ແນະນຳກ່ຽວກັບປຶ້ມທີ່ມີເນື້ອໃນກ່ຽວຂ້ອງເຖິງສາຍພົວພັນລະຫວ່າງ ຫວຽດນາມ - ລາວ
16/09/2022 08:35
(VOVWORLD) -ໃນ 2 ອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍ, ອີເມວ 805 ສະບັບຈາກທ່ານຜູ້ຟັງທີ່ມາຈາກ 38 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ລາຍການພາສາລາວ ໄດ້ຮັບຈົດໝາຍ 38 ສະບັບ.

ຈາກນະຄອນຫຼວງວຽງຈັນ, ເພື່ອນ ຈັນທິມາ ໄດ້ສົ່ງຂໍ້ຄວາມຜ່ານທາງ ອີເມວເຖິງລາຍການດ້ວຍເນື້ອໃນ: “ ຂ້າ ພະ ເຈົ້າ ມັກ ພາບ ສະ ລະ ຄະ ດີ ແນະ ນຳ ກ່ຽວ ກັບ ບັນ ດາ ສະ ຖານ ທີ່ ທ່ອງ ທ່ຽວ ຢູ່ ຫວຽດ ນາມ ເຊິ່ງ ທາງ ລາຍ ການ ໄດ້ ເອົາ ລົງ ໃນ ເວບ vovworld.vn. ຂ້າ ພະ ເຈົ້າ ກໍ ຄາດ ວ່າ ຈະ ມາ ຢ້ຽມ ຢາມ ຫວຽດ ນາມ ໃນ ອາ ທິດ ຈະ ມາ ເຖິງ . ຫວູງ ເຕົາ , ກຸຍ ເຍິນ , ຝູກວັກ … ຫຼື ບັນ ດາ ສ ະ ຖານ ທີ ທ່ອງ ທ່ຽວ ອື່ນ ເຊິ່ງ ທາງ ລາຍ ການ ໄດ້ ແນະ ນຳ ມາ ນັ້ນ ລ້ວນ ແຕ່ ແມ່ ນ ບັນ ດາ ສະ ຖານ ທີ່ ເຊິ່ງ ຂ້າ ພະ ເຈົ້າ ຢາກ ໄປ ຢ້ຽມ ຢາມ ແລະ ຄົ ້ນ ຫາ . ແຕ່ ໃນ ຄັ້ງ ນີ້ , ຂ້າ ພະ ເຈົ້າ ຈະ ເລືອກ ໄປ ຝູກວັກ ສາ ກ່ອນ ” . ຂອບໃຈເພື່ອນທີ່ໄດ້ສົນໃຈຕິດຕາມ ເວັບໄຊຂອງທາງລາຍການ ແລະ ຈະມາຢ້ຽມຢາມ ຫວຽດນາມ ໃນໄລຍະຈະມາເຖິງ. ຂໍອວຍພອນໃຫ້ເພື່ອນຈົ່ງມີການເຄື່ອນໄຫວທີ່ຈັບອົກຈັບໃຈຢູ່ ຝູກວັກ. ຕໍ່ໄປແມ່ນຈົດໝາຍຂອງເພື່ອ ຈັນເພັງ, ຢູ່ແຂວງບໍລິຄຳໄຊ. ເພື່ອນ ຈັນເພັງ ໄດ້ຂຽນມາວ່າ: “ ຂ້າ ພະ ເຈົ້າ ເຄີຍ ໄດ້ ມາ ຝຶກ ອົບ ຮົມ ຢູ່ ຮ່າ ໂນ້ຍ ເປັນ ເວ ລາ 1 ເດືອນ ແລະ ໄດ້ ໄປ ທັດ ສະ ນະ ສຶກ ສາ ຕົວ ຈິງ ຢູ່ຫຼາຍ ແຂວງ ຄື ເງະ ອານ , ຮ່າ ນາມ ແລະ ກວ໋າງ ນິງ . ນອກ ຈາກ ບັນ ດາ ຮູບ ແບບ ຊາວ ໜຸ່ມ ສ້າງເສດຖະ ກິດ ໄດ້ ເຮັດ ໃຫ້ ຂ້າ ພະ ເຈົ້າ ມີ ຄວາມ ປະ ທັບ ໃຈ ແລ້ວ , ຂ້າ ພະ ເຈົ້າ ຍັງ ຈັບ ໃຈ ກັບ ສະ ຖານ ທີ່ ທ່ອງ ທ່ຽວ ແຫ່ງ ຕ່າງໆ ຂອງ ຫວຽດ ນາມ ອີກ ດ້ວຍ , ພິ ເສດ ແມ່ນ ຮະ ລອງ ເບ . ທິວ ທັດ ທຳ ມະ ຊາດ ງາມຫຼາຍ , ເປັນ ໜ້າ ໄປ ທ່ຽວ ທີ່ສຸດ . ເມື່ອ ຮັບ ຊົມ ຮູບ ພາບ ສາ ລະ ຄະ ດີ “ ບັນ ດາ ສະ ຖານ ທີ່ ທ່ອງ ທ່ຽວ ທີ່ ດູດ ດື່ມ ໃນ ໂອ ກາດ ວັນ ຊາດ ຫວຽດ ນາມ ທີ 2 ກັນ ຍາ ຍິ່ງ ເຮັ ດ ໃຫ້ ຂ້າ ພະ ເຈົ້າ ຄິດ ຮອດ ຮ່າ ໂນ້ຍ ແລະ ຢາກ ຢູ່ ຫວຽດ ນາມ ຕໍ່ , ຢາກ ຄົ້ນ ຫາ ກ່ຽວ ກັບ ປະ ເທດ ຫວຽດ ນາມ ຫຼາຍ ຂຶ້ນ ”. 1 ເດືອນແມ່ນໄລຍະເວລາບໍ່ຍາວ ແຕ່ກໍພໍໃຫ້ເພື່ອນຮັບຮູ້ໄດ້ເຖິງປະເທດຊາດ, ຊາວ ຫວຽດນາມ ແລ້ວແມ່ນບໍ! ຫວັງວ່າ, ເພື່ອນຈະແບ່ງບັນກ່ຽວກັບຄວາມຊົງຈຳເວລາມາຝຶກອົບຮົມຢູ່ ຫວຽດນາມ ສູ່ຟັງຕື່ມແດ່. ພວກຂ້າພະເຈົ້າຍາມໃດກໍມີຍິນດີຕ້ອນຮັບເພື່ອນມາຄົ້ນຫາ ຫວຽດນາມ. ເນື່ອງໃນໂອກາດນີ້, ກໍຂໍແບ່ງບັນກັບເພື່ອນ ຈັນເພັງ ພ້ອມດ້ວຍທ່ານຜູ້ຟັງໄດ້ຮັບຊາບນຳກັນວ່າ: ທັງສອງປະເທດ ຫວຽດນາມ ແລະ ລາວຂອງ ພວກເຮົາ ລ້ວນແຕ່ນອນໃນກຸ່ມ 10 ປະເທດ ທີ່ມີສະຖານທີ່ທ່ອງທ່ຽວທີ່ມີລາຍຈ່າຍຕ່ຳ ແລະ ໜ້າໄປຄົ້ນຫາທີ່ສຸດໃນໂລກ ໂດຍເວັບໄຊທ່ອງທ່ຽວ “thetravel.com” ຄັດເລືອກ. ໃນນັ້ນ, ຫວຽດນາມ ຢືນອັນດັບທີ 9 ດ້ວຍຄຳຢັ້ງຢືນທີ່ວ່າ ຈຸດນັດພົບທີ່ສຸດຍອດ ແລະ ເສຍເງິນໜ້ອຍຢູ່ ອາຊີຕາເວັນອອກສ່ຽງໃຕ້ ແມ່ນ “ຫວຽດນາມ ມະຫັດສະຈັນ”. ຖັດຈາກ ຫວຽດນາມ ກໍແມ່ນ ລາວ ດ້ວຍຈຸດເນັ້ນໜັກວ່າ ແມ່ນທາງເລືອກທີ່ດູດດື່ມສຳລັບຜູ້ທີ່ມັກການທ່ອງທ່ຽວ….. ພວກຂ້າພະເຈົ້າຫວັງວ່າ ບັນດາທ່ານຈະແນະນຳໂຄສະນາກ່ຽວກັບສະຖານທີ່ທ່ອງທ່ຽວດູດດື່ມຂອງ ລາວ ສູ່ລາຍການຂອງພວກເຮົາແດ່ ແລະ ແນະນຳກ່ຽວກັບສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ ເຊິ່ງບັນດາທ່ານຮູ້ ແລະ ໄດ້ຄົ້ນຫາມາແລ້ວ ເພື່ອພ້ອມກັນເປັນຂົວຕໍ່ ຊ່ວຍໃຫ້ການທ່ອງທ່ຽວຂອງສອງປະເທດ ຫວຽດນາມ - ລາວ ນັບມື້ນັບພັດທະນາກວ່າອີກ. ຕໍ່
TAG
VOV/VOVworld/ປະເທດຊາດ/ຫວຽດນາມ/ລາວ
Related








