ວຽງຈັນ ມີຄວາມປະທັບໃຈເປັນພິເສດຕໍ່ຮູບຝາຜະໜັງທີ່ເຕັມໄປດ້ວຍສີສັນຢູ່ໝູ່ບ້ານປະມົງ ເຍິນຫຼີ, ແຂວງບິ່ງດິ້ງ. ໃນຈົດໝາຍຝາກເຖິງລາຍການ, ເພື່ອນແບ່ງປັນວ່າ: “ຮູບຝາຜະໜັງ ງາມຫຼາຍ ແລະ ມີຊີວິດຊີວາ. ຂ້າພະເຈົ້າກໍຢາກໄປຄົ້ນຫາຊີວິດການເປັນຢູ່ຂອງປະຊາຊົນຢູ່ໝູ່ບ້ານປະມົງ ແຕ່ຍັງບໍ່ທັນມີໂອກາດເທື່ອ. ພາຍຫຼັງທີ່ເຫັນຮູບຝາຜະໜັງສວຍງາມນີ້, ຂ້າພະເຈົ້າກໍເລີຍຄິດເຖິງເລື່ອງຈະສ້າງແຜນການ ແລະ ສັບຊ້ອນເວລາ ເພື່ອໄປຄົ້ນຫາໝູ່ບ້ານປະມົງ ເຍິນຫຼີ ໃນໄລຍະຈະມາເຖິງ”.
TAG
VOV/VOVworld/ກິ​ລາ​ຄົນ​ພິ​ການ/ບິກ​ຍື/ລອຍ​ນ້ຳ/ໝາກ​ສົ້ມ​ໂອ​ເປືອກ​ຂຽວ/ຮູບ​ຝາ​ຜະ​ໜັງ