VOV WorldVOV World
ແນະນຳ ການຕອບຄຳຖາມຂອງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການໃນອາທິດຜ່ານມາ
13/09/2018 07:28
(VOVWORLD) -ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ສືບຕໍ່ໄດ້ຮັບຈົດໝາຍ, ອີເມວຫຼາຍສະບັບ ແລະໂທລະສັບຫຼາຍສາຍຈາກທ່ານຜູ້ຟັງ, ຜູ້ອ່ານ ດ້ວຍບັນດາເນື້ອໃນທີ່ແຕກຕ່າງກັນ. ໃນນັ້ນ, ຜູ້ຟັງ, ຜູ້ອ່ານບາງທ່ານມີຄວາມສົນໃຈເຖິງຕະຫຼາດເສດຖະກິດ, ການລົງທຶນຢູ່ລາວ ແລະ ບັນຍາກາດກະກຽມຕ້ອນຮັບບຸນໄຫວ້ພະຈັນ ຢູ່ຮ່າໂນ້ຍ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ພາກນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະຕອບບາງຄໍາຖາມທີ່ທ່ານຜູ້ຟັງຝາກມາລາຍການ.
ແນະນຳ ການຕອບຄຳຖາມຂອງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການໃນອາທິດຜ່ານມາ
ເພື່ອນ ຫຼີຮວ່າຍນາມ, ເຊິ່ງເປັນຊາວໜຸ່ມຜູ້ໜຶ່ງ ທີ່ເຄີຍເຮັດວຽກ ແລະ ດໍາລົງຊີວິດຢູ່ລາວ ແລະ ກັບເມືອປະເທດປູກດອກບົວ ດໍາເນີນທຸລະກິດ Start up ໄດ້ສົ່ງຂໍ້ຄວາມມາຍັງລາຍການ ໂດຍຖາມວ່າ: ຂ້າພະເຈົ້າໄດ້ຮັບຂ່າວວ່າ, ງານວາງສະແດງສິນຄ້າ ການຄ້າ-ການບໍລິການ-ການທ່ອງທ່ຽວນະຄອນໂຮ່ຈີມິນ ຈະດໍາເນີນທີ່ແຂວງສະຫວັນນະເຂດ ໃນໄລຍະຈະມາເຖິງ. ຂ້າພະເຈົ້າຢາກເຂົ້າຮ່ວມງານວາງສະແດງ, ງານຕະຫຼາດນັດ ແລະຢາກຮູ້ລາຍລະອຽດກ່ຽວກັບງານດັ່ງກ່າວເປັນຄືແນວໃດ.  ຂ້າພະເຈົ້າຫວັງຢ່າງຍິງວ່າ ຈະໄດ້ຮັບການຊ່ວຍເຫຼືອຈາກອ້າຍເອື້ອຍບັນນາທິການລາຍການກະຈາຍສຽງພາກພາກພາລາລາວ. ຂໍຂອບໃຈ!         ເພື່ອນ ນາມ ທີ່ຮັກແພງ! ງານວາງສະແດງ, ງານຕະຫຼາດນັດ ການຄ້າ - ການບໍລິການ - ການທ່ອງທ່ຽວນະຄອນໂຮ່ຈີມິນ ຢູ່ແຂວງສະຫວັນນະເຂດ ຄັ້ງທີ 2 ປີ 2018 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 19 – 16 ຕຸລາ 2018, ທີ່ສູນການຄ້າ ສະຫວັນ ITEC, ແຂວງສະຫວັນນະເຂດ, ລາວ. ເປົ້າໝາຍໄດ້ເຂົ້າຮ່ວມງານວາງສະແດງ, ງານຕະຫຼາດນັດ ຄັ້ງນີ້ ແມ່ນບັນດາວິສາຫະກິດ ທີ່ມີກໍາລັງຄວາມສາມາດສົ່ງອອກ, ຈໍາໜ່າຍບັນດາປະເພດສິນຄ້າຄື ເຄື່ອງຕໍ່າແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງສໍາອາງ, ການຢາ, ໄຟຟ້າ-ກົນຈັກ, ກະສິກໍາໝູນໃຊ້ເຕັກໂນໂລຢີສູງ, ວັດຖຸດິບ ແລະ ສະບຽງອາຫານປຸງແຕ່ງ, ການບໍລິການທ່ອງທ່ຽວ... ໄດ້ຮັບການສ້າງຕັ້ງ   ຕາມຂໍ້ກໍານົດກົດໝາຍ ແລະ ພວມເຄື່ອນໄຫວຢູ່ນະຄອນ ໂຮ່ຈີມິນ;ສະມາຊິກ ສະໂມສອນວິສາຫະກິດສົ່ງອອກຫວຽດນາມ (VEXA), ສະມາຊິກສະມາຄົມທັນຍາຫານສະບຽງອາຫານນະຄອນ ໂຮ່ຈີມິນ (FFA). ບັນດາວິສາຫະກິດເຂົ້າຮ່ວມງານວາງສະແດງ, ຕະຫຼາດນັດຄັ້ງນີ້ ຈະບໍ່ໄດ້ເສຍຄ່າເຊົ່າຮ້ານ, ຕົບແຕ່ງເຂດວາງຂາຍສິນຄ້າ, ການໂຄສະນາ, ການບໍລິການຢູ່ງານວາງສະແດງ, ຄ່າຂົນສົ່ງ ແລະ ພາສີນໍາເຂົ້າສິນຄ້າ. ໄປຄຽງຄູ່ກັນນັ້ນ, ວິສາຫະກິດຕ້ອງຈ່າຍຄ່າບໍລິການຈັດຕັ້ງ ຄ່າຮັບໃຊ້ຄະນະ: 2.000.000 ດົ່ງ/ຮ້ານ, ຈ່າຍຄ່າບຸກຄະລາກອນເຂົ້າຮ່ວມງານວາງສະແດງ ແລະ ຂາຍສິນຄ້າ ແມ່ນ 18.700.000 ດົ່ງ/ຄົນ.         ດັ່ງທີ່ກ່າວມາຂ້າງເທິງ ແມ່ນຂໍ້ມູນຂ່າວກ່ຽວກັບງານວາງສະແດງ ແລະ ງານຕະຫຼາດນັດ  ເພື່ອໃຫ້ເພື່ອນທາບທາມ ຫຼື ເພື່ອນຢາກຮູ້ລາຍລະອຽດ ໃຫ້ຕິດຕໍ່ມາໂດຍກົງ ຕາມເບີໂທ: 0084 28 3910 4565,  ຫ້ອງການສົ່ງເສີມການຄ້າ - ITPC, ທີ່ຢູ່: ເຮືອນເລກທີ 51 ຖະໜົນດິງຕຽນຮວ່າງ,ຕາແສງ ດາກາວ, ເມືອງ 1 ນະຄອນໂຮ່ຈີມິນ. ທ່ານ ຮ່າເຕິນເຢືອກ ເຊິ່ງແມ່ນຊາວຫວຽດນາມ ທີ່ພວມດໍາລົງຊີວິດ ແລະ ດໍາເນີນທຸລະກິດ ກ່ຽວກັບເຄື່ອງອຸປະກອນເອເລັກໂຕນິກຢູ່ແຂວງສະຫວັນນະເຂດ, ປະເທດລາວ ໄດ້ໂທລະສັບມາຫາລາຍການ ດ້ວຍເນື້ອໃນວ່າ: ໃນໄລຍະຜ່ານມາ, ຍ້ອນຄ້າງຄາກັບວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນໍ້າຖ້ວມ ສະນັ້ນ, ຂ້າພະເຈົ້າ ຈຶ່ງບໍ່ໄດ້ຕິດຕາມກອງປະຊຸມສໍາມະນາ “ຕະຫຼາດລາວ - ສະພາບການ ແລະ ຄວາມສາມາດບົ່ມຊ້ອນໃນການດໍາເນີນທຸລະກິດ - ລົງທຶນ” ເຊິ່ງດໍາເນີນຢູ່ນະຄອນໂຮ່ຈີມິນ ຜ່ານມານັ້ນ. ຂ້າພະເຈົ້າ ຢາກໃຫ້ທາງລາຍການແນະນໍາໂດຍສັງເຂບກ່ຽວກັບເນື້ອໃນຕົ້ນຕໍ ຂອງກອງປະຊຸມສໍາມະນາດັ່ງກ່າວ ໃຫ້ຂ້າພະເຈົ້າຮູ້ຕື່ມແດ່...ຂໍຂອບໃຈ.
TAG
VOV/VOVworld/