VOV WorldVOV World
ແນະ​ນຳ​ກ່ຽວ​ກັບ​ຫໍ​ພິ​ພິ​ທະ​ພັນ​ເຄື່ອງ​ປັ້ນ​ດິນ​ເຜົາ​ທີ່​ເກົ່າ​ແກ່​ ແມ່​ນ້ຳ ເຮືອງ
13/07/2023 07:52
(VOVWORLD) - ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍ 402 ສະບັບ, ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ 22 ສະບັບຈາກທ່ານຜູ້ຟັງລາວ.
ແນະ​ນຳ​ກ່ຽວ​ກັບ​ຫໍ​ພິ​ພິ​ທະ​ພັນ​ເຄື່ອງ​ປັ້ນ​ດິນ​ເຜົາ​ທີ່​ເກົ່າ​ແກ່​ ແມ່​ນ້ຳ ເຮືອງ
ໃນອາທິດຜ່ານມາ, ມີທ່ານຜູ້ຟັງຫຼາຍທ່ານໄດ້ສົ່ງຈົດໝາຍເຖິງລາຍການແບ່ງປັນກ່ຽວກັບຄວາມຮູ້ສຶກຂອງຕົນພາຍຫຼັງໄດ້ໄປທ່ອງທ່ຽວ ຢູ່ ຫວຽດນາມ.      ເພື່ອນ ເກສອນ ຢູ່ນະຄອນຫຼວງ ວຽງຈັນ ໄດ້ຂຽນວ່າ: “ ຄອບ ຄົວ ຂ້າ ພະ ເຈົ້າ ຫາ ກໍ ສິ້ ນ ສຸດ ໄລ ຍະ ພັກ ຜ່ອນ ຢູ່ ຝູກວັກ . ພວກ ຂ້າ ພະ ເຈົ້າ ໄດ້ ພັກ ຜ່ອນ ຢ່າງ ແທ້ ຈິງ ແລະ ຝູກວັກ ໄດ້ ສ້າງ ຄວາມ ປະ ທັບ ໃຈຫຼາຍ ຢ່າງ ແກ່ ຂ້າ ພະ ເຈົ້າ ພ້ອມ ດ້ວຍຄອບ ຄົວ , ບໍ່ ວ່າ ຈະ ເປັນ ທິວ ທັດ ທຳ ມະ ຊາດ , ອາ ຫານ ການ ກິນ ແລະ ບັນ ດາ ກິດ ຈະ ກຳ ລະ ຫຼີ້ນ ບັນ ເທິງ ທີ່ ໜ້າ ຈັບ ອົກ ຈັບ ໃຈ ແລະ ໜ້າ ຈົດ ຈຳ . ຂອບ ໃຈ ບັນ ນາ ທິ ການ ລາຍ ການ ພາ ສາ ລາວ ທີ່ ໄດ້ ແນະ ນຳ ບັນ ດາ ສະ ຖານ ທີ່ ທ່ອງ ທ່ຽວ ນັ້ນ ໃຫ້ ແກ່ ພວກ ຂ້າ ພະ ເຈົ້າ ”.
TAG
VOV/VOVworld/ທ່ອງ​ທ່ຽວ/ຫໍ​ພິ​ພິ​ທະ​ພັນ​ເຄື່ອງ​ປັ້ນ​ດິນ​ເຜົາ