VOV WorldVOV World
ແນະນໍາກ່ຽວກັບຄວາມໝາຍຂອງພາໝາກໄມ້ 5 ຊະນິດ
17/01/2019 09:12
(VOVWORLD) -ອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບ ຈາກທ່ານຜູ້ຟັງທີ່ໄດ້ຝາກມາລາຍການ ໂດຍໄດ້ສະແດງຄວາມຮູ້ສຶກເມື່ອຮັບຊົມບັນດາຄໍລຳຂອງລາຍການ ພ້ອມດ້ວຍບັນດາຄຳອວຍພອນປີໃໝ່ ແລະ ບາງຄຳຖາມກ່ຽວກັບ ບຸນເຕັດປະຈຳຊາດຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ພາກນີ້ ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.
ແນະນໍາກ່ຽວກັບຄວາມໝາຍຂອງພາໝາກໄມ້ 5 ຊະນິດ
ໃນຈົດໝາຍຝາກເຖິງລາຍການ ເພື່ອນ ວິໄຊ ວິໄລຄຳ ສະແດງຄວາມແບ່ງປັນວ່າ: ຂອບໃຈລາຍການກະຈາຍສຽງພາກພາສາລາວ ທີ່ໄດ້ນຳມາໃຫ້ພວກຂ້າພະເຈົ້າບັນດາຂໍ້ມູນຂ່າວສານທີ່ເປັນປະໂຫຍດ. ພິເສດ, ຄໍລຳຫວຽດນາມ - ລາວ ແມ່ນຂົວເຊື່ອມຕໍ່ໃນການເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ລາວ - ຫວຽດນາມ; ຫວຽດນາມ - ລາວ. ເນື່ອງໃນໂອກາດ ປີໃໝ່ 2019, ຂ້າພະເຈົ້າ ຂໍອວຍພອນໃຫ້ພະນັກງານວິທະຍຸກະຈາຍສຽງຫວຽດນາມ ແລະ ບັນນາທິການພາກພາສາລາວທຸກຄົນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃຫ້ຫຼາຍກວ່າອີກ.         ເພື່ອນ  ຈັນນະພາ ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງຂໍ້ຄວາມຜ່ານທາງເຟັດບຸກມາຫາລາຍການ  ໂດຍແບ່ງປັນວ່າ: ຂ້າພະເຈົ້າມີຄວາມເພິ່ງພໍໃຈ ແລະ ມັກເວັບໄຊ Journeyvietnam.com ທີ່ສຸດ ນັບແຕ່ການໄດ້ໄປທ່ຽວຄັ້ງທຳອິດຢູ່ດ່າໜັງ. ບັນຫາດ້ານພາສາ ບໍ່ແມ່ນຮົ້ວກີດຂວາງສຳລັບຂ້າພະເຈົ້າອີກແລ້ວ. ທຸກສິ່ງທຸກຢ່າງສະດວກທີ່ສຸດ ແລະ ເປັນເຈົ້າການ ນັບແຕ່ເລື່ອງຈ່ອງປີ້ຍົນ, ຈ່ອງໂຮງແຮມ, ຮ້ານອາຫານ ຕະຫຼອດຮອດການພະຍາກອນອາກາດ, ການຊີ້ບອກທາງ... ໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຊື່ອໝັ້ນກວ່າ ເມື່ອໄປທ່ຽວທ່ອງຢູ່ປະເທດເພື່ອນມິດ. ຂອບໃຈພວກເພື່ອນຫຼາຍໆ ທີ່ໄດ້ແນະນໍາໃຫ້ຂ້າພະເຂົ້າຮູ້ຈັກເຖິງເວັບໄຊດັ່ງກ່າວ. ຂ້າພະເຈົ້າຈະກັບຄືນໄປຢ້ຽມຢາມ ແລະ ຄົ້ນຫາບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ.             ມີທ່ານຜູ້ຟັງລາວຄົນໜຶ່ງ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລດ້າຍນາມ ໄດ້ສົ່ງຂໍ້ຄວາມມາຍັງລາຍການ ດ້ວຍເນື້ອໃນວ່າ: ສະບາຍດີບັນດາອ້າຍເອື້ອຍບັນນາທິການລາຍການກະຈາຍສຽງພາກພາສາລາວ. ນ້ອງຊື່ວ່າ ທິບພະວົງ, ກໍາລັງຮຽນກຽມພາສາຢູ່ມະຫາວິທະຍາໄລດ້າຍນາມ. ນ້ອງໄດ້ຮັບຮູ້ມາວ່າ ໃນປະເພນີຕ້ອນຮັບປີໃໝ່ປະຈໍາຊາດຫວຽດນາມ ຕາມປົກກະຕິແລ້ວ ຊາວຫວຽດນາມ ມັກປະດັບປະດາພາໝາກໄມ້ 5 ຊະນິດ. ສະນັ້ນ, ຂ້າພະເຈົ້າ ຢາກໃຫ້ບັນນາທິການພາກພາສາລາວ ເວົ້າແຈ້ງກວ່າຄວາມໝາຍຂອງພາໝາກໄມ້ 5 ຊະນິດດັ່ງກ່າວນັ້ນ. ຂໍຂອບໃຈ.
TAG
VOV/VOVworld/