ແນະນໍາກ່ຽວກັບຊ່ອງໂທລະພາບສະເພາະ ກ່ຽວກັບການທ່ອງທ່ຽວ ແລະ ວັດທະນະທໍາ Vietnam Journeys
13/12/2018 06:50
(VOVWORLD) -ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບຈາກທ່ານຜູ້ຟັງຜູ້ອ່ານຝາກເຖິງລາຍການ ໂດຍສະແດງຄວາມຮູ້ສຶກ ເມື່ອຮັບຊົມບັນດາຄໍລໍາຂອງລາຍການ ກໍຄືຢາກຊອກຮູ້ບາງຂໍ້ມູນຂ່າວ ທີ່ກ່ຽວຂ້ອງເຖິງກິລາປະເພດບານເຕະ ແລະ ການທ່ອງທ່ຽວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄໍາຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານໄດ້ຝາກມາລາຍການໃນອາທິດຜ່ານມາ.

“ປະເທດລາວ ຍາມໃດກໍໄດ້ຮັບການຂະໜານນາມວ່າ ແມ່ນປະເທດທີ່ມີສີສັນ ແລະ ວັດທະນະທໍາຫຼາກຫຼາຍ ດ້ວຍ 49 ຊົນເຜົ່າ. ແຕ່ພາຍຫຼັງຕິດຕາມ ເວັບໄຊ vov.world.vn, ຂ້າພະເຈົ້າເຫັນວ່າ ຫວຽດນາມ ຍັງມີງານບຸນ ແລະ ຮີດຄອງປະເພນີຫຼາຍກວ່າລາວອີກ. ພິເສດ, ຫວ່າງມໍ່ໆມານີ້ ຂ້າພະເຈົ້າມີຄວາມປະທັບໃຈຕໍ່ງານບຸນ ກາເຕ ຂອງຊົນເຜົ່າຈໍາ ໃນຄໍລໍາວັດທະນະທໍາຫວຽດນາມຫຼາຍ. ຂອບໃຈລາຍການ ຍາມໃດກໍນໍາບັນດາຄວາມຮູ້ກ່ຽວກັບວັດທະນະທໍາ, ຊາວຫວຽດນາມ ມາສູ່ພວກຂ້າພະເຈົ້າ. ຂ້າພະເຈົ້າຫວັງວ່າ ຈະມີໂອກາດໄປຢ້ຽມຢາມຫວຽດນາມໃນໄວໆນີ້”. ນັ້ນແມ່ນຄໍາແບ່ງປັນຂອງເພື່ອນ ຫົງລືດີ ທີ່ໄດ້ສົ່ງເຖິງລາຍການໃນອາທິດຜ່ານມາ. ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈ ເພື່ອນທີ່ໄດ້ຕິດຕາມບັນດາຄໍລໍາຂອງລາຍການຂອງພວກເຮົາເປັນປະຈໍາ ແລະ ສົ່ງຄໍາຕອບມາຍັງລາຍການ. ພວກຂ້າພະເຈົ້າຍາມໃດກໍຍິນດີຕ້ອນຮັບເພື່ອນ ມາຄົ້ນຫາວັດທະນະທໍາຫວຽດນາມ ເພື່ອໄດ້ເຫັນປະຈັກຕາບັນດາທິວທັດທໍາມະຊາດທີ່ສວຍສົດງົດງາມ ກໍຄືບັນດາຮີດຄອງປະເພນີຂອງບັນດາເຜົ່າຢູ່ຫວຽດນາມ.
TAG
VOV/VOVworld/ໂປຼແກຼມ Vietnam Journey/ນັກເຕະກວາງຫ໋າຍ
Related








