VOV WorldVOV World
ແນະນໍາການຕອບຄໍາຖາມດເຊິ່ງທ່ານຜູ້ຟັງຜູ້ອ່ານຝາກເຖິງລາຍການໃນອາທິດຜ່ານມາ
30/05/2019 12:03
(VOVWORLD) -ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນ ເມື່ອໄດ້ກັບມາພົບປະໂອ້ລົມກັບທ່ານຜູ້ຟັງໃນລາຍການ ໂອ້ລົມກັບເພື່ອນລາວ ອີກຕາມເຄີຍ. ໃນອາທິດຜ່ານມາ, ພະແນກບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ກໍຄື ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 40 ປະເທດ ແລະ ເຂດແຄວ້ນ. ແລະຕໍ່ໄປນີ້, ພວກຂ້າພະເຈົ້າຈະແບ່ງປັນເຖິງທ່ານຜູ້ຟັງເນື້ອໃນຈົດໝາຍບາງສະບັບສະແດງຄວາມຮູ້ສຶກ ແລະ ຕອບບັນດາຄໍາຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.
ແນະນໍາການຕອບຄໍາຖາມດເຊິ່ງທ່ານຜູ້ຟັງຜູ້ອ່ານຝາກເຖິງລາຍການໃນອາທິດຜ່ານມາ
ເພື່ອນ ເກສອນ ໄດ້ສົ່ງຂໍ້ຄວາມຜ່ານທາງເຟັດບຸກມາຍັງລາຍການດ້ວຍເນື້ອໃນວ່າ: ຂອບໃຈລາຍການພາກພາສາລາວ ທີ່ໄດ້ແນະນຳໃຫ້ພວກຂ້າພະເຈົ້າຮູ້ກ່ຽວກັບການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ - ຜູ້ນຳທີ່ຍິ່ງໃຫຍ່ ແລະ ມີຮູບພາບຕິດຄັດໄປພ້ອມນັ້ນ ແມ່ນມີຊີວິດຊີວາທີ່ສຸດ. ຂ້າພະເຈົ້າຍັງຈື່ໄດ້ວ່າ ເມື່ອຍັງຮຽນຢູ່ມັດທະຍົມຕອນຕົ້ນ, ໃນວິຊາ ປະຫວັດສາດ ກໍໄດ້ແນະນຳກ່ຽວກັບປະທານໂຮ່ຈີມິນຫຼາຍຢ່າງ. ຍາມໃດເພິ່ນກໍແມ່ນແບບຢ່າງໃຫ້ພວກເຮົາປະຕິບັດຕາມຕະຫຼອດໄປ.         ເພື່ອນ ຈັນສະໝອນ  ໄດ້ສົ່ງຂໍ້ຄວາມເຖິງລາຍການ ດ້ວຍເນື້ອໃນດັ່ງນີ້: ເມື່ອຕິດຕາມບົດຂຽນກ່ຽວກັບພິທີບູຊາໄຫຂອງຊົນເຜົ່າເອເດ ໃນຄໍລຳ ປະເທດຊາດ ແລະ ຊາວຫວຽດນາມແລ້ວ, ຂ້າພະເຈົ້າຈຶ່ງຮູ້ວ່າ ເຮືອນຍາວ ແມ່ນສະຖາປັດຕະຍາກຳເຮືອນທີ່ເປັນມູນເຊື້ອຂອງຊາວເຜົ່າ ເອເດ ຢູ່ແຂວງ ດັກລັກ ຂອງຫວຽດນາມ. ຫວັງວ່າ ບັນດາອ້າຍເອື້ອຍບັນນາທິການ ຈະແນະນຳລະອຽດກວ່າ ກ່ຽວກັບສະຖາປັດຕະຍາກຳເຮືອນຍາວນີ້ໃຫ້ຂ້າພະເຈົ້າຮູ້ແດ່. ຂໍຂອບໃຈ.
TAG
VOV/VOVworld/ຊາວເຜົ່າເອເດ/ສະຖາປັດຕະຍາກຳເຮືອນຍາວ/ງານບຸນຍິງບັ້ງໄຟດອກສາກົນ/ດ່າໜັງ