ແນະນໍາສະຖານທີ່ທ່ອງທ່ຽວບາງແຫ່ງຢູ່ຮ່າໂນ້ຍ
18/10/2018 11:39
(VOVWORLD) -ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ວິທະຍຸກະຈາຍ ສຽງຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີເມວຫຼາຍສະບັບ ແລະໂທລະສັບຫຼາຍສາຍຈາກທ່ານຜູ້ຟັງ, ຜູ້ອ່ານ. ທ່ານຜູ້ຟັງ, ຜູ້ອ່ານສ່ວນຫຼາຍ ໄດ້ສະແດງຄວາມຮູ້ສຶກ ແລະ ມີບາງຄໍາຖາມກ່ຽວກັບການທ່ອງທ່ຽວຢູ່ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ພາກນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະຕອບບາງຄໍາຖາມທີ່ທ່ານຜູ້ຟັງຝາກມາລາຍການ.

ເພື່ອນ ຄໍາດີ ດວງດີ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ເຖິງລາຍການ ໂດຍແບ່ງປັນວ່າ: ລາຍການຄົ້ນຫາຫວຽດນາມຂອງພາກພາສາລາວ VOV5 ເປັນຕາອອນຊອນ ແລະ ໜ້າຈັບອົກຈັບໃຈຫຼາຍ. ຂ້າພະເຈົ້າມັກຕິດຕາມລາຍການນີ້ທີ່ສຸດ. ຜ່ານນັ້ນ, ຂ້າພະເຈົ້າໄດ້ຮູ້ຈັກເຖິງທັດສະນີຍະພາບ, ຮີດຄອງປະເພນີ ແລະຈຸດວັດທະນະທໍາຫຼາຍຮູບຫຼາຍສີຂອງຫວຽດນາມຕື່ມອີກ. ໃນລາຍການຄົ້ນຫາຫວຽດນາມ ອາທິດກ່ອນນີ້, ຂ້າພະເຈົ້າມີຄວາມປະທັບໃຈກັບ ເມືອງລໍ່ ທີ່ສຸດ, ພິເສດແມ່ນເຍື່ອງອາຫານເຂົ້າໜຽວ 5 ສີ, ຈຸດວັດທະນະທໍາ ຂອງຊົນເຜົ່າຜູ້ໄທ ກໍຄືຄວາມໝາຍທີ່ຊ້ອນແຝງໃນອາຫານເຍື່ອງດັ່ງກ່າວ. ເພື່ອນ ເພັດ ອິນທະລາດ ແບ່ງປັນວ່າ: ຂ້າພະເຈົ້າຍັງບໍ່ທັນມີໂອກາດໄປຢ້ຽມຢາມຫວຽດນາມເທື່ອ, ແຕ່ຜ່ານລາຍການເສດຖະກິດໃນເວັບໄຊ vov world.vn ຂ້າພະເຈົ້າເຫັນໄດ້ສະພາບການເສດຖະກິດຢູ່ຫວຽດນາມ ໂດຍສັງເຂບ, ບັນດາຮູບແບບດໍາເນີນທຸລະກິດ start up, ບັນດາວິສາຫະກິດຂອງຫວຽດນາມ ມີຄວາມສະຫຼາດ ແລະ ມີຫົວຄິດປະດິດສ້າງທີ່ສຸດ. ຂ້າພະເຈົ້າມັກຮູບແບບດໍາເນີນທຸລະກິດ start up ສ້າງໝາກໄມ້ ຝູກຸຍ ເປັນຮູບປະເພດຕ່າງໆຢູ່ແຂວງເປັ໊ນແຈ ເຊິ່ງແມ່ນຮູບແບບດໍາເນີນທຸລະກິດ start up ທີ່ຈັບອົກຈັບໃຈ ແລະ ອາດຈະເອົາໄປໝູນໃຊ້ຢູ່ປະເທດຂອງຂ້າພະເຈົ້າໄດ້. ເພື່ອນ ທະວີຄູນ ດວງພາລາ, ນັກຮຽນໂຮງຮຽນມິດຕະພາບລາວ - ຫວຽດນາມ, ຢູ່ວຽງຈັນ,ໄດ້ສົ່ງຂໍ້ຄວາມ ຜ່ານທາງ facebook ເຖິງລາຍການດ້ວຍເນື້ອໃນວ່າ: ນ້ອງມັກຮຽນວິຊາປະຫວັດສາດ ແລະ ໃນຫຼັກສູດຂອງພວກນ້ອງ ກໍໄດ້ຊອກຮູ້ກ່ຽວກັບປະທານໂຮ່ຈີມິນ ແລະບັນດາໄລຍະປະຫວັດສາດສໍາຄັນຂອງຫວຽດນາມ. ໃນໄລຍະຈະມາເຖິງ ນ້ອງພ້ອມດ້ວຍຄອບຄົວ ຈະໄປຢ້ຽມຢາມຮ່າໂນ້ຍ,ໃນການໄປຢ້ຽມຢາມຄັ້ງນີ້, ນ້ອງປາດຖະໜາຢາກພ້ອມກັບພໍ່ແມ່ຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທໍາຫວຽດນາມຜ່ານການເຂົ້າຊົມຫໍພິພິທະພັນແຫ່ງຕ່າງໆຢູ່ຮ່າໂນ້ຍ. ນ້ອງຫວັງວ່າ ບັນດາເອື້ອຍອ້າຍບັນນາທິການລາຍການພາກພາສາລາວ ຈະແນະນໍາໃຫ້ນ້ອງ ພ້ອມດ້ວຍຄອບຄົວ ຫໍພິພິທະພັນທີ່ມີຊື່ສຽງບາງແຫ່ງຢູ່ຮ່າໂນ້ຍ. ຂໍຂອບໃຈ! ເພື່ອນທະວີຄູນທີ່ຮັກແພງ, ແມ່ນຄືແນວນັ້ນແທ້ ຖ້າຫາກຢາກຊອກຮູ້ ກ່ຽວກັບປະທານໂຮ່ຈີມິນ ແລະປະຫວັດສາດຫວຽດນາມໃຫ້ມີຄວາມເຂົ້າໃຈແຈ້ງກວ່່ານັ້ນ ວິທີດີທີ່ສຸດແມ່ນເຂົ້າຊົມຫໍພິພິທະພັນ. ຢູ່ຮ່າໂນ້ຍ ມີຫໍພິພິທະພັນຫຼາຍແຫ່ງ, ໃນນັ້ນອາດຈະເວົ້າເຖິງ ຫໍພິພິທະພັນບາງແຫ່ງທີ່ມີ ຊື່ສຽງຄື ຫໍພິພິທະພັນໂຮ່ຈີມິນ, ຫໍພິພິທະພັນປະຫວັດສາດແຫ່ງຊາດ, ຫໍພິພິທະພັນຮ່າໂນ້ຍ, ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ... ຫໍພິພິທະພັນ ແຕ່ລະແຫ່ງໄດ້ສະແດງໃຫ້ເຫັນຈຸດທີ່ເປັນເອກະລັກສະເພາະກ່ຽວກັບປະຫວັດສາດ, ວັດທະນະທໍາຂອງປະຊາຊົນຮ່າໂນ້ຍ ກໍຄືຂອງປະຊາຊົນຫວຽດນາມ. ຕໍ່ໄປນີ້, ພວກຂ້າພະເຈົ້າຂໍແນະນໍາ ຫໍພິພິທະພັນບາງແຫ່ງໂດຍສັງເຂບ ເພື່ອໃຫ້ເພື່ອນ ພ້ອມດ້ວຍຄອບຄົວ ທາບທາມກ່ອນການມາຢ້ຽມຢາມຮ່າໂນ້ຍ.
TAG
VOV/VOVworld/
Related








