VOV WorldVOV World
ແນະ​ນຳ​ກ່ຽວ​ກັບໂຄງການ “ເກັບກູ້ ແລະ ບຳບັດສິ່ງເສດເຫຼືອຢາງພະລາດສະຕິກ” ຢູ່ ຮ່າໂນ້ຍ
18/11/2021 13:33
(VOVWORLD) - ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 338 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ລາຍການກະຈາຍສຽງພາກພາສາ ລາວ ໄດ້ຮັບຈົດໝາຍ 11 ສະບັບ.
ແນະ​ນຳ​ກ່ຽວ​ກັບໂຄງການ “ເກັບກູ້ ແລະ ບຳບັດສິ່ງເສດເຫຼືອຢາງພະລາດສະຕິກ” ຢູ່ ຮ່າໂນ້ຍ
ໃນອາທິດຜ່ານມາ, ມີທ່ານຜູ້ຟັງຫຼາຍທ່ານໄດ້ສົ່ງຈົດໝາຍອວຍພອນມາຍັງ VOV5 ເນື່ອງໃນໂອກາດທີ່ ຫວຽດນາມ ຍິງ ດາວທຽມ NanoDragon ສຳເລັດ. ທ່ານ ອະນຸ ຢູ່ ວຽງຈັນ ໄດ້ສົ່ງຈົດໝາຍມາຫາລາຍການພາກພາສາ ລາວ ດ້ວຍເນື້ອໃນດັ່ງນີ້: “ ເຫດການ ຍິງດາວທຽມນີ້ໄດ້ສ້າງຂີດໝາຍບາດກ້າວເດີນໃໝ່ຂອງ ຫວຽດນາມ ໃນການເປັນເຈົ້າຂອງເຕັກໂນໂລຢີຜະລິດດາວທຽມ . ນີ້ແມ່ນກຳລັງໜູນພັດທະນາຢ່າງໃຫຍ່ຫຼວງ ຕິດພັນກັບຄວາມກ້າວໜ້າດ້ານວິທະຍາສາດຂອງ ຫວຽດນາມ . ຂ້າພະເຈົ້າຂໍສະແດງຄວາມ ດີໃຈນຳ ຫວຽດນາມເດີ !” ສ່ວນ ທ່ານຜູ້ຟັງ Javier Gonzalez Nungaray ຈາກ ເມກຊີໂກ ກໍ່ໄດ້ ສະແດງຄວາມຄິດເຫັນວ່າ: “ ປະຊາຊົນ ຫວຽດນາມ ຄົງຈະດີໃຈ ແລະ ເອກອ້າງທະນົງໃຈທີ່ສຸດ ເມື່ອປະເທດຊາດບັນລຸໄດ້ລະດັບສູງໃໝ່ ໃນການຍິງ ດາວທຽມ NanoDragon ເຂົ້າວົງໂຄຈອນ ສຳເລັດ , ເຊິ່ງຈະຮັບໃຊ້ ໃຫ້ແກ່ການພັດທະນາເຕັກໂນໂລຢີ ຂອງ ຫວຽດນາມຫຼາຍຢ່າງທີ່ສຸດ ”. ນອກຈາກນັ້ນແລ້ວ ຍັງມີທ່ານຜູ້ຟັງ ຫຼາຍໆທ່ານ ທີ່ມາຈາກຈີເລ, ແອັດສະປາຍ,… ກໍໄດ້ສົ່ງຈົດໝາຍອວຍພອນຫວຽດນາມ ເນື່ອງໃນເຫດການນີ້ເຊັ່ນດຽວກັນ. ທ່ານ ເທບພະຈັນ ຢູ່ ວັງວຽງ ໄດ້ສົ່ງຈົດໝາຍມາຫາລາຍການ ໂດຍສະແດງຄວາມຈັບອົກຈັບໃຈຢາກໄປຄົ້ນຫາ ປ່າສະຫງວນແຫ່ງຊາດ ກຸກເຟືອງ ຂອງ ຫວຽດນາມ. ເພື່ອນແບ່ງປັນວ່າ: “ວັງວຽງ ແລະ ນ້ຳກັດ ຢໍລະປາຢູ່ແຂວງອຸດົມໄຊ ຂອງ ລາວ ກໍມີສະຖານທີ່ທ່ອງທ່ຽວຊີວະພາບທີ່ສວຍງາມຫຼາຍແຫ່ງ. ແຕ່ເມື່ອຊົມພາບສະລະຄະດີກ່ຽວກັບປ່າສະຫງວນ ກຸກເຟືອງ ທີ່ທາງລາຍການໄດ້ເອົາລົງໃນເວັບໄຊແລ້ວ, ຕົນເອງຢາກໄປຄົ້ນຫາ ແລະ ເຂົ້າຮ່ວມການທ່ອງທ່ຽວຊີວະພາບຢູ່ ປ່າສະຫງວນແຫ່ງຊາດແຖວໜ້າຂອງ ອາຊີ ນີ້ທັນທີ.
TAG
VOV/VOVworld/ສິ່ງ​ແວດ​ລ້ອມ/ສິ່ງເສດເຫຼືອ ພະລາດສະຕິກ

More