ແນະນຳກ່ຽວກັບໝາກແມັກຄາເດເມຍ
15/10/2020 09:00
(VOVWORLD) -ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກ ພາສາລາວ ແລະ ພະແນກກະຈາຍສຽງບັນດາລາຍການຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ (VOV5) ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງ, ຜູ້ອ່ານທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ. ນອກຈາກບັນດາຄຳອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງວັນແທັງລອງ - ຮ່າໂນ້ຍ ຄົບຮອບ 1010 ປີ, ທ່ານຜູ້ຟັງຍັງສະແດງຄວາມຮູ້ສຶກ ແລະ ຕັ້ງບັນດາຄຳຖາມທີ່ໜ້າຈັບອົກຈັບໃຈອື່ນອີກ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ, ຜູ້ອ່ານໄດ້ຝາກມາລາຍການພາກພາສາລາວ ເວົ້າສະເພາະ ແລະ VOV5 ເວົ້າລວມ ໃນອາທິດຜ່ານມາ.

ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບໂທລະສັບຈາກລຸງນາມ. ເພິ່ນແມ່ນພະນັກງານບຳນານ. ລຸງໃຫ້ຮູ້ວ່າ ຂ້າພະເຈົ້າໄດ້ຮັບຟັງລາຍການກະຈາຍສຽງຕາມເວລາອອກອາກາດໃໝ່ແລ້ວ. ຂ້າພະເຈົ້າເປັນຜູ້ຟັງປະຈຳຂອງລາຍການກະຈາຍສຽງພາກພາສາລາວ ແລະ ພາກພາສາ ໄທ. ພວກເຈົ້າເຮັດໄດ້ດີຫຼາຍ, ຈົ່ງຮັກສາ ແລະ ເສີມຂະຫຍາຍຕໍ່ໄປ”. ການໂທລະສັບມາຫາລາຍການແບບນີ້ ແມ່ນມີຄຸນຄ່າຫຼາຍສຳລັບບັນນາທິການ. ນີ້ແມ່ນແຫຼ່ງກຳລັງໃຈອັນໃຫຍ່ຫຼວງຕໍ່ຜູ້ຈັດທຳລາຍການຄືພວກຂ້າພະເຈົ້າ. ຂໍຂອບໃຈລຸງ ນາມ ຫຼາຍໆ ທີ່ໄດ້ຕິດຕາມລາຍການກະຈາຍສຽງຂອງ ວິທະຍຸກະຈາຍສຽງຫວຽດນາມ ແລະ ມີຄຳຕິຊົມ ກໍຄື ປະກອບຄຳເຫັນຕໍ່ລາຍການພາກພາສາລາວ. ຂໍອວຍພອນໄຊໃຫ້ລຸງ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ສືບຕໍ່ຕິດຕາມ ກໍຄື ປະກອບຄຳເຫັນໃຫ້ແກ່ລາຍການ ເພື່ອໃຫ້ລາຍການຂອງພວກຂ້າພະເຈົ້ານັບມື້ນັບດີກວ່າເກົ່າ, ເປັນປະໂຫຍດ ແລະ ດຶງດູດທ່ານຜູ້ຟັງຫຼາຍກວ່າອີກ. ຈົດໝາຍສະບັບຕໍ່ໄປແມ່ນຂອງທ່ານຜູ້ຟັງ Odilón Ramos Boza ທີ່ມາຈາກ ເປຣູ, ລາວແບ່ງປັນວ່າ: “ຂ້າພະເຈົ້າເລີ່ມຟັງວິທະຍຸນັບແຕ່ຊຸມປີ 1980. ມາຮອດປັດຈຸບັນ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການດຳລົງຊີວິດກໍຕາມ ແຕ່ຂ້າພະເຈົ້າກໍຍັງສືບຕໍ່ຮັບຟັງບັນດາລາຍການຂອງ ວິທະຍຸກະຈາຍສຽງຫວຽດນາມ ຜ່ານທາງອິນເຕີແນັດ”. ສ່ວນໃນຈົດໝາຍຂອງທ່ານ Juan Diez, ຢູ່ Santander ປະເທດ ແອັດສະປາຍ , ແບ່ງປັນວ່າ ລາວມັກບົດຂຽນກ່ຽວກັບ ວິທະຍຸກະຈາຍສຽງຫວຽດນາມ ດ້ວຍຫົວຂໍ້ “ສະຖານທີ່ເກັບຮັກສາປະຫວັດສາດດ້ວຍນ້ຳສຽງ”. “ຖັນແຖວພະນັກງານຜູ້ຈັດທຳລາຍການຂອງ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ເກັບຮັກສາບັນດາຂໍ້ມູນເອກະສານປະຫວັດສາດອັນລ້ຳຄ່າ. ນັ້ນແມ່ນບັນດາພະຍານຫຼັກຖານດ້ານປະຫວັດສາດບໍ່ຈັກວ່າເທົ່າໃດຂະບວນການຮັກປະເທດຊາດ, ເຫດການການເມືອງ ແລະ ປະຫວັດສາດໃກ້ຍຸກປັດຈຸບັນຂອງຫວຽດນາມ”. ເພື່ອນ Kim Som Neang - ເຊິ່ງເປັນຜູ້ຟັງຈາກ ກຳປູເຈຍ ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຍັງ VOV5 ດ້ວຍເນື້ອໃນຢາກໄດ້ຮັບການແນະນຳກ່ຽວກັບຮູບແບບນຳໃຊ້ລົດຖີບອັດສະລິຍະສາທາລະນະ ເຊິ່ງຄາດວ່າຈະທົດລອງປະຕິບັດຢູ່ນະຄອນ ໂຮ່ຈີມິນ ໃນໄລຍະຈະມາເຖິງ.
TAG
VOV/VOVworld/ແມັກຄາເດເມຍ/ລົດຖີບອັດສະລິຍະສາທາລະນະ
Related








