VOV WorldVOV World
ແນະ​ນຳ​ກ່ຽວ​ກັບ​ຄຸ້ມ Homestay ເຫັງ​ຍ​ໂດ ຢູ່ ລາວ​ກາຍ
23/02/2023 07:20
(VOVWORLD) - ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 340 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ລາຍການກະຈາຍສຽງພາກພາສາ ລາວ ໄດ້ຮັບຈົດໝາຍ 14 ສະບັບ.
ແນະ​ນຳ​ກ່ຽວ​ກັບ​ຄຸ້ມ  Homestay ເຫັງ​ຍ​ໂດ ຢູ່ ລາວ​ກາຍ
ພາຍຫຼັງທີ່ພວກຂ້າພະເຈົ້າໄດ້ລົງພາບສາລະຄະດີກ່ຽວກັບໂນນພູທີ່ປົກຄຸມໄປດ້ວຍສີຂາວກະຈະຂອງດອກໝາກໝັ້ນຢູ່ທົ່ວເຂດພູດອຍ ມົກເຈົາ ໃນເວັບໄຊ vovworld.vn, ພວກຂ້າພະເຈົ້າ ໄດ້ຮັບຫຼາຍຄອມເມັ້ນຂອງທ່ານຜູ້ຟັງ, ໃນນັ້ນເພື່ອນ ດາວວຽງ ຢູ່ນະຄອນຫຼວງ ວຽງຈັນໄດ້ແບ່ງປັນວ່າ: “ຄືດັ່ງຫົວຂໍ້ຂອງພາບສາລະຄະດີ: ຫຼົງໄຫຼໄປກັບຄວາມສວຍງາມທີ່ຂາວສະອາດຂອງໝາກໝັ້ນຢູ່ ມົກເຈົາ, ພຽງແຕ່ເບິ່ງຮູບເທົ່ານັ້ນ, ຂ້າພະເຈົ້າກໍຖືກດຶງດູດໃຈດ້ວຍຄວາມງາມຂອງດອກໄມ້ຊະນິດນີ້ ແລະ ປາດຖະໜາຢາກໄດ້ໄປຊົມປ່າດອກໄມ້ນີ້ເທື່ອໜຶ່ງ.” ແຂກທ່ອງທ່ຽວຫຼາຍຄົນຫຼົງໄຫຼໄປກັບຄວາມສວຍງາມທີ່ຂາວສະອາດຂອງໝາກໝັ້ນຢູ່ ມົກເຈົາ ຂອບໃຈເພື່ອນ ດາວວຽງ ທີ່ໄດ້ແບ່ງປັນຄວາມຮູ້ສຶກຂອງຕົນເມື່ອຕິດຕາມພາບສາລະຄະດີນີ້. ຄືດັ່ງເພື່ອນໄດ້ເຫັນຄວາມງາມຂອງທັດສະນີຍະພາບດັ່ງໃນຝັນຢູ່ ມົກເຈົາ ໃນລະດູບານໃໝ່ແລ້ວ, ແຕ່ຍັງອີກປະມານ 1 – 2 ອາທິດ, ທັດສະນີຍະພາບຢູ່ທີ່ນີ້ຈະໄດ້ປ່ຽນສີໃໝ່. ຖ້າຫາກວ່າ ເພື່ອຢາກເຊື່ອມຕົວເຂົ້າກັບປ່າດອກໝັ້ນທີ່ຂາວສະອາດນັ້ນ ກໍຂ້ຽວຈັດແບ່ງເວລາມາທ່ຽວ ເພາະໃກ້ຈະໝົດລະດູແລ້ວເດີ. “ ຮ່າໂນ້ຍ ສົມໄດ້ນອນໃນ Top 10 ສະຖານທີ່ທ່ອງທ່ຽວສວຍງາມທີ່ສຸດ ຢູ່ ອາຊີຕາເວັນອອກສ່ຽງໃຕ້. ຂ້າພະເຈົ້າໄດ້ຮຽນປະລິນຍາໂທຢູ່ຮ່າໂນ້ຍ ເປັນເວລາ 2 ປີ. ຂ້າພະເຈົ້າໄດ້ມີໂອກາດສຳຜັດກັບທັດສະນີຍະພາບທັງ  4 ລະດູຢູ່ທີ່ນີ້. ລະດູໃດກໍມີຄວາມງາມສະເພາະຂອງມັນ. ບໍ່ພຽງແຕ່ມີຄວາມງາມກ່ຽວກັບທັດສະນີຍະພາບເທົ່ານັ້ນ, ຮ່າໂນ້ຍ - ນະຄອນຫຼວງແຫ່ງອະລິຍະທຳນັບພັນປີ ຍັງມີຫຼາຍສິ່ງຫຼາຍຢ່າງທີ່ໜ້າຈັບອົກຈັບໃຈເພື່ອໃຫ້ເພື່ອນຄົ້ນຫາອີກເດີ”.  ບໍ່ພຽງແຕ່ເພື່ອນ ຄຳພອນ ຢູ່ ແຂວງ ຄຳມ່ວນ ທີ່ໄດ້ສົ່ງມາຍັງລາຍການ ສະແດງຄວາມຮູ້ສຶກຂອງຕົນພາຍຫຼັງທີ່ອ່ານຂ່າວ “ຮ່າໂນ້ຍ ນອນໃນ Top 10 ສະຖານທີ່ສວຍງາມທີ່ສຸດ ຢູ່ ອາຊີຕາເວັນອອກສ່ຽງໃຕ້” ໂດຍເວັບໄຊການທ່ອງທ່ຽວ The Travel ຄັດເລືອກ ເທົ່ານັ້ນ, ຫາກຍັງມີທ່ານຜູ້ຟັງຜູ້ອ່ານຫຼາຍຄົນຢູ່ຫຼາຍປະເທດກໍ່ໄດ້ສົ່ງຂໍ້ຄວາມ, ຈົດໝາຍມາຊົມເຊີຍຄວາມງາມຂອງນະຄອນ ຮ່າໂນ້ຍ ແລະ ຢາກໄດ້ມາຢາມຄັ້ງໜຶ່ງ.   ຕໍ່ໄປແມ່ນຈົດໝາຍຂອງເພື່ອນ ບຸນສົງ ຢູ່ນະຄອນຫຼວງ ວຽງຈັນ. ເພື່ອນໄດ້ສົ່ງຈົດໝາຍເຖິງລາຍການດ້ວຍຄຳຖາມກ່ຽວຂ້ອງເຖິງການທ່ອງທ່ຽວ. ເຊິ່ງມີເນື້ອໃນດັ່ງນີ້: ຊົມເຊີຍ ຫວຽດນາມ ທີ່ມີ Homestay ຫຼາຍແຫ່ງຍາດໄດ້ລາງວັນ Homestay ອາຊຽນ 2023. ໃນນັ້ນ ມີ ຄຸ້ມ Homestay ເຫງັຍໂດ ຢູ່ລາວກາຍ - ເຊິ່ງເປັນແຂວງ ທີ່ຂ້າພະເຈົ້າຈະໄປທ່ຽວໃນລະດູຮ້ອນປີນີ້. ສະນັ້ນ, ຢາກໃຫ້ບັນນາທິການພາກພາສາລາວ ແນະນຳກ່ຽວກັບ ຄຸ້ມ Homestay ດັ່ງກ່າວໃຫ້ແດ່. ຂໍຂອບໃຈ.
TAG
VOV/VOVworld/Homestay/ທ່ອງ​ທ່ຽວ/ຂາວ​ສະ​ອາດ