ແນະນຳປື້ມພາບ ““ເຈື່ອງຊາ - ບ່ອນທີ່ເຮົາໄປເຖິງ”“
22/03/2018 05:37
(VOVWORLD) -ໃນອາທິດ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ 279 ສະບັບທີ່ມາຈາກທ່ານຜູ້ຟັງ, ຜູ້ອ່ານມາຈາກ 45 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ ພາກພາສາລາວໄດ້ຮັບອີແມວ, ຈົດໝາຍ 5 ສະບັບ ແລະ ໂທລະສັບຈາກທ່ານຜູ້ຟັງລາວ.

ຜູ້ຟັງ ແລະ ຜູ້ອ່ານ ມີຄວາມສົນໃຈກ່ຽວກັບສະຖານທີ່ທ່ອງທ່ຽວຢູ່ແຂວງ ບີ່ງດິ້ງ ແລະ ປື້ມພາບກ່ຽວກັບ ເຈື່ອງຊາ ຂອງນັກຂ່າວຍິງ VOV ໝີ້ຈ່າ… ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຕອບບາງຄຳຖາມກ່ຽວຂ້ອງເຖິງບັນຫານີ້. ໃນອາທິດ, ເພື່ອນ ແສງພະຈັນ ຄຳໝື່ນສົດ, ເພື່ອນ ອະນຸສັກ ແສງມະລີ, ເພື່ອນ ສຸກສະຫວັນ ເພັງຄຳອ່ອນ, ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ຂອງລາຍການໂດຍໃຫ້ຮູ້ວ່າຢາກໄດ້ຮັບຟັງບັນດາບົດເພງປະຕິວັດ, ບັນດາບົດເພງກ່ຽວກັບປະເທດ ຫວຽດນາມ. ເຈົ້າ, ຂໍຂອບໃຈເພື່ອນ ແສງພະຈັນ, ເພື່ອນ ອະນຸສັກ, ສຸກສະຫວັນ ໄດ້ຕິດຕາມລາຍການເພງຂອງພວກຂ້າພະເຈົ້າເປັນປະຈຳ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າຂໍຝາກໃຫ້ບັນດາທ່ານແຜ່ນ CD ເພງກ່ຽວກັບບັນດາບົດເພງປະຕິວັດ, ເພງພື້ນເມືອງ ຫວຽດນາມ. ທ່ານຜູ້ຟັງ, ຜູ້ອ່ານທີ່ເຄົາລົບ, ຢ່າລືມຂຽນຈົດໝາຍ, ອີແມວ, ໂທລະສັບເຖິງລາຍການເພື່ອໄດ້ຮັບຂອງຂວັນທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງ ຫວຽດນາມ ຈາກລາຍການພາກພາສາລາວ ແດ່ເດີ.
TAG
VOV/VOVworld/ປຶ້ມພາບ/ເພງ
Related








