ແນະນຳ ສູນທັດສະນະສຶກສາກ່ຽວກັບວິທະຍາສາດ ກຸຍເຍິນ
10/08/2023 08:02
(VOVWORLD) - ເຊີນທ່ານພ້ອມກັບບັນນາທິການຂອງລາຍການ ເປີດອ່ານເນື້ອໃນຄຳເຫັນຂອງຈົດໝາຍບາງສະບັບ ໃນຈຳນວນຈົດໝາຍທັງໝົດ 397 ສະບັບ ທີ່ໄດ້ສົ່ງມາ VOV5 ໃນອາທິດຜ່ານມາ, ສະເພາະລາຍການພາກພາສາ ລາວ ມີ 18 ສະບັບ.

ໃນອາທິດຜ່ານມາ, ເພື່ອນ Jayanta Chakrabarty ຈາກ ອິນເດຍ ໄດ້ຝາກຈົດໝາຍເຖິງ VOV5 ໂດຍແບ່ງປັນວ່າ: “ຂ້າພະເຈົ້າຊົມຊອບ ແລະ ຍາມໃດກໍ ລໍ ຖ້າຟັງ ແລະ ອ່ານຂ່າວສາກົນໃນລາຍການກະຈາຍສຽງພາກພາສາ ອັງກິດ ຂອງ VOV5. ຍາມໃດຂ້າພະເຈົ້າກໍຕິດຕາມ ແລະ ສະໜັບສະໜູນບັນດາລາຍການຂອງພວກເພື່ອນ”. ສ່ວນເພື່ອນ ຈັນທິມາ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຈົດໝາຍເຖິງລາຍການພາກພາສາ ລາວ ໂດຍແບ່ງປັນວ່າ: “ VOV5 ບໍ່ພຽງແຕ່ສະເໜອງຂໍ້ມູນຂ່າວກ່ຽວກັບສະພາບການຂອງ ຫວຽດນາມ ແລະ ສາກົນ ເທົ່ານັ້ນ ຫາກຍັງເປັນບ່ອນເພື່ອໃຫ້ພວກຂ້າພະເຈົ້າຝຶກຮຽນພາສາຕ່າງປະເທດ ດ້ວຍເນື້ອໃນ ທີ່ ອຸດົມສົມບູນ ແລະ ຫຼາກຫຼາຍ. ມື້ໃດຂ້າພະເຈົ້າກໍໄດ້ອ່ານຂ່າວ ກໍ່ຄືຮຽນພາສາ ຫວຽດ ໃນເວັບໄຊ vovworld.vn ໄປພ້ອມ”. ຄືດັ່ງຄຳແບ່ງປັນຂອງເພື່ອນ ຈັນທິມາ. ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ ເມື່ອ VOV5 ແມ່ນອົງການສື່ມວນຊົນທີ່ມີລາຍການກະຈາຍສຽງດ້ວຍພາສາຕ່າງປະເທດຫຼາຍກວ່າໝູ່ຢູ່ ຫວຽດນາມ. ນອກຈາກລາຍການພາສາ ລາວ, ພາສາ ອັງກິດ, ພາສາ ຫວຽດ ແລ້ວ, VOV5 ຍັງມີລາຍການກະຈາຍສຽງພາກພາສາ ຝລັ່ງ, ເຢຍລະມັນ, ແອັດສະປາຍ, ລັດເຊຍ, ຍີ່ປຸ່ນ, ສ.ເກົາຫຼີ, ອິນໂດເນເຊຍ, ໄທ, ຈີນ ອີກດ້ວຍ. ນີ້ກໍແມ່ນແຫຼ່ງຂໍ້ມູນເອກະສານທີ່ຫຼາກຫຼາຍສຳລັບຜູ້ຮັກມັກການຮຽນພາສາຕ່າງປະເທດ. ດັ່ງທີ່ກ່າວມາຄັ້ງເທິງ ແມ່ນ 2 ໃນຈຳນວນຈົດໝາຍຫຼາຍສະບັບທີ່ໄດ້ສົ່ງມາຍັງ VOV5 ໃນອາທິດຜ່ານມາ. ພວກຂ້າພະເຈົ້າ ຂໍຝາກຄຳຂອບໃຈຢ່າງຈິງໃຈ ແລະ ເຄົາລົບທຸກຄຳເຫັນປະກອບ ກໍຄືນ້ຳໃຈຄວາມຮັກແພງເຊິ່ງທ່ານຜູ້ຟັງທັງຫຼາຍສະຫງວນໃຫ້ແກ່ VOV5. ຫວັງວ່າ ພວກເພື່ອນຈະສືບຕໍ່ຕິດຕາມລາຍການ ແລະ ແບ່ງປັນສູ່ໝູ່ເພື່ອນ, ພີ່ນ້ອງ, ເພື່ອນຮ່ວມງານ ໃຫ້ໄດ້ຮູ້ຈັກເຖິງ VOV5 ຫຼາຍກວ່າອີກ. ຕໍ່ໄປນີ້ ພວກຂ້າພະເຈົ້າຂໍຕອບຈົດໝາຍບາງສະບັບເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາກພາສາ ລາວ ໃນອາທິດຜ່ານມາ. ຜ່ານການຕິດຕາມຂ່າວເຫັນວ່າ ມີຫຼາຍແຂວງຂອງ ລາວ ຖືກຜົນກະທົບຢ່າງໜັກໜ່ວງຈາກໄພທຳມະຊາດ, ເພື່ອນ ຫງວຽນເທແອັງ ຢູ່ ຮຶງອຽນ, ເພື່ອນ ຫງວຽນທິຮົ່ງຍຸງ ເຄີຍໄປຮ່ຳຮຽນຢູ່ ລາວ ໄດ້ສົ່ງຈົດໝາຍເຖິງລາຍການພາກພາສາ ລາວ ເພື່ອຖາມຂ່າວຄາວ, ສະພາບການ ແລະ ຂໍແບ່ງເບົາກັບປະຊາຊົນລາວ. ເພື່ອນທັງສອງປາດຖະໜາວ່າ: “ຜ່ານທາງລາຍການ, ພວກ ຂ້າພະເຈົ້າ ຢາກຝາກຄຳແບ່ງປັນ ແລະ ກຳລັງໃຈເຖິງບັນດາຄອບຄົວທີ່ປະສົບເຄາະຮ້າຍຈາກເຫດຝົນຕົກ ໜັກ , ນ້ຳຖ້ວມໃນໄລຍະຜ່ານມາ ແລະ ຫວັງວ່າ ພໍ່ແມ່ພີ່ນ້ອງຈະກັບຄືນສູ່ຊີວິດ ທີ່ ເປັນປົກກະຕິໂດຍໄວ”. ຂອບໃຈເພື່ອນ ຫງວຽນເທແອັງ ແລະ ຫງວຽນທິຮົ່ງຍຸງ ທີ່ໄດ້ເອົາໃຈໃສ່, ມີຄວາມຮັກແພງ ແລະ ສົ່ງຄຳແບ່ງປັນ, ກຳລັງໃຈໃຫ້ແກ່ພໍ່ແມ່ພີ່ນ້ອງຊາວ ລາວ. ພວກຂ້າພະເຈົ້າຈະຝາກນ້ຳໃຈຄວາມຮັກແພງ ແລະ ກຳລັງໃຈຂອງເພື່ອນທັງສອງເຖິງພໍ່ແມ່ພີ່ນ້ອງຊາວ ລາວ ຜ່ານຄື້ນກະຈາຍສຽງຂອງ VOV. ພວກເຮົາຕ່າງກໍປາດຖະໜາວ່າ ພໍ່ແມ່ພີ່ນ້ອງຈະແກ້ໄຂຄວາມຫຍຸ້ງຍາກໄດ້ໂດຍໄວ ແລະ ມີມາດຕະການເພື່ອປ້ອງກັນ, ຕ້ານໄພທຳມະຊາດຢ່າງມີປະສິດທິຜົນກວ່າອີກ. ເຖິງວ່າ ພວມປະເຊີນໜ້າກັບຜົນກະທົບຈາກໄພທຳມະຊາດກໍຕາມ, ແຕ່ນອກຈາກການສົ່ງຮູບພາບກ່ຽວກັບສະພາບການຝົນຕົກນ້ຳຖ້ວມທີ່ເກີດຂຶ້ນຢູ່ ຄຳມ່ວນ - ບ້ານເກີດຂອງຕົນແລ້ວ, ເພື່ອນ ທອນສະໄໝ ກໍບໍ່ລືມທີ່ຈະຢື້ຢາມຖາມຂ່າວ ແລະ ໃຫ້ຄວາມສົນໃຈຕໍ່ສະພາບການຝົນຕົກນ້ຳຖ້ວມຢູ່ ຫວຽດນາມ. ຈົດໝາຍເພື່ອນໄດ້ຂຽນວ່າ: “ຍ້ອນການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ ໄດ້ກໍ່ຜົນກະທົບຢ່າງໜັກໜ່ວງຕໍ່ຫຼາຍປະເທດ, ໃນນັ້ນ ມີບ້ານເກີດຂອງຂ້າພະເຈົ້າ. ບໍ່ຮູ້ວ່າ ສະພາບການຢູ່ ຫວຽດນາມ ໃນອາທິດຜ່ານມາເປັນຄືແນວໃດ?”
TAG
VOV/VOVworld/ສູນທັດສະນະສຶກສາວິທະຍາສາດ/ຝົນຕົກນ້ຳຖ້ວມ
Related








