VOV WorldVOV World
ແນະນຳກ່ຽວກັບກາເຟຊະນິດຕ່າງໆທີ່ໄດ້ປູກຢູ່ ຫວຽດນາມ
04/03/2021 09:23
(VOVWORLD) -ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ກັບມາພົບປະກັບທ່ານຜູ້ຟັງໃນລາຍການ ໂອ້ລົມກັບເພື່ອນລາວ ອີກຕາມເຄີຍ. ໃນຊ່ວງເວລານີ້ຂອງຊຸມປີກ່ອນ ໃນເວັບໄຊ vovworld.vn ແມ່ນເຕັມໄປດ້ວຍສີສັນຂອງລະດູບານໃໝ່, ດ້ວຍຂ່າວ, ບົດກ່ຽວກັບງານບຸນ ແລະ ກິດຈະກຳລະຫຼີ້ນບັນເທິງ ຫຼືວ່າການໄປທ່ຽວທ່ຽວຂອງປະຊາຊົນ ຫວຽດນາມ ໃນຍາມຕົ້ນປີໃໝ່. ເຖິງວ່າປີນີ້ ມີການຈຳກັດ ຍ້ອນຜົນສະທ້ອນຂອງໂລກລະບາດໂຄວິດ - 19 ກໍຕາມ, ແຕ່ສິ່ງດັ່ງກ່າວກໍບໍ່ເຮັດໃຫ້ຄວາມດູດດື່ມ, ອາລົມຈິດ ແລະ ການສະໜັບສະໜູນຂອງທ່ານຜູ້ຟັງ ທີ່ມີຕໍ່ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ (VOV5) ຖືກຫຼຸດລົງ. ໃນອາທິດຜ່ານມາ,VOV5 ໄດ້ຮັບຈົດໝາຍ, ອີແມວຈາກທ່ານຜູ້ຟັງ 379 ທ່ານ ທີ່ມາຈາກ 43 ປະເທດ ແລະ ເຂດແຄວ້ນ ດ້ວຍຄຳເຫັນ ແລະ ຄຳຖາມທີ່ຈັບອົກຈັບໃຈຫຼາຍຢ່າງ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າ ຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.
ແນະນຳກ່ຽວກັບກາເຟຊະນິດຕ່າງໆທີ່ໄດ້ປູກຢູ່ ຫວຽດນາມ
  ເຖິງວ່າ ບຸນປີໃໝ່ປະຈຳຊາດ ປີ ສະຫຼູ 2021 ຂອງ ຫວຽດນາມ ໄດ້ຜ່ານໄປເກືອບ 2 ອາທິດແລ້ວກໍຕາມ ແຕ່ ພວກຂ້າພະເຈົ້າ - ບັນດາຜູ້ຈັດທຳລາຍການໃນ VOV5 ຍັງສືບຕໍ່ໄດ້ຮັບຄຳອວຍພອນປີໃໝ່ຈາກທ່ານຜູ້ຟັງ ລາວ, ກຳປູເຈຍ, ໄທ, ຈີນ ແລະ ເຢຍລະມັນ. ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ຕໍ່ບັນດາຄຳອວຍພອນອັນດີງາມຂອງທ່ານຜູ້ຟັງທຸກໆທ່ານ ແລະ ຂໍອວຍພອນໃຫ້ທ່ານຜູ້ຟັງທຸກໆທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກ, ສືບຕໍ່ເປັນແຫຼ່ງລະດົມກຳລັງໃຈ ແລະ ສະໜັບສະໜູນພວກຂ້າພະເຈົ້າຕະຫຼອດໄປ.          ດ້ວຍ 54 ຊົນເຜົ່າ ແລະ 63 ແຂວງ, ນະຄອນ, ຫວຽດນາມ ແມ່ນປະເທດທີ່ມີຄວາມຫຼາກຫຼາຍກ່ຽວກັບວັດທະນະທຳ ແລະ ທັດສະນີຍະພາບທີ່ສວຍສົດງົດງາມ, ອັນໄດ້ດຶງດູດແຂກທ່ອງທ່ຽວຈາກທົ່ວທຸກສາລະທິດ. ເມື່ອຮູບພາບກ່ຽວກັບທັດສະນີຍະພາບ 3 ແຫ່ງທີ່ລື່ຊືຂອງແຂວງ ນິງບິ່ງ ຄື ຖ້ຳມົ໊ວ, ຈ່າງອານ ແລະ ວັດ ບ໊າຍດິ໊ງ ໄດ້ເອົາລົງໃນເວັບໄຊ vovworld.vn ນັ້ນ, ກໍມີທ່ານຜູ້ຟັງຫຼາຍທ່ານ ໄດ້ສະແດງຄວາມຊື່ນຊົມ ແລະ ຢາກມາຢ້ຽມຊົມຄວາມງາມ ແລະ ບັນຍາກາດຢູ່ທີ່ນີ້. ເພື່ອນ ດາວວຽງ, ທ່ານຜູ້ຟັງລາວ ໄດ້ສະແດງຄວາມຄິດເຫັນມາວ່າ: “ ຖ ້າ ຫາກ ຢຶນ ຢູ່ ຈອມ ພູ ງວ້າ ລອງ ແລ້ວ ຮັບ ຊົມ ຄວາມ ງາມ ທິວທັດ ທຳ ມະ ຊາດ ຂອງ ຕາມ ກົກ , ນິງບິ່ງ ຄື ຊິ ຄັກ ອີຫຼີ . ພຽງ ແຕ່ ຄິດ ຊື່ໆ ກໍ ຢາກ ໄປ ທ່ຽວ ນິງ ບິ່ງ ແລ້ວ ”.  ເພື່ອນ ສຸລະໄຊ ຍິ່ງສະຫວັດ - ເຊິ່ງເປັນທ່ານຜູ້ຟັງລາຍການພາສາ ໄທ ກໍຢືນຢັນວ່າ ຈະມາທ່ຽວ ນິງບິ່ງ ພາຍຫຼັງທີ່ໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ.         ບໍ່ພຽງແຕ່ແຂວງ ນິງບິ່ງ ເທົ່ານັ້ນ, ຫວຽດນາມ ຍັງມີທັດສະນີຍະພາບທີ່ສວຍສົດງົດງາມ ແລະ ສະຖານທີ່ທ່ອງທ່ຽວທີ່ດູດດື່ມຫຼາຍແຫ່ງ ກຳລັງລໍຖ້າທ່ານມາຄົ້ນຫາ. ຫວັງວ່າ ໂລກລະບາດຈະຖືກຍູ້ຖອຍໄປໂດຍໄວ ແລະ ຊາວ ຫວຽດນາມ - ຜູ້ທີ່ມີຈິດໃຈຮັກແພງແຂກຄົນ ຈະໄດ້ຕ້ອນຮັບທ່ານໃນໄລຍະຈະມາເຖິງ.          ຕໍ່ໄປນີ້, ພວກຂ້າພະເຈົ້າຂໍສະຫງວນເວລາເພື່ອຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ. ຄຳຖາມທຳອິດ ແມ່ນຄຳຖາມກ່ຽວກັບ ກາເຟ ຂອງ ເພື່ອນ ຈັນສະໝອນ. ໃນຈົດໝາຍຝາກເຖິງລາຍການ, ເພື່ອນ ຈັນສະໝອນ ໄດ້ຂຽນວ່າ: “ ໝູ່ ຂອງ ຂ້າ ພະ ເຈົ້າ ແມ່ນຊາວ ຫວຽດ ນາມ  ຫາ ກໍ ເອົາ ກາ ເຟ G7 ຂອງບໍ ລິ ສັດ ຈູງງວຽນ ມາ ຕ ້ອນ . ຂ້າ ພະ ເຈົ້າ ມັກກິ່ນ ແລະ ລົດ ຊາດ ຂອງ ກາ ເຟ ຊະ ນິດ ນີ້ຫຼາຍ ແລະ ຢາກ ຊອກ ຮູ້ ກ່ຽວ ກັບ ກາ ເຟ ຊະ ນິດ ຕ່າງໆ ທີ່ ໄດ້ ປູກ ຢູ່ ຫວຽດ ນາມ ກໍ ຄື ຕະຫຼາດ ສົ່ງ ອອກ ກາ ເຟຂອງ ຫວຽດ ນາມ ”.
TAG
VOV/VOVworld/ຮ້ານ​ກາ​ເຟ​ປຶ້ມ/ກາ​ເຟ/