ການເລືອກເຟັ້ນໃຫ້ແກ່ການທ່ອງທ່ຽວ ຫວຽດນາມ ຜ່ານ ລາງວັນ World Travel Awards
02/03/2023 06:47
(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 354 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 38 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 19 ສະບັບຈາກທ່ານຜູ້ຟັງ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ. ໃນນັ້ນມີຜູ້ຟັງບາງທ່ານໄດ້ສະແດງຄວາມນິຍົມບັນດາລາຍການຂອງ VOV5.

ແກງໜັງໂພງ (ຂຽບໂພງ) ເພື່ອນ ແສງອາລຸນ, ຢູ່ນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ຮັບຊົມຄໍລຳພາບສາລະຄະດີຂອງລາຍການພາກພາສາລາວ ທຸກໆອາທິດ, ເມື່ອໄດ້ຊົມພາບຖ່າຍ ຂ້າພະເຈົ້າ ໄດ້ ເຫັນ ຫວຽດນາມ ແຈ້ງກ່ວາ ໂດຍ ຜ່ານບັນດາຮູບຖ່າຍ ນັ້ນ , ຮູ້ຫຼາຍກ່ວາກ່ຽວກັບວັດທະນະທຳ, ມູນເຊື້ອຂອງຫຼາຍເຂດພາກຂອງປະເທດ ຫວຽດນາມ ທີ່ສວຍງາມ. ພິເສດ, ໂອກາດບຸນປີໃໝ່ປະຈຳຊາດ 2023 ຜ່ານມາ, ນອກຈາກບັນດາຮູບຖ່າຍກ່ຽວກັບທິວທັດທຳມະຊາດຂອງປະເທດ ຫວຽດນາມ ແລ້ວ, ພວກເພື່ອນຍັງໄດ້ເອົາບັນດາພາບສາລະຄະດີກ່ຽວກັບຮີດຄອງປະເພນີໃນບຸນເຕັດ, ການລະຫຼິ້ນພື້ນເມືອງຂອງຊາວ ຫວຽດນາມ ລົງໃນເວບໄຊນຳອີກ . ນອກຈາກນັ້ນແລ້ວ, ກໍຍັງມີ ພາບຖ່າຍກ່ຽວກັບເຂດພາກຕ່າງໆຂອງ ຫວຽດນາມ ຍາມລະດູບານໃໝ່ກໍ່ໄດ້ດຶງດູດຜູ້ຊົມ ຫຼາຍ . ຂ້າພະເຈົ້າຄິດວ່າ ເມື່ອໄດ້ຊົມບັນດາຮູບຖ່າຍ ທີ່ສວຍງາມ ນີ້ ຈະມີຫຼາຍຄົນຢາກໄປທ່ຽວ ຫວຽດນາມ. ສ່ວນເພື່ອນ ຈັນທະສອນ, ຢູ່ແຂວງ ຄຳມ່ວນ ໄດ້ແບ່ງປັນວ່າ: ຍ້ອນ ໄດ້ຊົມວີດີໂອໃນ ເ ວັບໄຊ vovworld.vn ຂອງພວກເພື່ອນ, ຂ້າພະເຈົ້າຈຶ່ງຮູ້ວິທີແຕ່ງແກງໜັງໂພງ (ຂຽບໂພງ) ເຊິ່ງເປັນເຍື່ອງອາຫານ ຂອງ ຫວຽດນາມ. ຂ້າພະເຈົ້າບໍ່ມີໂອກາດໄດ້ກິນອາຫານເຍື່ອງນີ້ ທີ່ ເປັນຊາວ ຫວຽດນາມ ແຕ່ງຈັກເທື່ອ, ແຕ່ເມື່ອປຽບທຽບສີສັນຂອງເຍື່ອງນີ້ ໃນວີດີໂອແມ່ນຄ້າຍຄືກັນພໍສົມຄວນ, ຫວັງວ່າ ລົດຊາດມັນກໍ່ຄືກັບ ຊາວຫວຽດນາມ ແຕ່ງ. ອາຫານເຍື່ອງນີ້ໄດ້ປຸງແຕ່ງດ້ວຍຄວາມ ພິຖີພິຖັນ ຫຼາຍ, ຂ້າພະເຈົ້າຕ້ອງບອກໝູ່ ທີ່ ພວມຮຽນຢູ່ ຫວຽດນາມ ຊື້ວັດຖຸດິບ ໄປໃຫ້ ລົດຊາດມັນຈຶ່ງຄື ຊາວ ຫວຽດ ແຕ່ງ. ຂ້າພະເຈົ້າຫວັງວ່າ ຈະມີໂອກາດໄດ້ໄປທ່ຽວ ຫວຽດນາມ ເພື່ອໄດ້ກິນອາຫານຫຼາຍເຍືື່ອງ ແລະ ຮຽນວິທີແຕ່ງບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງຊາວ ຫວຽດນາມ ນຳອີກ .
TAG
VOV/VOVworld/ການທ່ອງທ່ຽວ/ໜັງໂພງ/ທິດທັດທຳມະຊາດ
Related








