ແນະນໍາສະຖານທີ່ທ່ອງທ່ຽວບາງແຫ່ງ ແລະ ອາຫານບາງເຍື່ອງທີ່ມີຊື່ສຽງຂອງນະຄອນຫຼວງຮ່າໂນ້ຍ
15/11/2018 10:31
(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ ຈໍານວນ 271 ສະບັບ ຈາກ 40 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ຫົວເລື່ອງກ່ຽວກັບການທ່ອງທ່ຽວ, ວັດທະນະທໍາ ແລະ ອາຫານການກິນຂອງຫວຽດນາມ ຍັງຄົງແມ່ນຫົວເລື່ອງ ທີ່ຜູ້ຟັງລາວມີຄວາມສົນໃຈຫຼາຍກວ່າໝູ່. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄໍາຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານໄດ້ຝາກມາລາຍການໃນອາທິດຜ່ານມາ. ��ອິດ ກ່ຽວກັບບັນດາມາດຕະການທີ່ ຫວຽດນາມ ໄດ້ດຳເນີນໃນທັນທີເພື່ອປະຕິບັດໜ້າທີ່ເປັນສະມາຊິກສົນທິສັນຍາ ຕາມການແນະນຳຂອງ ສະຫະປະຊາຊາດ.

ເພື່ອນ ເກສອນ ແກ້ວມີໄຊ, ຢູ່ນະຄອນຫຼວງພະບາງ ແບ່ງປັນຄວາມໃນໃຈວ່າ: ຂ້າພະເຈົ້າເຫັນວ່າ ແຕ່ລະອາທິດ ຄໍລໍາ ເລື່ອງລາວເຂດບ້ານນາ ໃນເວັບໄຊ vov world.vn, ພັດນໍາມາໃຫ້ຜູ້ຟັງຜູ້ອ່ານ ບັນດາເລື່ອງລາວທີ່ມີຄວາມໝາຍ ແລະ ເຕັມໄປດ້ວຍຄວາມຕື້ນຕັນໃຈ ຄື ເລື່ອງລາວກ່ຽວກັບນໍ້າໃຈອູ້ມຊູຊ່ວຍເຫຼືອ ເຊິ່ງກັນແລະກັນ; ເລື່ອງລາວກ່ຽວກັບບຸກຄົນທີ່ມີຄວາມມັກຮໍ່າຮັກຮຽນ, ມີຫົວຄິດປະດິດສ້າງ; ເລື່ອງລາວກ່ຽວກັບແບບຢ່າງໃນການດໍາເນີນ ທຸລະກິດເກັ່ງ ຫຼື ເລື່ອງລາວກ່ຽວກັບວັດທະນະທໍາທີ່ເປັນເອກະລັກສະເພາະຂອງໝູ່ບ້ານແຫ່ງຕ່າງໆ... ບັນດາເລື່ອງລາວ, ບຸກຄົນດີເດັ່ນ ແລະ ຈຸດວັດທະນະທໍາທີ່ເປັນເອກະລັກສະເພາະເຫຼົ່ານັ້ນ ເປັນໜ້າໄດ້ຮັບການອະນຸລັກຮັກສາ,ເຊີດຊູ ແລະ ຮໍ່າຮຽນຕາມ. ເພື່ອນ ຄໍາຕັນ ຈັນຍະລາດ ຊື່ຫວຽດນາມເອີ້ນວ່າຮຸ່ງ ຊຶ່ງແມ່ນຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງຂໍ້ຄວາມຜ່ານທາງເຟັດບຸກເຖິງລາຍການ ໂດຍມີເນື້ອໃນວ່າ: ວັນທີ 16 ພະຈິກ, ຂ້າພະເຈົ້າພ້ອມດ້ວຍໝູ່ຫຼາຍຄົນ ຈະມາຫວຽດນາມ ເພື່ອໃຫ້ກໍາລັງໃຈໃຫ້ແກ່ທິມບານເຕະຂອງຫວຽດນາມ ໃນນັດການແຂ່ງຂັນກັບ ທິມບານເຕະມາເລເຊຍ ຢູ່ສະໜາມກິລາ ໝີດິງ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າຢາກຄົ້ນຫາສະຖານທີ່ທ່ອງທ່ຽວບາງແຫ່ງໃນຕົວເມືອງນະຄອນຫຼວງຮ່າໂນ້ຍ. ຫວັງວ່າ ບັນດາເອື້ອຍອ້າຍບັນນາທິການລາຍການພາກພາສາລາວ ຈະແນະນໍາຊ່ວຍພວກຂ້າພະເຈົ້າ ສະຖານທີ່ທ່ອງທ່ຽວບາງແຫ່ງ ແລະ ອາຫານບາງເຍື່ອງໃນລະດູໜາວຢູ່ຮ່າໂນ້ຍ.
TAG
VOV/VOVworld/
Related








