ແນະນໍາໝູ່ບ້ານປູກດອກໄມ້ບາງແຫ່ງຢູ່ຫວຽດນາມ
09/01/2020 12:17
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ (VOV5) ກໍຄື ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວ ຫຼາຍສະບັບຈາກທ່ານຜູ້ຟັງ, ຜູ້ອ່ານທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ. ໃນຈໍານວນຈົດໝາຍ 329 ສະບັບ ທີ່ໄດ້ຝາກມາຍັງ VOV5 ມີຄໍາຖາມຫຼາຍຂໍ້ທີ່ເປັນໜ້າຈັບໃຈ. ໃນລາຍການ ໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ, ຕອບບາງຄໍາຖາມຂອງທ່ານຜູ້ຟັງ, ຜູ້ອ່ານ ແລະ ແບ່ງປັນບັນດາຂໍ້ມູນຂ່າວສານທີ່ມ່ວນໆ ແລະ ເປັນປະໂຫຍດໃຫ້ແກ່ທ່ານຜູ້ຟັງ, ຜູ້ອ່ານ.

ເພື່ອນ ບຸນໜັກ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຫາລາຍການ ດ້ວຍເນື້ອໃນດັ່ງນີ້: “ປັດຈຸບັນ, ຢູ່ຖະໜົນບາງແຫ່ງໃນປະເທດລາວ, ພິເສດແມ່ນຖະໜົນ ນາໄຊ ມີຊາວຫວຽດນາມ ດໍາລົງຊີວິດເປັນຈໍານວນຫຼວງຫຼາຍ ໄດ້ເລີ່ມວາງຂາຍບັນດາເຄື່ອງປະດັບປະດາ ບຸນປີໃໝ່ປະຈໍາຊາດຂອງຫວຽດນາມ ຄືໂຄມໄຟ, ຊອງອັ່ງເປົາ ແລະ ມີທັງເຂົ້າຕົ້ມອີກດ້ວຍ. ຂ້າພະເຈົ້າຢາກຮູ້ວ່າ ບຸນປີໃໝ່ປະຈໍາຊາດຂອງຫວຽດນາມໃນປີນີ້ແມ່ນກົງກັບວັນເດືອນໃດຕາມຈັນທະປະຕິທິນ ແລະ ນອກຈາກເຂົ້າຕົ້ມແລ້ວ, ພາເຂົ້າໃນຍາມບຸນເຕັດຂອງຊາວຫວຽດນາມ ມີອາຫານເຍື່ອງໃດແດ່? ຂໍຂອບໃຈ”. ເພື່ອນບຸນໜັກທີ່ຮັກແພງ! ຂອບໃຈເພື່ອນທີ່ໄດ້ສົ່ງຂໍ້ຄວາມ ແລະ ຄໍາຖາມມາຫາລາຍການ. ຕາມປະຕິທິນຂອງຫວຽດນາມ ແລ້ວ, 3 ວັນສໍາຄັນໃນໂອກາດບຸນເຕັດຂອງ ຊາວຫວຽດນາມ ໃນປີນີ້ ແມ່ນຈະກົງກັບວັນທີ 24, 25, 26 ເດືອນມັງກອນ 2020. ເວລາພັກບຸນເຕັດປີນີ້ ແມ່ນຈະເລີ່ມແຕ່ວັນທີ 23 ຫາ ວັນທີ 29 ມັງກອນ ຕາມຈັນທະປະຕິທິນ ກົງກັບວັນທີ 29 ເດືອນສິບສອງ ປີ ກຸນ ຫາ ວັນທີ 05 ເດືອນຈຽງ ປີຊວດ.
TAG
VOV/VOVworld/ບຸນເຕັດ/ດອກໄມ້/ດອກ ໄວໂອແລັດ
Related








