ແນະນໍາກ່ຽວກັບລະບົບການສຶກສາພື້ນຖານຂອງ ຫວຽດນາມ
20/08/2020 09:53
(VOVWORLD) -ໃນອາທິດຜ່ານມາ, ພະແນກບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດ ວິທະຍຸກະຈາຍສຽງຫວຽດນາມ (VOV5) ແລະ ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວທັງໝົດ 321 ສະບັບ ຈາກທ່ານຜູ້ຟັງຢູ່ 35 ປະເທດ ແລະ ເຂດແຄວ້ນ. ນອກຈາກບັນດາບົດເຂົ້າຮ່ວມການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ”, ການຕີລາຄາສູງຕໍ່ຜົນງານຂອງຫວຽດນາມໃນການຕໍ່ສູ້ກັບໂລກລະບາດໂຄວິດ - 19 ແລ້ວ, ພວກຂ້າພະເຈົ້າ ຍັງໄດ້ຮັບຄໍາຖາມຫຼາຍຂໍ້ທີ່ກ່ຽວຂ້ອງເຖິງຂະແໜງການສຶກສາຂອງ ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີ ແລະ ຕອບບາງຄໍາຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານໄດ້ຝາກມາຍັງລາຍການພາກພາສາລາວເວົ້າສະເພາະ ແລະ VOV5 ເວົ້າລວມ ໃນອາທິດຜ່ານມາ.

ຈາກນະຄອນຫຼວງ ວຽງຈັນ, ເພື່ອນ ດາວວັນ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ມາຍັງລາຍການພາກພາສາລາວ ໂດຍສະແດງຄວາມໃນໃຈວ່າ: ຂອບໃຈລາຍການທີ່ໄດ້ແນະນໍາ ແລະ ສົ່ງປຶ້ມທີ່ມີຊື່ວ່າ ທໍ່ຕູ້ ຢາໄຊຈູ ຂອງນັກປະພັນ ຫງວຽນກວາງວິງ ໃຫ້ແກ່ຂ້າພະເຈົ້າ. ປຶ້ມຫົວນີ້ຄັກຫຼາຍ, ມັນໄດ້ຊ່ວຍໃຫ້ຂ້າພະເຈົ້າຮູ້ຂໍ້ມູນທີ່ເປັນປະໂຫຍດຫຼາຍຢ່າງກ່ຽວກັບທ່ານ ທໍ່ຕູ້ ຢາໄຊຈູ ເຊິ່ງຄົນລາວຄືຂ້າພະເຈົ້າເອງຍັງບໍ່ຮູ້ມາກ່ອນ. ສ່ວນໃນຈົດໝາຍຂອງເພື່ອນ Mery Bonalds Navarro ມາຈາກ ກູບາ ໄດ້ຂຽນວ່າ: “ຂ້າພະເຈົ້າມີຄວາມປະທັບໃຈຕໍ່ປະຊາຊົນ ຫວຽດນາມ ຫຼາຍ. ພວກເພື່ອນໄດ້ບັນລຸຜົນສໍາເລັດຫຼາຍຢ່າງພາລະກິດພັດທະນາປະເທດຊາດ. ສິ່ງທີ່ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈ ແລະ ເຄົາລົບນັບຖືທີ່ສຸດ ນັ້ນແມ່ນ ພວກເພື່ອນຍາມໃດກໍມີຄວາມກ້າຫານ ແລະ ມີຄວາມເຊື່ອໝັ້ນຕໍ່ໂລກທີ່ສວຍງາມກວ່າ ຜ່ານການຍູ້ແຮງການເຕີບໂຕເສດຖະກິດ, ປະກອບສ່ວນສ້າງສາປະເທດ ຫວຽດນາມ ໃຫ້ເຕີບໃຫຍ່ເຂັ້ມແຂງກວ່າ, ສວຍງາມກວ່າໃນທຸກຂົງເຂດຂອງຊີວິດສັງຄົມ. ໃນສະພາບການທີ່ເກີດໂລກລະບາດໂຄວິດ - 19, ພວກເພື່ອນຄວບຄຸມໂລກລະບາດໄດ້ເປັນຢ່າງດີ ໃນຕະຫຼອດໄລຍະກວ່າ 3 ເດືອນຜ່ານມາ, ໂດຍບໍ່ມີກໍລະນີຕິດເຊື້ອໃນຊຸມຊົນ ແລະ ເຖິງວ່າ ໃນປັດຈຸບັນ, ໂລກລະບາດໄດ້ກັບຄືນມາລະບາດຮອບໃໝ່ກໍຕາມ, ແຕ່ພວກເພື່ອນກໍມີວິທີຄວບຄຸມໂລກລະບາດ”.
TAG
VOV/VOVworld/ໂຄວິດ - 19/ການສອບເສັງຈົບຊັ້ນ/ການສຶກສາ
Related








