ແນະນຳບາງຮ້ານທີ່ມີເຍື່ອງອາຫານແຊບນົວ, ເປັນເອກະລັກຂອງ ຫວຽດນາມ
05/01/2023 07:12
(VOVWORLD) - ນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 389 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 26 ສະບັບຈາກທ່ານຜູ້ຟັງ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ.

ໃນ ອາ ທິດ ຜ່ານ ມາ , ພະ ແນກ ກະ ຈາຍ ສຽງ ບັນ ດາ ລາຍ ການ ພາກພາ ສາ ຕ່າງ ປະ ເທດ , ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ , ອີເມວ 389 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ . ໃນນັ້ນ , ລາຍການພາກພາສາລາວ ໄດ້ຮັບຈົດໝາຍ , ອີເມວ 26 ສະບັບຈາກທ່ານຜູ້ຟັງ . ໃນ ລາຍ ການ ໂອ້ ລົມ ກັບ ເພື່ອນ ລາວ ມື້ ນີ້ , ພວກ ຂ້າ ພະ ເຈົ້າ ຂໍ ຄັດ ສະ ເໜີ ເນື້ອ ໃນ ຈົດ ໝາຍ ແລະ ຕອບ ບາງ ຄຳ ຖາມ ເຊິ່ງ ທ່າ ນ ຜູ້ ຟັງ ຝ າກ ມາ ລາຍ ການໃນ ອາ ທິດ ຜ່ານ ມາ . ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວ, ຫຼາຍສະບັບ ແລະ ຂໍ້ຄວາມຈາກທ່ານຜູ້ຟັງຝາກເຖິງລາຍການ ດ້ວຍເນື້ອໃນທີ່ແຕກຕ່າງກັນ, ໃນນັ້ນມີທ່ານ ລັດດາພອນ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີແມວເຖິງລາຍການດ້ວຍເນື້ອໃນ ອວຍພອນປີໃໝ່, ໃນນັ້ນມີຕອນຂຽນວ່າ: “ປີນີ້, ຂ້າພະເຈົ້າໄດ້ຕິດຕາມຂ່າວ, ບົດເຊິ່ງລາຍການພາກພາສາລາວເອົາລົງໃນແວບໄຊ vovworld.vn, ຂ້າພະເຈົ້າຮູ້ວ່າບັນນາທິການພາກພາສາລາວມານະພະຍາຍາມຫຼາຍທີ່ສຸດປະຕິບັດສຳເລັດໜ້າທີ່ວຽກງານຢ່າງຫຼວງຫຼາຍເພື່ອໂຄສະນາໃຫ້ປີສາມັກຄີ 2022 ລາວ - ຫວຽດນາມ ນີ້. ຂ້າພະເຈົ້າຂໍອວຍພອນໃຫ້ພວກອ້າຍເອື້ອຍໃນພາກພາສາລາວປີ 2023 ຈະປະຕິບັດວຽກງານບັນລຸຜົນສຳເລັດຫຼາຍກ່ວາອີກ, ເພື່ອນຳລາຍການພາກພາສາລາວ ກາຍເປັນຊ່ອງຂໍ້ມູນຂ່າວສານທີ່ນິຍົມຂອງບັນດາຜູ້ມີຄວາມຮັກຕໍ່ປະເທດ ຫວຽດນາມ ຄືຂ້າພະເຈົ້າ. ອວຍພອນໃຫ້ບັນນາທິການພາກພາສາລາວ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດເວົ້າສະເພາະ ແລະ ວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ ໃຫ້ນັບມື້ນັບໃຫຍ່ໂຕເຂັ້ມແຂງ, ຍາມໃດກໍ່ເປັນຊ່ອງຂໍ້ມູນຂ່າວສານແຖວໜ້າຂອງ ຫວຽດນາມ ແລະ ຂອງໂລກ. ແນ່ນອນວ່າ, ໃນປີ 2023 ນີ້ ຂ້າພະເຈົ້າຈະຕິດຕາມຮັບຟັງຊ່ອງກະຈາຍສຽງຂອງພວກທ່ານເປັນປະຈຳ”. ສ່ວນຈົດໝາຍຂອງທ່ານ ບຸນມີ, ຢູ່ແຂວງ ຫົວພັນ ມີເນື້ອໃນຂຽນວ່າ: ຂ້າພະເຈົ້າໄດ້ຕິດຕາມຂ່າວ, ບົດໃນແວບໄຊ vovworld.vn ຂອງພວກທ່ານເປັນປະຈຳ ແລະ ເຫັນວ່າ ອາທິດຜ່ານມາ ມີຫຼາຍຂ່າວ, ບົດສະຫລຸບ, ສະຖິຕິດ້ວຍເນື້ອໃນດຶງດູດຜູ້ອ່ານ. ໃນນັ້ນ, ຂ້າພະເຈົ້າມີຄວາມປະທັບໃຈກັບຕົວເລກ ການເຕີບໂຕ GDP ປີ 2022 ຄາດວ່າບັນລຸ 8,2%. ໄພເງິນເຟີ້ໄດ້ຮັບການຄວບຄຸມຢູ່ລະດັບ 3,15%. ຍອດວົງເງິນສົ່ງອອກ, ນຳເຂົ້າໃນທົ່ວປະເທດບັນລຸປະມານ 732,5 ຕື້ USD, ເພີ່ມຂຶ້ນ 9,5%. ຫຼືວ່າ, ເປັນຄັ້ງທີ 2 ທີ່ຫວຽດນາມ ໄດ້ຮັບໄຊຊະນະໃນການເລືອກຕັ້ງ ເປັນສະມາຊິກຂອງສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025, ຢູ່ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 77, ທີ່ດຳເນີນຢູ່ ນິວຢອກ, ອາເມລິກາ ດ້ວຍບັດສະໜັບສະໜູນສູງທີ່ສຸດ. ປີ 2022, ແມ່ນປີທີ່ ຫວຽດນາມ ບັນລຸຜົນສຳເລັດທີ່ສຸດ, ຂ້າພະເຈົ້າຂໍຊົມເຊີຍພວກທ່ານ, ຫວັງວ່າ ປີ 2023, ຈະແມ່ນປີທີ່ບັນລຸຜົນສຳເລັດກ່ວາອີກ. ທ່
TAG
VOV/VOVworld/ປີສາມັກຄີ/ອາຫານການກິນ
Related








