VOV WorldVOV World
ການ​ໄປ​ວັດ​ໄປ​ວາ​ຂອງ​ຊາວ ຫວຽດ​ນາມ ຍາມ​ຕົ້ນ​ປີ​ໃໝ່​ໃນ​ຊ່ວງ​ເວ​ລາ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
17/02/2022 09:47
(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 673 ສະບັບຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດແລະເຂດແຄວ້ນ, ໃນນັ້ນ, ລາຍການກະຈາຍສຽງພາກພາສາ ລາວໄດ້ຮັບຈົດໝາຍ23 ສະບັບ.
ການ​ໄປ​ວັດ​ໄປ​ວາ​ຂອງ​ຊາວ ຫວຽດ​ນາມ ຍາມ​ຕົ້ນ​ປີ​ໃໝ່​ໃນ​ຊ່ວງ​ເວ​ລາ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
  ເຖິງວ່າ ບຸນ ປີ ໃໝ່ ປະ ຈຳ ຊາດ ຂອງຫວຽດ ນາມໄດ້ ສິ້ນ ສຸດ ລົງ ແລ້ວ ກໍ ຕາມ , ແຕ່ ໃນ ອາ ທິດ ຜ່ານ ມາ , ພວກ ຂ້າ ພະ ເຈົ້າ ຍັງ ສືບ ຕໍ່ ໄດ້ ຮັບ ຈົດ ໝາຍອວຍ ພອນ ປີ ໃໝ່ ຈາກ ທ່ານ ຜູ້ ຟັງຫຼາຍ ສະ ບັບ . ໃນ ນັ້ນ , ທ່ານ ສີ ສະ ໝຸດຢູ່ນະ ຄອນຫຼວງວຽງ ຈັນ , ໄດ້ ສົ່ງ ຄຳ ຢື້ ຢາມ ຖາມ ຂ່າວພ້ອມ ດ້ວຍ ຄຳ ອວຍ ພອນ ປີ ໃໝ່ ມາ ຍັງບັນ ນາ ທິ ການ , ໂຄ ສົກ ໃນ ລາຍ ການພາກພາສາລາວ ແລະຫວັງ ວ່າປີ ໃໝ່ , ສະ ພາບ ການ ໂລກ ລະ ບາດ ໂຄວິດ - 19 ຢູ່ຫວຽດ ນາມຈະ ໄດ້ ຮັບ ການ ຄວບ ຄຸມ ດີກວ່າເພື່ອ ໃຫ້ ນ້ອງໆ ໄດ້ ໄປ ໂຮງ ຮຽນ ເປັນ ປົກ ກະ ຕິ . ເນື່ອງ ໃນ ໂອ ກາດ ນີ້ , ທ່ານ ຄຳ ຫຼ້າກໍ ໄດ້ ສົ່ງ ຈົດ ໝາຍ ອວຍ ພອນ ປີ ໃໝ່ ເຖິງ VOV ເວົ້າ ສະ ເພາະແລະຫວຽດ ນາມເວົ້າ ລວມ . ທ່ານຄຳ ຫຼ້າ ໄດ້ ຂຽນ ວ່າ “ ຂໍ ສະ ແດງ ຄວາມ ຊົມ ເຊີຍ ຕໍ່ ຜົນ ງານ ທີ່ຫວຽດ ນາມບັນ ລຸ ໄດ້ ໃນ ປີ 2021 ແລະຫວັງ ວ່າປີ ໃໝ່ 2022 ນີ້ , VOV ເວົ້າ ສະ ເພາະແລະຫວຽດ ນາມເວົ້າ ລວມ ຈະ ບັນ ລຸ ໄດ້ ຜົນ ງານຫຼາຍກວ່າ ອີກ . ນອກ ຈາກ ຄຳອວຍ ພອນ ປີ ໃໝ່ ແລ້ວ , ເພື່ອນອຸ ເທ ຢູ່ນະ ຄອນຫຼວງວຽງ ຈັນ , ເພື່ອນອະ ນຸ ສັກຢູ່ ແຂວງຄຳ ມ່ວນຍັງ ໄດ້ ສົ່ງ ຈົດ ໝາຍ ມາສະ ແດງ ຄວາມ ຊົມ ເຊີຍ ຕໍ່ ຜົນ ງານ ຂອງ ທິມ ບານ ເຕະ ຍິງຫວຽດ ນາມເມື່ອ ໄດ້ ເຂົ້າ ຮ່ວມ ການ ແຂ່ງ ຂັນ ຮອບ ຊີງ ຊະ ນະ ເລີດ Worldcup ຍິງ 2023. ສ່ວນທ່ານ ຜູ້ ຟັງ ທີ່ ມີ ຊື່ ວ່າ Sanil Deep ຢູ່ອິນເດຍໄດ້ແບ່ງປັນວ່າ ທ່ານ ໄດ້ເລີ່ມຕົ້ນວັນໃໝ່ດ້ວຍການຟັງລາຍການຂອງວິທະຍຸກະຈາຍສຽງຫວຽດນາມ. ທ່ານຂຽນມາວ່າ: “ ສະ ບາຍ ດີ ປີ ໃໝ່ ! ບັນ ດາ ລາຍ ການ ພິ ເສດ ຂອງ VOV ທີ່ ກ່ຽວ ຂ້ອ ງ ເຖິງ ບຸນ ປີ ໃໝ່ ປະ ຈຳ ຊາດ ຫວຽດ ນາມແມ່ນ ສຸດ ຍອດ ຍ້ອນ ວ່າຂ້າ ພະ ເຈົ້າ ໄດ້ ຮຽນຮູ້ ສິ່ງໃໝ່ ຫຼາຍ ຢ່າງຕື່ມ ອີກ . ໂດຍ ສະ ເພາະ ແມ່ນ ລາຍ ການຕອບ ຄຳ ຖາມ ຂອງ ທ່ານ ຜູ້ ຟັງ , ຂ້າ ພະ ເຈົ້າ ໄດ້ ເຂົ້າ ຮ່ວມ ມາ ໂດຍ ຕະຫຼອດ ແລະ ບໍ່ ເຄີຍ ພາດ ໂອ ກາດຈັກ ເທືື່ອ .”. ພວກຂ້າພະເຈົ້າດີໃຈຫຼາຍທີ່ໄດ້ຮັບຈົດໝາຍຈາກທ່ານຜູ້ຟັງແລະຂໍຝາກຄຳຂອບອົກຂອບໃຈຢ່າງຈິງໃຈຕໍ່ ນ້ຳໃຈໄມຕີຈິດມິດຕະພາບກໍຄື ຄຳອວຍພອນອັນດີງາມ ເຊິ່ງທ່ານຜູ້ຟັງໄດ້ສະຫງວນໃຫ້ແກ່ພວກຂ້າພະເຈົ້າ. ເນື່ອງໃນໂອກາດນີ້, ບັນນາທິການຂໍອວຍພອນໃຫ້ທ່ານຜູ້ຟັງທຸກໆທ່ານຈົ່ງມີສຸຂະພາບເຂັ້ມແຂງແລະສັນຕິສຸກ, ສືບຕໍ່ຕິດຕາມແລະປະກອບຄຳຄິດຄຳເຫັນແກ່ລາຍການຂອງພວກຂ້າພະເຈົ້າໃຫ້ຫຼາຍກວ່າອີກ.      ສືບຕໍ່ລາຍການໂອ້ລົມກັບເພື່ອນລາວມື້ນີ້, ຕໍ່ໄປ, ພວກຂ້າພະເຈົ້າຂໍຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.
TAG
VOV/VOVworld/ວັນ​ເພັງ​ເດືອນ​ຈຽງ/ວັນ​ບຸນ/ພາ​ເຂົ້າ​ບູ​ຊາ

More