ຕອບຄຳຖາມກ່ຽວຂ້ອງເຖິງການເສັງ"ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ"
27/03/2015 08:51
(vovword)-ນັບແຕ່ເມື່ອວິທະຍຸກະຈາຍສຽງຫວຽດນາມ ປຸກລະດົມການເສັງ: ທ່ານຮູ້ຫຍັງແດ່ກ່ຽວກັບຫວຽດນາມ (ໃນວັນທີ 1/2/2015 ເປັນຕົ້ນມາ

ນັບແຕ່ເມື່ອວິທະຍຸກະຈາຍສຽງຫວຽດນາມ ປຸກລະດົມການເສັງ: ທ່ານຮູ້ຫຍັງແດ່ກ່ຽວກັບຫວຽດນາມ (ໃນວັນທີ 1/2/2015 ເປັນຕົ້ນມາ), ລະບົບລາຍການກະຈາຍສຽງພາກພາສາຕ່າງປະເທດໄດ້ຮັບບົດເສັງຫລາຍບົດຂອງທ່ານຜູ້ຟັງສົ່ງມາຈາກອິນໂດເນເຊຍ, ເຢຍລະມັນ, ຝລັ່ງ, ແອສະປາຍ, ອັງກິດ, ລັດເຊຍ, ລາວ ແລະ ກຳປູເຈຍ. ແລະໃນອາທິດຜ່ານມາ ທ່ານ ສົມພັນ, ທ່ານຄຳດີ ຢູ່ ແຂວງຫລວງພະບາງ, ທ່ານຄຳໝັ້ນ, ຈັນທີ ຢູ່ ແຂວງ ຄຳມ່ວນ ພ້ອມກັບທ່ານຜູ້ຟັງອື່ນຈຳນວນຫນຶ່ງ ສືບຕໍ່ສົ່ງບົດເສັງ ແລະ ຈົດໝາຍມາຫາລາຍການ, ໃນນັ້ນ ຜູ້ຟັງຫລາຍທ່ານຢາກຊອກຮູ້ກ່ຽວກັບບັນຫາຈຳນວນຫນຶ່ງທີ່ກ່ຽວຂ້ອງເຖິງການເສັງ. ເພື່ອຕອບສະຫນອງຄວາມປະສົງຂອງທ່ານຜູ້ຟັງ, ໃນລາຍການໂອ້ລົມກັບເພື່ອນລາວພາກນີ້ ພວກຂ້າພະເຈົ້າຂໍຕອບຄຳຖາມຈຳນວນຫນື່ງທີ່ ທ່ານຜູ້ຟັງໄດ້ສົ່ງເຖິງລາຍການໃນອາທິດຜ່ານມາ.
Related








