ແນະນຳກ່ຽວກັບສິລະປະຂັບສະລີ ຂອງຊົນເຜົ່ານຸ່ງ
22/04/2021 10:24
(VOVWORLD) -ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ກັບມາພົບກັບທ່ານຜູ້ຟັງໃນລາຍການ ໂອ້ລົມກັບເພື່ອນລາວ ອີກຕາມເຄີຍ. ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາກສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ (VOV5) ໄດ້ຮັບຈົດໝາຍ, ອີເມວຈາກທ່ານຜູ້ຟັງ 382 ທ່ານ ທີ່ມາຈາກ 39 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ 11 ສະບັບດ້ວຍບັນດາຄຳອວຍອັນປະເສີດໃນໂອກາດບຸນປີໃໝ່ລາວ ແລະ ຄວາມສົນໃຈຕໍ່ການເຄື່ອນໄຫວວັດທະນະທຳ ແລະ ການທ່ອງທ່ຽວຂອງ ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າ ຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ ກໍຄື VOV5 ໃນອາທິດຜ່ານມາ.

ໃນ ອາ ທິດ ຜ່ານ ມາ ບັນ ດາ ລາຍ ການ ກະ ຈາຍ ສຽງ ພາກ ພາ ສາ ລາວ , ກຳ ປູ ເຈຍ , ໄທ ໄດ້ ຮັບ ບັນດາ ຄຳ ອວຍ ອັນ ປະເສີດ ຈາກ ທ່ານ ຜູ້ ຟັງ ເນື່ອງ ໃນ ໂອ ກາດ ບຸນ ປີ ໃໝ່ ລາວ , ບຸນ ຈອນ ຈາ ນຳ ເທີ ໄມ ຂອງ ກຳ ປູ ເຈຍ ແລະ ບຸນ ສົງ ການ ຂອງ ໄທ . ໃນ ນັ້ນ ເພື່ອນ ວິ ໄລ ວັນ - ນັກ ສຶກ ສາ ປີ ທີ 4 ສະ ຖາ ບັນ ການປົກຄອງ ແຫ່ງ ຊາດ , ຮ່າ ໂນ້ຍ ໄດ້ ສົ່ງ ຂໍ້ຄວາມຜ່ານທາງ facebook ອວຍພອນ ລາຍ ການ ພາກ ພາ ສາ ລາວ . ເພື່ອນ ຂຽນ ວ່າ “ ຂໍ ອວຍ ພອນ ໃຫ້ ອ້າຍ , ເອື້ອຍ ບັນ ນາ ທິ ການ ພາກ ພາ ສາ ລາວ ຈົ່ງ ມີ ສຸ ຂະ ພາບ ເຂັ້ມ ແຂງ , ມີ ຄວາມ ຜາ ສຸກ ແລະ ປະສົບ ຜົນ ສຳ ເລັດ ຫຼາຍ ຢ່າງ ໃນ ປີ ໃໝ່ . ນ້ອງ ຈະເປັນຜູ້ ຟັງ ປະ ຈຳ ຂອງ VOV ຕະຫຼອດໄປ .” ພວກຂ້າພະເຈົ້າດີໃຈຫຼາຍ ເມື່ອໄດ້ຮັບບັນດາຄຳອວຍພອນອັນດີງາມນີ້ຈາກທ່ານຜູ້ຟັງ ແລະ ຂໍຂອບໃຈທຸກໆທ່ານທີ່ໄດ້ສະໜັບສະໜູນ ແລະ ສະຫງວນອາລົມຈິດຄວາມຮັກແພງເປັນພິເສດຕໍ່ VOV. ເນື່ອງໃນໂອກາດບຸນປີໃໝ່ ລາວ, ພວກຂ້າພະເຈົ້າຂໍອວຍພອນໃຫ້ທ່ານຜູ້ຟັງທຸກໆທ່ານ ປີໃໝ່ປະສົບຜົນສຳເລັດໃໝ່ ແລະ ສົມດັ່ງປາດຖະໜາທຸກປະການ. ຈາກ ກຳ ປູ ເຈຍ , ທ່ານ ຜູ້ ຟັງ Sam Saly ໄດ້ ສະ ແດງ ຄວາມ ປະ ທັບ ໃຈ ຕໍ່ ພາບ ຖ່າຍ ໜ່ວຍ ບອນລູນ ຫວຽດ ນານ ເຊິ່ງໄດ້ ນອນ ໃນ Top ພາບ ຖ່າຍ ງາມ ທີ່ ສຸດ ໃນ ວາ ລະ ສານ Smithsonian ຂອງ ອາ ເມ ລິ ກາ .
TAG
VOV/VOVworld/ຂັບສະລີ/ບອນລູນ/ວາລະສານ Smithsonian
Related








