VOV WorldVOV World
ຕອບຄຳຖາມຂອງທ່ານຜູ້ຟັງ, ຜູ້ອ່ານ
04/10/2018 09:33
(VOVWORLD) - “ອິດທິພົນຊື່ສຽງຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ຮັບການຮັບຮູ້ຈາກປະຊາຄົມໂລກ. ສື່ມວນຊົນສາກົນ, ນັບທັງບັນດາປະເທດມະຫາອຳນາດໃນໂລກ ກໍ່ສະແດງຄວາມໂສກເສົ້າ, ເສຍດາຍຕໍ່ການຈາກໄປຂອງການນຳ ຫວຽດນາມ..."
ຕອບຄຳຖາມຂອງທ່ານຜູ້ຟັງ, ຜູ້ອ່ານ
ໃນອາທິດ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 322 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 42 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 12 ສະບັບ. ທ່ານຜູ້ຟັງ, ຜູ້ອ່ານໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ… ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ.   ທ່ານ ວອນແສງ, ຢູ່ແຂວງ ຫົວພັນ ໄດ້ສະແດງຄວາມຄິດເຫັນໃນແວັບໄຊຂອງລາຍການດ້ວຍເນື້ອໃນວ່າ: “ອິດທິພົນຊື່ສຽງຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ຮັບການຮັບຮູ້ຈາກປະຊາຄົມໂລກ. ສື່ມວນຊົນສາກົນ, ນັບທັງບັນດາປະເທດມະຫາອຳນາດໃນໂລກ ກໍ່ສະແດງຄວາມໂສກເສົ້າ, ເສຍດາຍຕໍ່ການຈາກໄປຂອງການນຳ ຫວຽດນາມ, ສິ່ງດັ່ງກ່າວນັ້ນໄດ້ສະແດງໃຫ້ເຫັນວ່າເຂົ້າເຈົ້າຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ເວົ້າສະເພາະ ແລະ ກິດຈະການຕໍ່ສູ້ໃຫ້ແກ່ສັນຕິພາບສາກົນຂອງ ຫວຽດນາມ ເວົ້າລວມ.” ຈາກແຂວງ ວຽງຈັນ, ເພື່ອນ ມາລີວົງ ໄດ້ຂຽນວ່າ: “ທ່ານປະທານປະເທດ ເຈິ່ນດ້າຍກວາງ ເຖິງແກ່ມໍລະນະກຳ ແມ່ນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ, ປະຊາຊົນ ຫວຽດນາມ ແລະ ຄອບຄົວຂອງທ່ານ. ຂ້າພະເຈົ້າໄດ້ອ່ານບັນດາຂ່າວຄາວກ່ຽວກັບ, ພິທີໄວ້ອາໄລ, ງານເຄົາລົບສົບເຊິ່ງ VOV ໄດ້ເອົາລົງໃນອິນເຕີເນັດ. ຂ້າພະເຈົ້າຂໍຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງມາຍັງປະຊາຊົນ ຫວຽດນາມ, ຄອບຄົວ ແລະ ຍາດຕິພີ່ນ້ອງຂອງທ່ານ ເຈິ່ນດ້າຍກວາງ ດ້ວຍ.” ສ່ວນເພື່ອນ ຄຳໄຊ, ຢູ່ແຂວງ ຫົວພັນ ໄດ້ແບ່ງປັນວ່າ: “ອາທິດຜ່ານມາ, ຂ້າພະເຈົ້າໄດ້ຕິດຕາມຂ່າວຄາວກ່ຽວກັບ, ພິທີໄວ້ອາໄລ ຈັດງານເຄົາລົບສົບທ່ານປະທານປະເທດ ເຈິ່ນດ້າຍກວາງ, ໃນນັ້ນມີພາບສາລະຄະດີ ກ່ຽວກັບການນຳ ລາວ ໄປວາງພວງມາລາໄວ້ອາໄລເພິ່ນທັງຢູ່ ຫວຽດນາມ, ຢູ່ລາວ ແລະ ຢູ່ບັນດາສະຖານທູດຫວຽດນາມ ປະຈຳປະເທດຕ່າງໆ ທີ່ໄດ້ເອົາລົງໃນອິນເຕີເນັດຂອງພາກພາສາລາວອີກດ້ວຍ. ເພິ່ນຈາກໄປ, ໄດ້ເຮັດໃຫ້ທຸກຄົນມີຄວາມໂສກເສົ້າເສຍດາຍທີ່ສຸດ. ຂ້າພະເຈົ້າຫວັງວ່າຍາດຕິພີ່ນ້ອງ, ຄອບຄົວຂອງເພິ່ນ ແລະ ປະຊາຊົນ ຫວຽດນາມ ຈະຜ່ານຜ່າຄວາມໂສກເສົ້ານີ້ໄປໄດ້.”
TAG
VOV/VOVworld/ທ່ານ​ຜູ້​ຟັງ/ຜູ້​ອ່ານ/ການ​ປະ​ຕິ​ວັດ/4.0