ແນະນໍາໝູ່ບ້ານອາຊີບຫັດຖະກໍາບາງແຫ່ງຢູ່ຮ່າໂນ້ຍ
25/06/2020 14:35
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ (VOV5) ໄດ້ຮັບຈົດໝາຍ, ອີແມວຈໍານວນ 327 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ.ໃນນັ້ນ, ມີທ່ານຜູ້ຟັງຫຼາຍຄົນໄດ້ສົ່ງຄໍາອວຍພອນ ວັນສື່ມວນຊົນປະຕິວັດຫວຽດນາມ ພ້ອມທັງຕັ້ງຄໍາຖາມຫຼາຍຂໍ້ທີ່ໜ້າຈັບອົກຈັບໃຈອີກດ້ວຍ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າ ຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບຄໍາຖາມຈໍານວນໜຶ່ງຂອງທ່ານຜູ້ຟັງທີ່ໄດ້ຝາກມາ VOV5 ແລະ ລາຍການກະຈາຍສຽງພາກພາສາລາວ

ທ່ານຜູ້ຟັງຊາວ ແອັດສະປາຍ ຊື່ວ່າ Juan Diez ໄດ້ສົ່ງຈົດໝາຍມາອວຍພອນນັກຂ່າວ, ພະນັກງານ VOV ເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ. ທ່ານຂຽນວ່າ: “ສື່ມວນຊົນມີບົດບາດສໍາຄັນໃນການຍົກສູງຄວາມຮັບຮູ້ຂອງປະຊາຊົນຫວຽດນາມໃນຂະບວນການປົກປັກຮັກສາປະເທດຊາດ. ສື່ມວນຊົນປະຕິວັດໄດ້ກໍານົດທິດທາງດ້ານແນວຄິດຂອງປະຊາຊົນຢ່າງສະຫຼາດຫຼັກແຫຼມ ແລະ ຖືກຕ້ອງກັບຄວາມເປັນຈິງ ເພື່ອແກ້ໄຂບັນດາບັນຫາຂອງທ້ອງຖິ່ນ ແລະ ປະເທດຊາດ, ກໍຄືຍົກອອກບັນດາມາດຕະການວິທະຍາສາດ ເຮັດແນວໃດ ເພື່ອປົວແປງວຽກເຮັດງານທໍາ ແລະ ມີຊີວິດຢ່າງຈົບງາມກວ່າ. ສື່ມວນຊົນອະທິບາຍຢ່າງຮອບດ້ານກ່ຽວກັບທັດສະນະຂອງ ປະທານໂຮ່ຈີມິນ ແລະ ສົ່ງສານໃຫ້ປະຊາຊົນ. ສື່ມວນຊົນປະຕິວັດ ສົມກັບເປັນບ່ອນເຊີດຊູປະເທດ ຫວຽດນາມ ທີ່ຍິ່ງໃຫຍ່.” ທ່ານ Hugo Longghi ຢູ່ ອາກຊັງຕິນ ຂຽນວ່າ: “ຄືກັນກັບທຸກໆປີ, ຂ້າພະເຈົ້າຂໍອວຍພອນເຖິງບັນດານັກຂ່າວ VOV ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີ ແຫ່ງວັນ ສື່ມວນຊົນປະຕິວັດ ຫວຽດນາມ. ຂ້າພະເຈົ້າດີໃຈຫຼາຍ ເມື່ອໄດ້ມີໂອກາດສະແດງຄວາມເຄົາລົບນັບຖືຕໍ່ຜູ້ທີ່ພິລະອາດຫານ, ຜູ້ທີ່ສ້າງໂສມໜ້າໃຫ້ແກ່ສື່ມວນຊົນຫວຽດນາມ ໃນວັນນີ້”. ນອກຈາກນັ້ນ, ທ່ານຍັງໃຫ້ຮູ້ວ່າ: “ຂ້າພະເຈົ້າພວມຟ້າວຂຽນບົດເສັງໃຫ້ສົມບູນແບບເພື່ອສົ່ງມາຍັງລາຍການ. ຜ່ານບົດເສັງຂອງຕົນ, ຂ້າພະເຈົ້າຢາກໃຫ້ພວກເພື່ອນເຫັນໄດ້ໄມຕີຈິດມິດຕະພາບ ແລະ ຄວາມຮັກແພງຂອງຂ້າພະເຈົ້າທີ່ມີຕໍ່ຫວຽດນາມ. ຫວັງວ່າ ຂ້າພະເຈົ້າ ຈະຕອບຄໍາຖາມໄດ້ເປັນຢ່າງດີ ເຖິງວ່າຄໍາຖາມຈະກວ້າງ ແລະ ເປັນຄໍາຖາມເປີດກໍ່ຕາມ.” ທ່ານຜູ້ຟັງ ທີ່ເຄົາລົບ! ຄະນະຈັດຕັ້ງການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ໄດ້ຮັບບົດເສັງ 76 ບົດ ຈາກທ່ານຜູ້ຟັງຂອງລາຍການກະຈາຍສຽງ ຂອງ 13 ພາສາ, ສະເພາະລາຍການກະຈາຍພາກພາສາລາວ ໄດ້ຮັບບົດເສັງຈາກທ່ານຜູ້ຟັງ ສົມພະວັນ ມະວົງໄຊ, ເພື່ອນ ບຸນຕຽງ ຈັນທະວົງ, ເພື່ອນ ຈັນທະສອນ ສີຫານາດ ແລະ ເພື່ອນ ພອນຄໍາ ສີສົງຄາມ. ທ່ານຜູ້ຟັງທີ່ຮັກແພງ! ຍັງເຫຼືອບໍ່ຮອດ 1 ເດືອນ ເທົ່ານັ້ນ, ກໍຈະໝົດກໍານົດເວລາຮັບບົດສອບເສັງແລ້ວ (ວັນທີ 15 ກໍລະກົດ). ດ່ັງນັ້ນ, ທ່ານຜູ້ຟັງຟ້າວຈົ່ງເຮັດບົດເສັງຂອງຕົນໃຫ້ສໍາເລັດ ແລ້ວສົ່ງມາຍັງທີ່ຢູ່ ອີແມວ: laovov5@gmail.com ເພື່ອບໍ່ພາດໂອກາດໄດ້ຮັບຂອງຂວັນ ແລະ ລາງວັນທີ່ໜ້າຈັບອົກຈັບໃຈຈາກຄະນະຈັດຕັ້ງ. ຈາກກູບາ, ເພື່ອນ Raisa Guevara Garcia ແບ່ງປັນວ່າ: “ຂ້າພະເຈົ້າດີໃຈຫຼາຍ ເມື່ອຮູ້ຈັກເວັບໄຊ vovworld.vn ຂອງພວກເພື່ອນ. ເພາະວ່າ, ເມື່ອເຂົ້າໄປເວັບໄຊດັ່ງກ່າວແລ້ວ, ຂ້າພະເຈົ້າສາມາດຊອກຮູ້ກ່ຽວກັບຫວຽດນາມ. ນັບແຕ່ຄາວຍັງນ້ອຍ, ຂ້າພະເຈົ້າມີຄວາມເຄົາລົບນັບຖືຊາດຫວຽດນາມໃນການຕໍ່ສູ້ຕ້ານຈັກກະພັດ ອາເມລິກາ. ປັດຈຸບັນ, ຂ້າພະເຈົ້າຍິ່ງມີຄວາມນັບຖື ຕໍ່ຜົນສໍາເລັດ ເຊິ່ງພວກເພື່ອນບັນລຸໄດ້ໃນການຕໍ່ສູ້, ຕ້ານໂລກລະບາດໂຄວິດ - 19.” ເພື່ອນ Sok Dareth ຢູ່ ກໍາປູເຈຍ, ຖາມວ່າ: ໝາກລິ້ນຈີ່ຂອງຫວຽດນາມ ໄດ້ສົ່ງອອກໄປຍັງປະເທດໃດແດ່ໃນໂລກ?
TAG
VOV/VOVworld/ແພໄໝຫວ້ນຟຸກ/ຫຼໍ່ທອງ/ລິ້ນຈີ່/ໝູ່ບ້ານອາຊີບຫັດຖະກຳ
Related








