ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ”
19/03/2020 04:18
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມໄດ້ຮັບຈົດໝາຍ, ອີແມວແລະໂທລະສັບຈາກທ່ານຜູ້ຟັງຢູ່ບັນດາປະເທດແລະເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຝຣັ່ງ, ຍີ່ປຸ່ນ, ລາວ…

ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນໄດ້ສົ່ງຈົດໝາຍມາຍັງລາຍການຢາກຊອກຮູ້ຢ່າງຈະແຈ້ງກ່ວາກ່ຽວກັບການສອບເສັງ “ເພື່ອນຮູ້ຫຍັງແດ່ ກ່ຽວກັບຫວຽດນາມ”.ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາກພາສາລາວ ໃນອາທິດຜ່ານມາ. ທ່ານ ຜູ້ ຟັງອາ ມິນ ຕາ , ສຸກ ສະ ຫວັນ , ອາ ນຸ ສິດໄດ້ ສົ່ງ ອີ ແມວ ມາ ຍັງ ລາຍ ການດ້ວຍ ເນື້ອ ໃນ ວ່າ : “ ຂອບໃຈ ລາຍການພາກພາສາລາວ, ພະ ແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ທີ່ໄດ້ແນະນຳໃຫ້ພວກຂ້າພະເຈົ້າບາງມາດຕະການກ່ຽວກັບວິທີການປ້ອງກັນ, ສະກັດກັ້ນ, ປົກປ້ອງຕົນເອງຕໍ່ໂລກລະບາດ Covid-19 ພວມແຜ່ລະບາດໃນທົ່ວໂລກ, ພວກຂ້າພະເຈົ້າຫວັງວ່າ, ປະເທດ ຫວຽດນາມ ຈະໄຊຊະນະໃນການຕໍ່ສູ້ກັບໂລກລະບາດ Covid-19 ໃນໄລຍະຈະມາເຖິງໂດຍໄວ. ” ຫວຽດນາມ ມີກຳລັງຄວາມສາມາດ, ແຫຼ່ງກຳລັງ, ຈິດໃຈ ແລະ ຄວາມຮັບຜິດຊອບຢ່າງພຽງພໍເພື່ອຄວບຄຸມໂລກພະຍາດ ເພື່ອນ ອາມິນຕາ , ສຸກສະຫວັນ , ອານຸສິດທີ່ຮັກແພງ ! ໃນໄລຍະຜ່ານມາ , ລັດຖະບານຫວຽດນາມໄດ້ຕັ້ງໜ້າຜັນຂະຫຍາຍຫລາຍມາດຕະການໃນວຽກງານປ້ອງກັນ , ສະກັດກັ້ນໂລກລະບາດ Covid-19 ເຊິ່ງໄດ້ຮັບການສະໜັບສະໜູນຈາກທົ່ວປວງຊົນແລະອົງການຈັດຕັ້ງສາກົນຫລາຍແຫ່ງ . ທ່ານ ປະລິນຍາເອກ Kidong Park, ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳຫວຽດນາມ ຕີລາຄາສູງການເຂົ້າຮ່ວມດ້ວຍຈິດໃຈເປັນເຈົ້າການ , ຂ້ຽວຂາດຂອງລັດຖະບານຫວຽດນາມແລະຖືວ່າ ຫວຽດນາມຍັງສືບຕໍ່ແມ່ນສະຖານທີ່ທ່ອງທ່ຽວ ທີ່ມີ ຄວາມປອດໄພ . WHO ມີຄວາມປະທັບໃຈ ຕໍ່ ການຮ່ວມມືຂອງປະຊາຊົນຫວຽດນາມ ທຸກຄົນໃນການປ້ອງກັນ , ສະກັດກັ້ນໂລກລະບາດ Covid-19. ດ້ວຍບັນດາໝາກຜົນທີ່ບັນລຸໄດ້ໃນເບື້ອງຕົ້ນນັ້ນ. ທີ່ການເຮັດວຽກກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໃນວັນທີ 09 ມີນາ. ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກໄດ້ຢັ້ງຢືນວ່າ: ຫວຽດນາມມີກຳລັງຄວາມສາມາດ, ແຫຼ່ງກຳລັງ, ຈິດໃຈແລະຄວາມຮັບຜິດຊອບຢ່າງພຽງພໍເພື່ອຄວບຄຸມໂລກພະຍາດ, ມີເຕັກໂນໂລຊີ, ມີຖັນແຖວແພດໝໍເກັ່ງ, ມີລະບົບໂຮງໝໍລົງເລິກຂະແໜງແລະໄດ້ປິ່ນປົວໃຫ້ 16 ຄົນຫາຍດີ. ດັ່ງ ທີ່ ກ່າວ ມາ ຂ້າງ ເທິງ ແມ່ນ ຂໍ້ ມູນ ຕັ້ງ ໜ້າບາງ ຢ່າງ ກ່ຽວ ກັບ ການ ປ້ອງ ກັນ , ສະ ກັດ ກັ້ນ ໂລກ ລະ ບາດ Covid-19 ຂອງຫວຽດ ນາມ . ຫວັງ ວ່າພວກ ເພ ື່ອນຈະ ສະຫຼະ ເວ ລາ ຫລາຍ ກວ່ານີ້ ເພື່ອ ຕິດ ຕາມ , ອັບ ເດດ ຂໍ້ ມູນ ກ່ຽວ ກັບ ສະ ພາບ ການ ຂອງ ໂລກ ລະ ບາດ ດັ່ງ ກ່າວເພື່ອ ໃຫ້ ມີ ບັນ ດາ ມາດ ຕະ ການ ປ້ອງ ກັ ນ ຢ່າງ ມີ ປະ ສິດ ທິ ຜົນ . ໃນຈົດໝາຍສົ່ງມາລາຍການຂອງເພື່ອນ ປານົງສອນຈິນດາວົງ, ເຮັດວຽກຢູ່ຄະນະຊາວໜຸ່ມແຂວງບໍລິຄຳໄຊແລະເພື່ອນເພັດສະຫວັນສົມສະນິດເຮັດວຽກຢູ່ຄະນະຊາວໜຸ່ມແຂວງອັດຕະປືຂຽນວ່າ: ປີ 2019ຜ່ານມາ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນແລະສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວໄດ້ຈັດຕັ້ງບັນດາການເຄື່ອນໄຫວແທດຈິງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຄວາມສາມັກຄີມິດຕະພາບແບບພິເສດລະຫວ່າງປະຊາຊົນແລະຊາວໜຸ່ມ 2 ປະເທດ. ດັ່ງນັ້ນໃນປີ 2020ຈະມີການເຄື່ອນໄຫວພົ້ນເດັ່ນໃດແດ່. (ຊາວໜຸ່ມ ຫວຽດນາມ ບໍລິຈາກເລືອດ) ເພື່ອນ ປານົງສອນແລະເພື່ອນເພັດສະຫວັນທີ່ຮັກແພງ! ປີ 2019 ແມ່ນປີທີ 2 ຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍການຮ່ວມມືໄລຍະປີ 2017 – 2022 ຂອງຄະນະຊາວໜຸ່ມ 2 ປະເທດ. ອາດເວົ້າໄດ້ວ່າ, 2 ປີຜ່ານມາບັນດາການເຄື່ອນໄຫວຂອງຄະນະຊາວໜຸ່ມ, ໄວໜຸ່ມ 2 ປະເທດບັນລຸໄດ້ບັນດາໝາກຜົນຢ່າງຕັ້ງໜ້າແລະມີຄຸນນະພາບ. ປີ 2020 ຄະນະຊາວໜຸ່ມ 2 ປະເທດຈະສືບຕໍ່ສູ້ຊົນປະຕິບັດບັນດາໜ້າທີ່, ເນື້ອໃນໂດຍສູນກາງຄະນະຊາວໜຸ່ມ 2 ປະເທດທີ່ໄດ້ລົງນາມໃຫ້ສຳເລັດ.ຕາມນັ້ນແລ້ວ, ປີ 2020ຄະນະຊາວໜຸ່ມ 2 ປະເທດຈະສຸມໃສ່ຜັນຂະຫຍາຍບາງການເຄື່ອນໄຫວ, ໂດຍລະອຽດຄື: ສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງຄະນະຊາວໜຸ່ມ 2 ປະເທດ; ກໍ່ສ້າງບັນດາໂຄງການຊາວໜຸ່ມປະກອບສ່ວນເຂົ້າຮ່ວມການແກ້ໄຂບັນດາບັນຫາພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງ 2 ປະເທດ; ສະໜັບສະໜູນກັນໃນການເຄື່ອນໄຫວສາກົນ; ເພີ່ມທະວີບັນດາການເຄື່ອນໄຫວບຳລຸງສ້າງພະນັກງານຂອງທັງ 2 ຝ່າຍ; ຍູ້ແຮງບັນດາການເຄື່ອນໄຫວຮ່ວມມື, ການພົບປະແລກປ່ຽນລະຫວ່າງຄະນະຊາວໜຸ່ມບັນດາທ້ອງຖິ່ນ, ແຂວງ, ນະຄອນຂອງ 2 ປະເທດ, ພິເສດແມ່ນບັນດາການເຄື່ອນໄຫວອາສາສະໝັກ, ບັນດາການເຄື່ອນໄຫວທັດສະນະສຶກສາຢູ່ບັນດາສະຖານທີ່ປະຫວັດສາດທີ່ຕິດພັນກັບການນຳທີ່ມີຄວາມປີຊາສາມາດຂອງ 2 ປະເທດ; ເພີ່ມທະວີການຈັດຕັ້ງບັນດາການເຄື່ອນໄຫວກອງປະຊຸມ, ເວທີປາໄສ, ກອງປະຊຸມສຳມະນາເພື່ອໂຄສະນາໃຫ້ລຸ້ນໜຸ່ມ 2 ປະເທດກ່ຽວກັບມູນເຊື້ອມິດຕະພາບ, ໝັ້ນແກ່ນ, ບໍລິສຸດຜຸດຜ່ອງຂອງ 2 ຊາດ. ທ່ານຜູ້ຟັງທີ່ເຄົາລົບ! ພາຍຫລັງປຸກລະດົມການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງ. ພວກຂ້າພະເຈົ້າໄດ້ຮັບຈົດໝາຍ, ອີແມວຫລາຍສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງລາວ ກໍ່ຄືຊາວ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ລາວ ສົ່ງມາຍັງລາຍການດ້ວຍເນື້ອໃນທີ່ແຕກຕ່າງກັນຫລາຍຢ່າງຄື: ລະບຽບການເສັງ, ຄຳຖາມ, ເວລາຈັດຕັ້ງການເສັງແລະລາງວັນຄືແນວໃດ. ຕອນສຸດທ້າຍລາຍການໂອ້ລົມກັບເພື່ອນລາວໃນມື້ນີ້, ພວກຂ້າພະເຈົ້າຂໍແນະນຳຄຳຖາມກ່ຽວກັບການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ”.
TAG
VOV/VOVworld/ການສອບເສັງ/ຊາວໜຸ່ມ/Covid-19
Related








