ແນະນຳບັນດາການເຄື່ອນໄຫວຕ້ອນຮັບປີໃໝ່ສາກົນ 2021 ຢູ່ ຫວຽດນາມ
31/12/2020 09:36
(VOVWORLD) - ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ມາພົບກັບທ່ານຜູ້ຟັງໃນລາຍການໂອ້ລົມກັບເພື່ອນລາວ ເຊິ່ງກົງກັບວັນສຸດທ້າຍຂອງປີ 2020 ດ້ວຍອາລົມຈິດ ແລະ ຄວາມປະທັບໃຈຫຼາຍຢ່າງ ເມື່ອພວກເຮົາພ້ອມກັນຫວນຄືນຈົດໝາຍສະບັບຕ່າງໆ ເຊິ່ງທ່ານຜູ້ຟັງທີ່ໄດ້ຝາກມາລາຍການ ແລະ ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໃນໄລຍະ 1 ປີຜ່ານມາ.

ປີ 2020, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນໂລກລະບາດໂຄວິດ - 19, ຫຼາຍອາຊີບ, ຫຼາຍຂະແໜງການໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງ, ການເຄື່ອນໄຫວຂອງອົງການສື່ມວນຊົນກໍໄດ້ຮັບຜົນສະທ້ອນບໍ່ໜ້ອຍ. ເຖິງຢ່າງໃດກໍຕາມ: ວິທະຍຸກະຈາຍສຽງຫວຽດນາມ ແລະ ພິເສດແມ່ນ ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ ໄດ້ພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອສື່ຂ່າວພາຍໃນ ແລະ ສາກົນໄປໃຫ້ທ່ານຜູ້ຟັງໄດ້ຢ່າງຄົບຖ້ວນທີ່ສຸດ. ຈົດໝາຍນັບພັນສະບັບ ພ້ອມດ້ວຍຂໍ້ຄວາມ ແລະ ໂທສະສັບຫຼາຍສາຍ ເຊິ່ງທ່ານຜູ້ຟັງໄດ້ໂທ, ໄດ້ຝາກມາ VOV5 ໃນປີຜ່ານມາ ແມ່ນແຫຼ່ງລະດົມກຳລັງໃຈເພື່ອໃຫ້ພວກຂ້າພະເຈົ້າມີກຳລັງໜູນຕື່ມອີກເພື່ອສ້າງລາຍການໃຫ້ນັບມື້ນັບດີຂຶ້ນ ແລະ ຈັບອົກຈັບໃຈກວ່າເກົ່າ. ອີກຄັ້ງໜຶ່ງ, ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງທ່ານຜູ້ຟັງທຸກໆທ່ານ ທີ່ໄດ້ສະຫງວນອາລົມຈິດຄວາມຮັກແພງເປັນພິເສດ ແລະ ສະຫຼະເວລາອັນມີຄ່າເພື່ອຕິດຕາມລາຍການຂອງພວກຂ້າພະເຈົ້າໃນຄື້ນກະຈາຍສຽງ ກໍຄືໃນເວັບໄຊ vovworld.vn. ເນື່ອງໃນໂອກາດປີໃໝ່ 2021, ຂໍອວຍພອນໃຫ້ທ່ານຜູ້ຟັງທຸກໆທ່ານພ້ອມດ້ວຍຄອບຄົວ ຈົ່ງມີສຸຂະພະລາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນວຽກງານຂອງຕົນ. ເພື່ອສືບຕໍ່ລາຍການ ໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າ ຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ. ຈົດໝາຍສະບັບທຳອິດທີ່ໄດ້ຝາກມາລາຍການ ແມ່ນຂອງເພື່ອນ ເລິມງອັກຮຸ່ງ - ອະດີດນັກສຶກສາຫວຽດນາມ ທີ່ໄປຮຽນຢູ່ ລາວ. ໃນຈົດໝາຍສະບັບນີ້ ເພື່ອນໄດ້ຂຽນວ່າ: “ຂ້າພະເຈົ້າໄດ້ຕິດຕາມບັນດາລາຍການຂອງ VOV5 ເປັນປະຈຳ. ບັນດາລາຍການເຫຼົ່ານີ້ໄດ້ຊ່ວຍໃຫ້ ຂ້າພະເຈົ້າຫຼາຍຢ່າງ ໃນການຍົກສູງລະດັບຄວາມຮູ້ ແລະ ທັກສະການຟັງ, ການຂຽນພາສາລາວຕື່ມອີກ. ນອກຈາກນັ້ນ, ທາງລາຍການກໍໄດ້ສະໜອງຂໍ້ມູນຂ່າວສານຫຼາຍຢ່າງທີ່ກ່ຽວຂ້ອງເຖິງການພົວພັນລະຫວ່າງ ຫວຽດນາມ ແລະ ລາວ ອີກດ້ວຍ. ຂ້າພະເຈົ້າເຫັນວ່າ ລາຍການກະຈາຍສຽງພາກພາສາລາວ ຂອງ VOV5 ມີຄວາມແທດຈິງທີ່ສຸດ, ມີເນື້ອໃນອຸດົມສົມບູນ ແລະ ໜ້າຈັບໃຈ. ຂ້າພະເຈົ້າຫວັງວ່າ, ໃນໄລຍະຈະມາເຖິງ ທາງລາຍການຈະສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ ແລະ ປ່ຽນແປງໃໝ່ຫຼາຍກວ່າອີກ. ກ້າວເຂົ້າສູ່ປີໃໝ່ 2021, ຂໍອວຍພອນໃຫ້ຄະນະການນຳ ຂອງ VOV, VOV5 ພ້ອມດ້ວຍບັນນາທິການ, ນັກເຕັກນິກທຸກຖ້ວນໜ້າ ປີໃໝ່ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນທຸກໜ້າທີ່ການງານ.” ຈົດໝາຍສະບັບຕໍ່ໄປ ແມ່ນຂອງເພື່ອນ ພອນຄຳ - ມາຈາກນະຄອນຫຼວງ ວຽງຈັນ ດ້ວຍເທບບັນທຶກສຽງ ທີ່ມີເນື້ອໃນດັ່ງນີ້:
TAG
VOV/VOVworld/ຈົດໝາຍ/ບັນຍາກາດ/ປີໃໝ່ສາກົນ 2021
Related








