ແນະນຳ ການຕອບຄຳຖາມຂອງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການໃນອາທິດຜ່ານມາ
16/08/2018 09:05
(VOVWORLD) -ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ສືບຕໍ່ໄດ້ຮັບຂໍ້ຄວາມ, ອີເມວຫຼາຍສະບັບ ແລະໂທລະສັບຫຼາຍສາຍຈາກທ່ານຜູ້ຟັງ, ຜູ້ອ່ານ ທີ່ມາຈາກປະເທດລາວ ແລະ ບາງປະເທດອື່ນອີກ. ໃນນັ້ນ, ທ່ານຜູ້ຟັງ, ຜູ້ອ່ານສ່ວນຫຼາຍມີຄວາມສົນໃຈເຖິງບັນດາການເຄື່ອນໄຫວພົວພັນແລກປ່ຽນ, ການຮ່ວມມືລະຫວ່າງຫວຽດນາມ ແລະ ລາວ ທີ່ໄດ້ດໍາເນີນໃນອາທິດຜ່ານມາ, ພ້ອມທັງສະແດງຄວາມຮູ້ສຶກ ແລະ ຕີລາຄາກ່ຽວກັບບັນດາຄໍລໍາຂອງລາຍການ.ໃນລາຍການ “ໂອ້ລົມກັບເພື່ອນລາວ” ພາກນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບດັ່ງກ່າວ. ເຊີນທ່ານຕິດຕາມຮັບຟັງ.

ເພື່ອນ ຫງວຽນທິລີ, ເຊິ່ງເປັນນັກສຶກສາຫວຽດນາມພວມຮໍ່າຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວ, ໄດ້ສົ່ງຂໍ້ຄວາມເຖິງລາຍການ ໂດຍສະແດງຄວາມໃນໃຈວ່າ: ຂ້າພະເຈົ້າໄດ້ຮັບຟັງ ແລະຕິດຕາມລາຍການກະຈາຍສຽງພາກພາສາລາວ ເປັນປະຈໍາ. ໃນນັ້ນ, ຄໍລໍາວັດທະນະທໍາ ແລະ ຄົ້ນຫາຫວຽດນາມ ທີ່ລາຍການໄດ້ລົງໃນເວັບໄຊ vov wolrd.vn, ໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມຮູ້ຫຼາຍຢ່າງກ່ຽວກັບພື້ນຖານວັດທະນະທໍາທີ່ຫຼາຍຮູບຫຼາຍສີຂອງປະເທດຕົນຕື່ມອີກ. ນີ້ແມ່ນໂອກາດເພື່ອໃຫ້ຂ້າພະເຈົ້າສາມາດໂຄສະນາ, ແນະນໍາວັດທະນະທໍາ, ປະເທດຊາດ ແລະ ຊາວຫວຽດນາມ ເຖິງໝູ່ເພື່ອນຄົນລາວ ເຊິ່ງບໍ່ຕ້ອງເປັນຫ່ວງເຖິງເລື່ອງພາສາລາວຂອງຕົນອີກ. ຂ້າພະເຈົ້າຫວັງວ່າ ຈະສືບຕໍ່ໄດ້ອ່ານບັນດາບົດຂຽນມ່ວນ ແລະ ຈັບໃຈຈາກບັນດາອ້າຍເອື້ອຍບັນນາທິການ ລາຍການກະຈາຍສຽງພາກພາສາລາວຕື່ມອີກ. ຂໍຂອບໃຈ!
TAG
VOV/VOVworld/
Related








