VOV WorldVOV World
ແນະ​ນໍາຄວາມ​ຮູ້ສຶກ, ບັນດາ​ຄໍາ​ຖາມ ​ເຊິ່ງທ່ານ​ຜູ້​ຟັງ, ຜູ້ອ່ານ​ໄດ້​ຝາກ​ມາລາຍການ​ກະຈາຍສຽງພາກ​ພາສາ​ລາວ ​ໃນ​ອາທິດ​ຜ່ານ​ມາ
19/09/2019 06:46
(VOVWORLD) -ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ໄດ້ພົບກັບທ່ານຜູ້ຟັງ, ຜູ້ອ່ານໃນລາຍການ ໂອ້ລົມກັບເພື່ອນລາວ ອີກຕາມເຄີຍ. ທ່ານຜູ້ຟັງ, ຜູ້ອ່ານທີ່ຮັກແພງ! ຈົດໝາຍ, ຂໍ້ຄວາມ ຫຼື ບັນດາຄໍາຖາມທີ່ພວກທ່ານໄດ້ສົ່ງມາຫາລາຍການ ຍາມໃດກໍແມ່ນແຫຼ່ງກໍາລັງໃຈທີ່ໃຫຍ່ຫຼວງສໍາລັບຜູ້ທີ່ຈັດທໍາລາຍການຄືພວກຂ້າພະເຈົ້າ. ທ່ານຢາລືມແບ່ງປັນຄວາມຮູ້ສຶກຂອງຕົນເມື່ອຕິດຕາມບັນດາລາຍການຂອງພວກຂ້າພະເຈົ້າ ແລະ ປະກອບຄໍາເຫັນໃຫ້ພວກຂ້າພະເຈົ້າແດ່ ເພື່ອໃຫ້ພວກຂ້າພະເຈົ້າສືບຕໍ່ຈັດທໍາບັນດາລາຍການທີ່ດູດດື່ມກວ່າເກົ່າ. ແລະ ຕໍ່ນີ້ ພວກເຮົາຂໍແນະນໍາຄວາມຮູ້ສຶກ, ບັນດາຄໍາຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານໄດ້ຝາກມາລາຍການກະຈາຍສຽງພາກພາສາລາວ ໃນອາທິດຜ່ານມາ.
ແນະ​ນໍາຄວາມ​ຮູ້ສຶກ, ບັນດາ​ຄໍາ​ຖາມ ​ເຊິ່ງທ່ານ​ຜູ້​ຟັງ, ຜູ້ອ່ານ​ໄດ້​ຝາກ​ມາລາຍການ​ກະຈາຍສຽງພາກ​ພາສາ​ລາວ ​ໃນ​ອາທິດ​ຜ່ານ​ມາ
                 ເພື່ອນດາວວຽງ - ເຊິ່ງເປັນຊາວຫວຽດນາມ ອາໄສ ຢູ່ວຽງຈັນ ໄດ້ສົ່ງຂໍ້ຄວາມຜ່ານທາງເຟັດບຸກມາຫາລາຍການ ໂດຍແບ່ງປັນວ່າ: ຂອບໃຈພາບສາລະຄະດີ “ກັບຄືນສູ່ຄາວເຍົາໄວຢູ່ຖະໜົນ ຮ່າງມ໊າ ໃນໂອກາດວັນບຸນໄຫວ້ພະຈັນ” ທີ່ໄດ້ເອົາລົງໃນເວັບໄຊ vov world.vn ນັ້ນ ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າກັບຄືນສູ່ຄາວເຍົາໄວຂອງຕົນ. ຢູ່ວຽງຈັນ, ບັນຍາກາດຂອງວັນບຸນໄຫວ້ພະຈັນບໍ່ໄດ້ອຶກກະທຶກຄຶກໂຄມຄືຢູ່ຫວຽດນາມ, ແຕ່ພວກນ້ອງນ້ອຍຊາວຫວຽດນາມ ກໍໄດ້ເຊື່ອມຕົວເຂົ້າກັບບັນຍາກາດລວມຂອງວັນບຸນຜ່ານການແຫ່ໂຄມໄຟຮູບດວງດາວ, ກິນເຂົ້າໜົມໄຫວ້ພະຈັນ ແລະ ຫຼິ້ນບັນດາການລະຫຼີ້ນພື້ນເມືອງທີ່ມີຄວາມໝາຍຢູ່ວັດເຟິດຕິກ.         ທ່ານຜູ້ຟັງ, ຜູ້ອ່ານທີ່ຮັກແພງ! ເມື່ອງລໍ່ ຂຶ້ນກັບເທດສະບານເມືອງ ເຫງ໊ຍໂລະ ແຂວງອຽນບ໊າຍ ແມ່ນໜຶ່ງໃນບັນດາເຂດທີ່ທຸກຍາກກວ່າໝູ່ຢູ່ຫວຽດນາມ ແຕ່ມີສີສັນວັດທະນະທໍາທີ່ອຸດົມສົມບູນ, ເຂັ້ມຂຸ້ນໄປດ້ວຍຮີດຄອງປະເພນີ ແລະ ຮູບບພາບນາຂັ້ນໄດ ເມື່ອງລໍ່ - ທົ່ງນາທີ່ກວ້າງໃຫຍ່ອັນດັບທີສອງຂອງພາກເໜືອຫວຽດນາມ ແມ່ນທັດສະນີຍະພາບລະດັບຊາດ ແມ່ນການເລືອກເຟັ້ນຂອງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ດ້ວຍງານບຸນເມື່ອງລໍ່ 2019 ເຊິ່ງຈະດໍາເນີນໃນທ້າຍເດືອນກັນຍານີ້. ເພື່ອນ ພິມພອນ ຢູ່ແຂວງຫຼວງພະບາງ, ລາວ ແມ່ນໜຶ່ງໃນຈໍານວນບັນດາແຂກທ່ອງທ່ຽວທີ່ມີຄວາມສົນໃຈ ແລະ ຢາກຊອກຮູ້ກ່ຽວກັບເຫດການດັ່ງກ່າວ.  
TAG
VOV/VOVworld/ນາຂັ້ນໄດ/ເມື່ອງລໍ່/ພາສາລາວ