VOV WorldVOV World
ແນະນຳນັກກຳກັບການສະແດງຍິງ ຮ່າເລ້ຢ້ຽມ - ຜູ້ຮັບລາງວັນໃນງານມະໂຫລານ ຟິມຮູບເງົາເອກະສານສາກົນ Amsterdam 2021
30/03/2023 06:48
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 448 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 18 ສະບັບຈາກທ່ານຜູ້ຟັງ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ.
ແນະນຳນັກກຳກັບການສະແດງຍິງ ຮ່າເລ້ຢ້ຽມ - ຜູ້ຮັບລາງວັນໃນງານມະໂຫລານ ຟິມຮູບເງົາເອກະສານສາກົນ Amsterdam 2021
ໃນອາທິດ, ເພື່ອນ ຈັນທະພອນ ແລະ ເພື່ອນ ຄຳແສງ, ແຂວງ ຈຳປາສັກ ໄດ້ຝາກຈົດໝາຍເຖິງລາຍການໂດຍໃຫ້ຮູ້ວ່າ: “ທ້າຍອາທິດຜ່ານມາ, ໄດ້ເກີດພະຍຸຖະ ລົ່ມ , ໝາກເຫັບ ຕົກ ໃນເມືອງ ປາກຊ່ອງ. ເຖິງວ່າໝາກເຫັບ ແລະ ລົມແຮງໃນບໍລິເວນບໍ່ ກວ້າງ ແຕ່ໄດ້ທຳລາຍຜົນລະປູກທັງໝົດຂອງພໍ່ແມ່ປະຊາຊົນ” . ນອກຈາກນັ້ນ, ຜູ້ຟັງສອງທ່ານຍັງໄດ້ຝາກຮູບຖ່າຍໝາກເຫັບທີ່ຕົກ ແລະ ຜົນເສຍຫາຍຕໍ່ຜົນລະປູກຂອງພໍ່ແມ່ປະຊາຊົນຊາວກະສິກອນໃນທ້ອງຖິ່ນຈຳນວນໜຶ່ງ. ພວກຂ້າພະເຈົ້າຂໍແບ່ງເບົາຄວາມເສຍຫາຍນຳພໍ່ແມ່ປະຊາຊົນຊາວກະສິກອນຢູ່ເມືອງ ປາກຊ່ອງ ຍ້ອນຜົນສະທ້ອນຈາກພະຍຸ, ໝາກເຫັບກໍ່ຂຶ້ນ. ນີ້ກໍ່ແມ່ນໜຶ່ງໃນບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ຫວັງວ່າ, ພໍ່ແມ່ປະຊາຊົນຈະໄດ້ປູກໃໝ່ໃນເຂດນາຖືກເສຍຫາຍນັ້ນ ແລະ ຊີວິດການເປັນຢູ່, ການຜະລິດຂອງຊາວກະສິກອນຈະກັບຄືນສູ່ສະພາບປົກກະຕິໂດຍໄວ. ຂໍຂອບໃຈເພື່ອນ ຈັນທະພອນ ແລະ ເພື່ອນ ຄຳແສງ ທີ່ໄດ້ແບ່ງປັນກັບພວກຂ້າພະເຈົ້າ.
TAG
VOV/VOVworld/ຂໍ້​ມ​ູນ/ໝາກ​ເຫັບ/ຟິມ​ຮູບ​ເງົາ/ລາງວັນ​ແລ່ນ